ປະກາດການຍົກຍ້າຍທ່ານຮອງອະທິການບໍດີໄປຮັບໜ້າທີ່ໃໝ່ ແລະປະກາດແຕ່ງຕັ້ງຮັກສາການຮອງອະທິການບໍດີ

ເພື່ອຕອບສະໜອງຕາມຄວາມຮຽກຮ້ອງຕ້ອງການ ໃນການຊີ້ນຳໆພາຂອງ ມຊ. ກໍຄືແຜນການປັບປຸງ ແລະກໍ່ສ້າງພະນັກງານ ຂອງກະຊວງສຶກສາທິການ ແລະກີລາ ໃຫ້ແທດເໝາະກັບສະພາບຄວາມເປັນຈິງຂອງວຽກງານໃນປັດຈຸບັນ; ໃນຕອນບ່າຍວັນທີ 23 ສິງຫາ 2016 ນີ້, ຫ້ອງການຈັດຕັ້ງພະນັກງານ ມະຫາວິທະຍາໄລແຫ່ງຊາດ ໄດ້ຈັດພິທີ ປະກາດການຍົກຍ້າຍ ທ່ານຮອງອະທິການບໍດີໄປຮັບໜ້າທີ່ໃໝ່ ແລະປະກາດແຕ່ງຕັ້ງຮັກສາການຮອງອະທິການບໍດີ ຂຶ້ນທີ່ຫ້ອງປະຊຸມສະໂມສອນຊັ້ນ 2 ມຊ. ໃຫ້ກຽດເຂົ້າຮ່ວມເປັນປະທານໂດຍທ່ານ ຮສ. ປອ. ກອງສີ ແສງມະນີ ຮອງເລຂາຄະນະພັກ, ຮອງລັດຖະມົນຕີ ກະຊວງສຶກສາທິການ ແລະກີລາ, ທ່ານ ສຈ. ປອ. ສົມສີ ຍໍພັນໄຊ ເລຂາຄະນະພັກ, ວ່າການແທນອະທິການບໍດີ ມຊ, ທ່ານ ຄໍາພວງ ບຸນມີໄຊ ຄະນະປະຈໍາພັກກະຊວງສຶກສາທິການ ແລະກີລາ, ຫົວໜ້າຫ້ອງການພັກ ກະຊວງສຶກສາທິການ ແລະກີລາ, ທ່ານ ຈັນສະໝຸດ ແກ້ວສຸດທາ ຫົວໜ້າກົມຈັດຕັ້ງ ແລະພະນັກງານ ກະຊວງສຶກສາທິການ ແລະກີລາ, ມີບັນດາ ຮອງອະທິການບໍດີ, ຄະນະບໍດີ, ຫົວໜ້າຫ້ອງການ, ຜູ້ອໍານວຍການສະຖາບັນ, ຫໍສະໝຸດກາງ, ໂຮງໝໍ, ໂຮງຮຽນ ພ້ອມດ້ວຍພະນັກງານຫຼັກແຫຼ່ງ ອ້ອມຂ້າງ ມຊ ເຂົ້າຮ່ວມ.
ໂອກາດນີ້, ທ່ານ ຈັນສະໝຸດ ແກ້ວສຸດທາ ຫົວໜ້າກົມຈັດຕັ້ງ ແລະພະນັກງານ ກະຊວງສຶກສາທິການ ແລະກີລາ ໄດ້ຂຶ້ນປະກາດການແຕ່ງຕັ້ງ ສະບັບເລກທີ 256 ລົງວັນທີ 4 ສິງຫາ 2016 ວ່າດ້ວຍການແຕ່ງຕັ້ງ ທ່ານ ຮສ. ປອ. ສາຍຂອງ ສາຍນາສິນ ຮອງອະທິການບໍດີ ມຊ. ເປັນຫົວໜ້າກົມການສຶກສາຊັ້ນສູງ ກະຊວງສຶກສາທິການ ແລະກີລາ ແລະໄດ້ປະກາດແຕ່ງຕັ້ງຮັກສາການຮອງອະທິການບໍດີ ສະບັບເລກທີ 3992 ລົງວັນທີ 23 ສິງຫາ 2016 ວ່າດ້ວຍການແຕ່ງຕັ້ງທ່ານ ຮສ.ປອ. ນ. ສົມຈັນ ບຸນພັນມີ ຄະນະບໍດີ ຄະນະວິທະຍາສາດທຳມະຊາດ ເປັນຮັກສາການຮອງອະທິການບໍດີ ມຊ ແລະ ສະບັບເລກທີ 3993 ລົງວັນທີ 23 ສິງຫາ 2016 ວ່າດ້ວຍການແຕ່ງຕັ້ງ ທ່ານ ຮສ.ປອ.ຮຸ່ງເພັດ ຈັນທະວົງ ຄະນະບໍດີ ຄະນະວິທະຍາສາດປ່າໄມ້ ເປັນຮັກສາການຮອງອະທິການບໍດີ ມຊ.
ໃນໂອກາດສໍາຄັນນີ້, ທ່ານ ຮສ. ປອ.ກອງສີ ແສງມະນີ ຮອງລັດຖະມົນຕີ ກະຊວງສຶກສາທິການ ແລະກີລາໄດ້ໃຫ້ກຽດຂຶ້ນໂອລົມຕໍ່ພິທີ, ເຊິ່ງກ່ອນອື່ນທ່ານ ໄດ້ສະແດງຄວາມຍິນດີ ແລະຊົມເຊີຍຕໍ່ຜູ້ທີ່ໄດ້ຮັບການແຕ່ງຕັ້ງ ໃຫ້ໄດ້ຮັບໜ້າທີ່ອັນສໍາຄັນໃນຄັ້ງນີ້, ພ້ອມທັງກ່າວບາງຕອນວ່າ: ການແຕ່ງຕັ້ງຍົກຍ້າຍແມ່ນເປັນເລື່ອງປົກກະຕິຂອງການບໍລິຫານລັດ; ເຊິ່ງທ່ານໄດ້ຮຽກຮ້ອງມາຍັງບັນດາພະນັກງານ ຄູ-ອາຈານ ທັງໝົດຈົ່ງໃຫ້ຄວາມຮ່ວມມື ແລະເຂົ້າໃຈຕໍ່ການປັບປຸງກົງຈັກການຈັດຕັ້ງຂອງກະຊວງ. ພ້ອມທັງໄດ້ເນັ້ນໜັກໃຫ້ຜູ້ທີ່ຖືກແຕ່ງຕັ້ງຈົ່ງພ້ອມກັນປະຕິບັດໜ້າທີ່ຕາມຄວາມຮັບຜິດຊອບ ແລະພາລະບົດບາດຂອງຕົນ ແລະສືບຕໍ່ມູນເຊື້ອຄວາມສາມັກຄີ ອັນເປັນປຶກແຜ່ນທີ່ເຄີຍມີມາ,ສົ່ງເສີມການຮ່ວມມືກັບມະຫາພາກໃຫ້ດີຂຶ້ນ. ສ່ວນການພັດທະນາ ມຊ. ແມ່ນມອບໃຫ້ ການນໍາຂອງ ມຊ. ເປັນຜູ້ບໍລິຫານ. ເພາະວ່າ ມະຫາວິທະຍາໄລແຫ່ງຊາດ ຕ້ອງຖືເອົາສາມວຽກໃຫຍ່ ຄື: ຈັດຕັ້ງການຮຽນ-ການສອນໃຫ້ມີຄຸນນະພາບ, ດຳເນີນການຄົ້ນຄວ້າວິທະຍາສາດໃຫ້ຫຼາກຫຼາຍ ແລະສາມາດບໍລິການວິຊາການໃຫ້ແກ່ສັງຄົມ ໃຫ້ຍົກສາມວຽກນີ້ເປັນຫຼັກ. ໂດຍສະເພາະແມ່ນການຄົ້ນຄວ້າວິທະຍາສາດຕ້ອງໃຫ້ມີຜະລິດຕະພັນອອກສູ່ສັງຄົມ ເພື່ອກຽມຜົນງານວາງສະແດງໃນພິທີສະເຫຼີມ-ສະຫຼອງວັນສ້າງຕັ້ງ ມຊ. ຄົບຮອບ 20 ປີ. ຮຽກຮ້ອງໃຫ້ຄູອາຈານສົ່ງເສີມຫົວຄິດປະດິດສ້າງໃນການຄົ້ນຄວ້າວິໄຈ. ຮຽກຮ້ອງໃຫ້ພະນັກງານ ມຊ. ທຸກຄົນຈົ່ງມີຄວາມຮັບຜິດຊອບຕໍ່ໜ້າທີ່ຂອງຕົນ ຕາມແນວທາງນະໂຍບາຍຂອງພັກ.