ພິທີເຊັນສັນຍາການຮ່ວມມື ລະຫວ່າງ ຄະນະວິທະຍາສາດສັງຄົມ ມຊ ແລະຖາບັນວິທະຍາສາດ ການເມືອງ ມະຫາວິທະຍາໄລແຫ່ງຊາດ ໂຮຈີມິນ ສສ. ຫວຽດນາມ
1472114490 tmp IMG 9867

1472114490 tmp IMG 9867

ໃນຕອນ​ເຊົ້າວັນທີ 23 ສິງຫາ 2016 ນີ້, ຄະນະວິທະຍາສາດສັງຄົມ ມະຫາວິທະຍາໄລແຫ່ງຊາດ ແລະສະຖາບັນວິທະຍາສາດ ການເມືອງ ມະຫາວິທະຍາໄລແຫ່ງຊາດ ໂຮຈີມິນ ສສ. ຫວຽດນາມ ໄດ້ຮ່ວມກັນເຊັນສັນຍາການຮ່ວມມື (MOA) ຂຶ້ນ​ທີ່​ຫ້ອງ​ປະຊຸມຕຶກສຳນັກງານອະທິການບໍດີ ມຊ, ຝ່າຍ ຄສຄ. ​ເຊັນ​ໂດຍ​ທ່ານ ຮສ. ປອ. ຄຳມະນີ ສຸລິເດດ ຮອງຄະນະບໍດີ ຄະນະວິທະຍາສາດສັງຄົມ ມຊ, ຝ່າຍ ສະຖາບັນວິທະຍາສາດ ການເມືອງ ​ສສ. ຫວຽດນາມ ເຊັນ​ໂດຍທ່ານ ປອ. ດິງງັອກ​ເທັກ (Dinh Ngoc Thach, Ph .D) ຫົວໜ້າສະຖາບັນວິທະຍາສາດ ການເມືອງ ມະຫາວິທະຍາໄລແຫ່ງຊາດ ໂຮຈີມິນ ສສ. ຫວຽດນາມ, ເຂົ້າຮ່ວມເປັນສັກຂີພະຍານໂດຍທ່ານ ຮສ. ປອ. ສາຍຂອງ ສາຍນາສິນ ຮອງອະທິການບໍດີ ມຊ, ທ່ານ ປອ. ຫວຽນ ດຶກ ​ເຫງັຍ   (NGUYEN DUC NGHIA, Ph. D) ຮອງອະທິການບໍດີມະຫາວິທະຍາໄລແຫ່ງຊາດ ໂຮຈີມິນ ສສ. ຫວຽດນາມ, ມີບັນດາຫົວໜ້າ ແລະຮອງຫົວໜ້າຫ້ອງການ, ຫົວໜ້າພາກວິຊາ, ຫົວໜ້າພະແນກ ພ້ອມ​ດ້ວຍ​ພະນັກງານ​ທີ່​ກ່ຽວຂ້ອງ​ທັງ​ສອງ​ຝ່າຍ​ເຂົ້າຮ່ວມ.

ການ​ເຊັນສັນຍາ​ຄັ້ງ​ນີ້, ແມ່ນ​ເພື່ອ​ເປັນ​ການຮ່ວມມືດ້ານວິຊາການໂດຍ​ສະ​ເພາະ​ແມ່ນ​ຈະຮ່ວມມືກັນສ້າງຫຼັກສູດ, ການສົ່ງເສີມໃຫ້ມີການພົວພັນກັນ, ການແລກປ່ຽນຄູ-ອາຈານ, ພະນັກງານ ແລະນັກສຶກສາ, ການຈັດກິດຈະກໍາການຄົ້ນຄວ້າວິທະຍາສາດຮ່ວມກັນ, ເຂົ້າຮ່ວມກອງປະຊຸມ ແລະສຳມະນາດ້ານວິຊາການ ແລະແລກປ່ຽນປະສົບການເຊິ່ງກັນ ແລະກັນ.

ໂອ​ກາດ​ນີ້ ທັງສອງຝ່າຍຍັງໄດ້ສົນທະນາແລກປ່ຽນຮຽນຮູ້ກ່ຽວກັບສະພາບລວມໂດຍຫຍໍ້ຂອງມະຫາວິທະຍາໄລຂອງກັນ ແລະກັນ ພ້ອມນັ້ນກໍໄດ້ປຶກສາຫາລືເພື່ອສ້າງແຜນລະອຽດກ່ຽວກັບການປະຕິບັດຕາມບົດສັນຍາເປັນຕົ້ນແມ່ນໄດ້ປຶກສາຫາລືກ່ຽວກັບການສ້າງຫຼັກສູດວິຊາການເມືອງ, ການຄົ້ນຄວ້າວິໄຈ ແລະການແລກປ່ຽນຮຽນຮູ້ວັດທະນະທຳເຊິ່ງກັນ ແລະກັນ. ຕ້ອນທ້າຍທັງສອງຝ່າຍຍັງໄດ້ແລກປ່ຽນຂອງທີ່ລະນຶກເຊິ່ງກັນ ແລະກັນອີກດ້ວຍ.

ພາບບັນຍາກາດ

ສຳນັກງານໃຫ່ຍ

ບ້ານ ດົງໂດກ
ເມືອງໄຊທານີ, ນະຄອນຫຼວງວຽງຈັນ
ສ.ປ.ປ.ລາວ

ຕິດຕໍ່ພົວພັນ

ໂທ:+856 (21) 770070
ແຟັກ:+856 (21) 770070
ອີເມວ: nuolinfo@nuol.edu.la

ລິຂະສິດ

Copyright © 2021 National University of Laos. All Rights Reserved.