ຄະນະສະຖາປັດຕະຍະກໍາສາດ ຈັດພິທີ ແຂ່ງຂັນການອອກແບບ ສະຖາປັດຕະຍະກໍາ ນັກສຶກສາ

1471578373 tmp IMG 9818

1471578373 tmp IMG 9818

         ເພື່ອເປັນການຄັດເລືອກເອົາ ຜົນງານການອອກແບບສະຖາປັດຕະຍະກໍາ ຂອງນັກສຶກສາໄປເຂົ້າຮ່ວມແຂ່ງຂັນໃນລະດັບອາຊີ ໃນອະນາຄົດຂ້າງໜ້ານີ້, ໃນຕອນເຊົ້າວັນທີ 16 ສິງຫາ 2016 ນີ້, ຄະນະສະຖາປັດຕະຍະກໍາສາດ ມຊ. ໄດ້ຈັດການແຂ່ງຂັນອອກແບບສະຖາປັດຕະຍະກໍາ ຂອງນັກສຶກສາຂຶ້ນທີ່ຫ້ອງປະຊຸມຄະນະຄະນະຕົນ. ໂດຍການເປັນປະທານກ່າວເປີດຂອງທ່ານ ຮສ. ບຸນຖະໄຫວ ແກ້ວປັນຍາ ຮອງຄະນະບໍດີ ຄະນະສະຖາປັດຕະຍະກໍາສາດ, ໃນພິທີມີ ທ່ານ ສຈ.ປອ. LEE YOUNGIL ປະທານການແຂ່ງຂັນ, ມີຫົວໜ້າພາກວິຊາ, ຫົວໜ້າພະແນກ, ພະນັກງານ ຄູ-ອາຈານ ແລະນັກສຶກສາ ຄະນະດັ່ງກ່າວເຂົ້າຮ່ວມ.

        ການຈັດການແຂ່ງຂັນອອກແບບສະຖາປັດຕະຍະກໍາ ນັກສຶກສາ ຂອງຄະນະສະຖາປັດຕະຍະກໍາສາດ ໃນປີ 2016 ນີ້, ທາງຄະນະສະຖາປັດຕະຍະກໍາສາດ ໄດ້ເປີດໂອກາດໃຫ້ນັກສຶກສາ ກໍານົດຫົວບົດ ຕາມຄວາມມັກຂອງເຂົາເຈົ້າ ແລ້ວນໍາມາອອກແບບ; ເຊິ່ງຫົວບົດທີ່ນັກສຶກສາມີຄວາມສົນໃຈ ນໍາມາສຶກສາ ອອກແບບ ແມ່ນມີຫຼາຍປະເພດຫົວບົດເຊັ່ນ: ເຮືອນພັກຕາກອາກາດ, ຮ້ານອາຫານ, ສູນວັດທະນະທໍາ, ຮ້ານເສີມສວຍ, ສູນອອກກໍາລັງກາຍ ແລະອື່ນໆ.

       ການແຂ່ງຂັນແມ່ນໄດ້ຈັດຂຶ້ນເປັນ 2 ຮອບ, ຮອບທີ 1 ແມ່ນຈັດຂຶ້ນ ໃນວັນທີ 5 ກໍລະກົດ 2016; ມີນັກສຶກສາເຂົ້າຮ່ວມແຂ່ງຂັນທັງໝົດ 46 ຄົນ, ຍິງ 12 ຄົນ. ສໍາລັບຮອບທີ 2 ນີ້ ແມ່ນນັກສຶກສາ ທີ່ຜ່ານການຄັດເລືອກ ຈາກຮອບທີ 1 ຈໍານວນທັງໝົດ 14 ຄົນ, ຍິງ 7 ຄົນ. ໃນຮອບທີ 2 ນີ້ ແມ່ນຄະນະກໍາມະການຈະຄັດເລືອກເອົາ ພຽງ 1 ຄົນ, ທີ່ເປັນຕົວແທນນັກສຶກສາ ຄະນະສະຖາປັດຕະຍະກໍາສາດ ກໍຄື ເປັນຕົວແທນຂອງນັກສຶກສາ ສປປ ລາວ. ເພື່ອສົ່ງເຂົ້າຮ່ວມການແຂ່ງຂັນໃນລະດັບອາຊີ ປະຈໍາ ປີ 2016, ທີ່ປະເທດ ມົງໂກເລຍ, ລະຫວ່າງ ວັນທີ 2–9 ຕຸລາ 2016; ເຊິ່ງມີຫຼາຍມະຫາວິທະຍາໄລ ຈາກ 18 ປະເທດເຂົ້າຮ່ວມແຂ່ງຂັນ.

    

ພາບບັນຍາກາດ

ສຳນັກງານໃຫ່ຍ

ບ້ານ ດົງໂດກ
ເມືອງໄຊທານີ, ນະຄອນຫຼວງວຽງຈັນ
ສ.ປ.ປ.ລາວ

ຕິດຕໍ່ພົວພັນ

ໂທ:+856 (21) 770070
ແຟັກ:+856 (21) 770070
ອີເມວ: nuolinfo@nuol.edu.la

ລິຂະສິດ

Copyright © 2021 National University of Laos. All Rights Reserved.