ຄສປ ກຽມສົ່ງນັກສຶກສາເຂົ້າຮ່ວມ​​ແຂ່ງຂັນງານອອກແບບສະຖາປັດຕະຍະກໍາລະດັບອາຊີ

1472543146 tmp IMG 9981

1472543146 tmp IMG 9981

           ມະຫາວິທະຍາໄລແຫ່ງຊາດ (ມຊ) ກຽມສົ່ງນັກສຶກສາເຂົ້າຮ່ວມ​​ແຂ່ງຂັນອອກແບບສະຖາປັດຕະຍະກໍາລະດັບອາຊີ The 5th Asian contest of the Architectural Rookies Awardທີ່ປະເທດ ມົງໂກລີ ລະຫວ່າງວັນທີ 29 ກັນຍາ ຫາ 2 ຕຸລາ ເຊິ່ງມີ 17 ປະເທດເຂົ້າຮ່ວມ.

ຕາມການເປີດເຜີຍຂອງທ່ານ ຮສ. ບຸນຖະໄຫວ ແກ້ວປັນຍາ ຮອງຄະນະບໍດີຄະນະສະຖາປັດຕະຍະກໍາສາດໃຫ້ຮູ້ວ່າ: ພວກເຮົາໄດ້ດໍາເນີນການແຂ່ງຂັນອອກແບບສະຖາປັດຕະຍະກໍາໃນວັນທີ 5 ກໍລະກົດ ຫາ 16 ສິງຫາ ຢູ່ຄະນະສະຖາປັດຕະຍະກໍາສາ​ດ ມະຫາວິທະຍາໄລແຫ່ງຊາດ ເຊິ່ງມີນັກສຶກສາເຂົ້າຮ່ວມຈໍານວນ 46 ຄົນ, ຜ່ານການແຂ່ງຂັນຄັດເລືອກໄດ້ຜູ້ຊະນະເລີດ ຄື ນາງ ພິລາວັນ ວາຍຸພັກ ນັກສຶກສາ ປີ 3 ພາກວິຊາສະຖາປັດຕະຍະກໍາ ໃນຫົວຂໍ້ການອອກແບບສູນພັດທະນາເຄື່ອງຈັກສານແບບຈໍາລອງ ແລະ ຈະເປັນຕົວແທນຂອງມະຫາວິທະຍາໄລແຫ່ງຊາດ ກໍຄືເປັນຕົວແທນໃຫ້ແກ່ ສປປ ລາວ ຂົ້າຮ່ວມການແຂ່ງຂັນອອກແບບສະຖາປັດຕະຍະກໍາໃນລະດັບອາຊີ ທີ່ຈະຈັດຂຶ້ນໃນທ້າຍເດືອນກັນຍານີ້.

ສ່ວນ ນາງ ພິລາວັນ ວາຍຸພັກ ກໍ່ໄດ້ສະແດງຄວາມຮູ້ສຶກພາກພູມໃຈ ທີ່ຕົນເອງໄດ້ຮັບເປັນຜູ້ຄັດເລືອກ ແລະຮູ້ສຶກເປັນກຽດທີ່ຈະໄດ້ເປັນຕົວແທນໃຫ້ແກ່ ມຊ. ກໍຄື ສປປ ລາວ ໄປເຂົ້າຮ່ວມການແຂ່ງຂັນໃນລະດັບອາຊີ ພ້ອມນັ້ນກໍໄດ້ໃຫ້ຄຳປະຕິຍານວ່າຈະພະຍາຍາມ​ເຝິກຝົນຫຼໍ່ຫຼອມຕົນເອງໃນການຊອກຮູ້ຮ່ຳຮຽນ ແລະ​ເຝີກຝົນສີມືກ່ຽວກັບການອອກແບບສະຖາປັດຕະຍະກຳ ເພື່ອກຽມພ້ອມເຂົ້າຮ່ວມການແຂ່ງຂັນໃຫ້ໄດ້ຮັບຜົນສຳເລັດ.

ພາບບັນຍາກາດ

ສຳນັກງານໃຫ່ຍ

ບ້ານ ດົງໂດກ
ເມືອງໄຊທານີ, ນະຄອນຫຼວງວຽງຈັນ
ສ.ປ.ປ.ລາວ

ຕິດຕໍ່ພົວພັນ

ໂທ:+856 (21) 770070
ແຟັກ:+856 (21) 770070
ອີເມວ: nuolinfo@nuol.edu.la

ລິຂະສິດ

Copyright © 2021 National University of Laos. All Rights Reserved.