ກອງປະຊຸມສໍາມະນາແບບປະຕິບັດການພາຍໃຕ້ຫົວຂໍ້ການອອກແບບວິທະຍາເຂດສີຂຽວ”: ກໍລະນີສຶກສາວິທະຍາເຂດດົງໂດກ

1471507897 tmp IMG 9714

1471507897 tmp IMG 9714

         ໃນຕອນເຊົ້າວັນທີ 15 ສິງຫາ 2016 ຜ່ານມານີ້, ທີ່ຫ້ອງປະຊຸມ ສະຖາບັນພັດທະນາຊັບພະຍາກອນມະນຸດ ລາວ-ຍີ່ປຸ່ນ ມຊ. ໄດ້ມີກອງປະຊຸມສໍາມະນາຜົນສໍາເລັດແບບປະຕິບັດການພາຍໃຕ້ຫົວຂໍ້ ການອອກແບບວິທະຍາເຂດສີຂຽວ: ກໍລະນີສຶກສາວິທະຍາເຂດດົງໂດກ ໂດຍທ່ານ ຮສ. ບຸນຖະໄຫວ ແກ້ວປັນຍາ ຮອງຄະນະບໍດີ ຄະນະສະຖາປັດຕະຍະກໍາສາດ ມຊ.ມີທ່ານ ສຈ.ປອ. ສົມສີ ຍໍພັນໄຊ ວ່າການແທນອະທິການບໍດີມຊ, ທ່ານ ສຈ.ປອ. ມາຊາມິ ໂຄບາຢາຊິ ຮອງອະທິການບໍດີ ມະຫາວິທະຍາໄລເມຈິ ປະເທດຍີ່ປຸ່ນ, ມີຜູ່ຕາງໜ້າອົງການ JICA ປະຈໍາລາວ, ມີບັນດາຄະນະບໍດີ, ຫົວໜ້າຫ້ອງການ, ຜູ່ອໍານວຍການສະຖາບັນ, ຫໍສະໝຸດກາງ, ໂຮງໝໍ, ໂຮງຮຽນອ້ອມຂ້າງ ມຊ ເຂົ້າຮ່ວມ.

        ໂອກາດນີ້, ທ່ານ ຮສ. ບຸນຖະໄຫວ ແກ້ວປັນຍາໄດ້ກ່າວເຖິງຜົນສໍາເລັດໃນການດໍາເນີນເວີກຊັອບວ່າ: ໃນເວີກຊັອບຄັ້ງນີ້, ມີວິທະຍາກອນເຂົ້າຮ່ວມທັງໝົດ 8 ທ່ານ; ໃນນັ້ນ ມາຈາກ ມະຫາວິທະຍາໄລເມຈິ ປະເທດຍີ່ປຸ່ນ 2 ທ່ານ, ຜູ່ຊ່ຽວຊານດ້ານສະຖາບັດຕະຍະກໍາ ຈາກພາຍນອກ 2 ທ່ານ ແລະອາຈານ ປະຈໍາຄະນະສະຖາປັດຕະຍະກໍາສາດ 4 ທ່ານ. ມີນັກສໍາມະນາກອນທັງໝົດ 50 ຄົນ, ໃນນັ້ນ; ມີນັກສຶກສາປະລິນຍາໂທ ສາຂາການອອກແບບຜັງເມືອງ ແລະສະຖາປັດຕະຍະກໍາ ຈາກມະຫາວິທະຍາໄລເມຈິ 9 ຄົນ, ນັກສຶກສາຈາກຄະນະສະຖາປັດຕະຍະກໍາສາດ ມຊ. ສາຂາການວາງແຜນ-ອອກແບບສະພາບແວດລ້ອມຜັງເມືອງ ລະດັບປະລິນຍາໂທຈໍານວນ 20 ຄົນ, ປະລິນຍາຕີ 9 ຄົນ.

        ການດໍາເນີນເວີກຊັອບ ໄດ້ດໍາເນີນມາແຕ່ ວັນທີ 10 ສິງຫາ 2016. ຫຼັງຈາກທີ່ຄະນະອາຈານ ແລະນັກສຶກສາຍີ່ປຸ່ນໄດ້ເດີນທາງມາຮອດວຽງຈັນ, ໃນມື້ດຽວກັນ ວິທະຍາກອນ ແລະສໍາມະນາກອນ ທັງໝົດໄດ້ລົງຢ້ຽມຢາມ ແລະສໍາຫຼວດພື້ນທີ່ຕົວຈິງ ຂອງພື້ນທີ່ໂຮງຮຽນພອນສະຫວັນ ແລະເຂດອ້ອມຮອບທີ່ເປັນເປົ້າໝາຍທີ່ຕັ້ງຄະນະສຶກສາສາດໃນອະນາຄົດ ແລະເປັນເປົ້າໝາຍການສຶກສາອອກແບບໃນເວີກຊັອບຄັ້ງນີ້, ໄດ້ທ່ຽວຊົມຕົວເມືອງ ແລະທັດສະນະສຶກສາໂຄງການພັດທະນາຕົວເມືອງໃນນະຄອນຫຼວງວຽງຈັນແລະໄດ້ມີພິທີເປີດເວີກຊັອບຢ່າງເປັນທາງການທີ່ສະຖາບັນພັດທະນາຊັບພະຍາກອນມະນຸດລາວ-ຍີ່ປຸ່ນ,ໄດ້ຮັບຟັງການບັນຍາຍ ກ່ຽວກັບບົດຮຽນການອອກແບບວິທະຍາເຂດສີຂຽວ ຢູ່ພາຍໃນ ແລະຕ່າງປະເທດເຊິ່ງສະເໝີໂດຍ ທ່ານ ສຈ.ປອ.ມາຊາມິ ໂຄບາຢາຊິ ຮອງອະທິການບໍດີ ທັງເປັນສາດສະດາຈານ ດ້ານສະຖາປັດຕະຍະກໍາ ແລະການອອກແບບຜັງເມືອງຈາກມະຫາວິທະຍາໄລ ເມຈິ ແລະສະເໜີໂດຍ ທ່ານ ສົມພອນສັກ ແລະທ່ານ ນາງ ແອນນາ ພາຍຸພອນ ຜູ່ຊ່ຽວຊານດ້ານການອອກແບບສະຖາປັດຕະຍະກໍາ ຈາກທີມງານສຶກສາອອກແບບວິທະຍາເຂດ ມະຫາວິທະຍາໄລສະຫວັນນະເຂດ ແລະຈາກນັ້ນ ບັນດານັກສຶກສາ ກໍຄືນັກສໍາມະນາກອນກໍໄດ້ສຸມໃສ່ການອອກແບບ ແລະກະກຽມຜົນງານການອອກແບບເພື່ອນໍາສະເໜີ.

     ທ່ານກ່າວອີກວ່າ: ກອງປະຊຸມສໍາມະນາແບບປະຕິບັດການໃນຄັ້ງນີ້ ໄດ້ປະສົບຜົນສໍາເລັດ ແລະມີ 4 ຄວາມໝາຍຄື:

  1. ເປັນໝາກຜົນຂອງການຮ່ວມມື ລະຫວ່າງ ມະຫາວິທະຍາໄລແຫ່ງຊາດລາວ ກັບມະຫາວິທະຍາໄລເມຈິ, ຄຽງຄູ່ກັບການຈັດຕັ້ງເວີກຊັອບໃນຄັ້ງນີ້, ຄະນະຮັບຜິດຊອບໂຄງການທັງສອງຝ່າຍຍັງໄດ້ປຶກສາຫາລືເພື່ອການຮ່ວມມືດ້ານການສຶກສາຄົ້ນຄວ້າຮ່ວມກັນ.
  2. ເວີກຊັອບຄັ້ງນີ້, ເປັນການປະກອບສ່ວນຜັນຂະຫຍາຍແຜນແມ່ບົດ ການພັດທະນາວິທະຍາເຂດດົງໂດກ ມຊ.
  3. ເວີກຊັອບໃນຄັ້ງນີ້, ເປັນການພັດທະນາຮູບແບບການຮຽນ-ການສອນ ທີ່ເອົາພາກທິດສະດີຕິດພັນກັບພາກປະຕິບັດຕົວຈິງ ໂດຍສະເພາະແມ່ນໄດ້ສ້າງເງື່ອນໄຂໃນການເຮັດວຽກຮ່ວມກັນ ລະຫວ່າງນັກສຶກສາລາວ ແລະນັກສຶກສາຕ່າງປະເທດ ເພື່ອແລກປ່ຽນບົດຮຽນແລະວັດທະນະທໍາ.
  4. ນັກສຶກສາລາວ ແລະຍີ່ປຸ່ນ ໄດ້ສ້າງກິດຈະກໍາແລກປ່ຽນ ກີລາ ແລະວັດທະນະທໍາ, ເຊິ່ງເປັນການເສີມສ້າງຄວາມເຂົ້າອົກເຂົ້າໃຈ ແລະມິດຕະພາບທີ່ແໜ້ນແຟ້ນ ລະຫວ່າງປະຊາຊົນລາວ ແລະປະຊາຊົນຍີ່ປຸ່ນ.

      

ພາບບັນຍາກາດ

ສຳນັກງານໃຫ່ຍ

ບ້ານ ດົງໂດກ
ເມືອງໄຊທານີ, ນະຄອນຫຼວງວຽງຈັນ
ສ.ປ.ປ.ລາວ

ຕິດຕໍ່ພົວພັນ

ໂທ:+856 (21) 770070
ແຟັກ:+856 (21) 770070
ອີເມວ: nuolinfo@nuol.edu.la

ລິຂະສິດ

Copyright © 2021 National University of Laos. All Rights Reserved.