ພາກວິຊາພາສາຫວຽດນາມ ຄອສ ຈັດພິທີສະຫຼຸບຊຸດເຝິກອົບຮົມພາສາຫວຽດນາມ

1472545153 tmp IMG 0094

1472545153 tmp IMG 0094

ໃນຕອນເຊົ້າວັນທີ 26ສິງຫາ 2016 ຜ່ານມານີ້, ພາກວິຊາພາສາຫວຽດນາມ ຄະນະອັກສອນສາດມຊ. ໄດ້ຈັດພິທີສະຫຼຸບການເຝິກອົບຮົມພາສາຫວຽດນາມໃຫ້ນັກສຶກສາລາວທີ່ຈະໄປຮຽນຕໍ່ທີ່ປະເທດ ສສ. ຫວຽດນາມ ຂຶ້ນທີ່ຫ້ອງປະຊຸມຂອງພາກວິຊາພາສາຫວຽດນາມ, ໂດຍການເຂົ້າຮ່ວມເປັນປະທານກ່າວ​ເປີດ​ພິທີຂອງທ່ານ ຮສ. ປອ. ອຸດົມ ພອນຄຳເພັງ ຮອງອະທິການບໍດີ ມຊ, ທ່ານ ອຈ. ໂພໄຊ ເທບວິໄລວົງ ຮອງຄະນະບໍດີ ຄະນະອັກສອນສາດ, ທ່ານ ຮສ. ຄຳສອນ ທອງມີໄຊ ຫົວໜ້າພາກວິຊາພາສາຫວຽດນາມ, ມີບັນດາຮອງຫົວໜ້າຫ້ອງການ, ຫົວໜ້າພະແນກ, ຮອງພະແນກ, ຄູ-ອາຈານພາກວິຊາພາສາຫວຽດນາມ ພ້ອມດ້ວຍນັກສຶກສາທີ່ສໍາເລັດການເຝິກອົບຮົມຈຳນວນ 199ຄົນເຂົ້າຮ່ວມ.

ໂອກາດນີ້, ທ່ານ ຮສ. ຄຳສອນ ທອງມີໄຊ ຫົວໜ້າພາກວິຊາພາສາຫວຽດນາມໄດ້ຂຶ້ນຜ່ານບົດສະຫຼຸບ ເຊິ່ງທ່ານໃຫ້ຮູ້ວ່າ: ການເຝິກອົບຮົມແມ່ນໃຊ້ເວລາ 4 ເດືອນ. ຫຼັກສູດການຮຽນ-ການສອນ ໃຊ້ເວລາ 16 ອາທິດ, ສອນອາທິດລະ 26 ຊົ່ວໂມງລວມທັງໝົດ 2.912ຊົ່ວໂມງ; ໃນນັ້ນ ມີທັງ ອຈ. ຫວຽດນາມ ແລະ ອາຈານລາວໄດ້ຜັດປ່ຽນກັນຂຶ້ນສອນ. ຕະຫຼອດໄລຍະເຝິກອົບຮົມ ຄູ-ອາຈານແຕ່ລະທ່ານມີຄວາມຫ້າວຫັນໃນການສິດສອນໂດຍຈັດຕັ້ງສອນບຳລຸງເພີ່ມ,ຈັດຕັ້ງກວດກາ, ຂຽນທວາຍ, ເຮັດບົດເຝິກຫັດ, ໃຫ້ນັກສຶກສາເຂົ້າຫ້ອງຄອມພິວເຕີຮຽນຕີພິມພາສາຫວຽດນາມ, ນັກສຶກສາທຸກຄົນໄດ້ເອົາໃຈໃສ່ມາຮຽນເປັນປົກກະຕິ, ປະຕິບັດລະບຽບຂອງພາກວິຊາໄດ້ດີ, ນອກຈາກຮຽນໃນຫ້ອງແລ້ວຍັງໄດ້ສ້າງກິດຈະກຳສ້າງຄວາມສາມັກຄີ, ສ້າງຄວາມເບີກບານມ່ວນຊື່ນ ລະຫວ່າງຜູ້ຮຽນດ້ວຍກັນ ແລະຜູ້ຮຽນກັບຄູອາຈານໂດຍສະເພາະແມ່ນການແຂ່ງຂັນເວົ້າ, ອ່ານ, ຫຼີ້ນເກມພາສາຫວຽດນາມແລະແຂ່ງຂັນກິລາບານເຕະເພື່ອສ້າງຄວາມມ່ວນຊື່ນ ແລະຄວາມສາມັກຄີເຊິ່ງກັນ ແລະກັນ.

ຈາກການຮຽນຕົວຈິງ ແລະ ຜົນການກວດການັກສຶກສາທີ່ໄດ້ລະດັບຮຽນເກັ່ງ ຄະແນນ 9-10 ມີ 68 ຄົນ, ຂ້ອນຂ້າງເກັ່ງ ຄະແນນ 7-8 ມີ 106 ຄົນ, ກາງ ຄະແນນ 5-6 ມີ 20 ຄົນ ແລະອ່ອນ 5 ຄົນ.ຈາກນັ້ນ, ທ່ານ ອຈ. ໂພໄຊ ເທບວິໄລວົງ ຮອງຄະນະບໍດີ ຄະນະອັກສອນສາດ ກໍໄດ້ມອບໃບຢັງຢືນໃຫ້ແກ່ນັກສຶກສາຈຳນວນ 199ຄົນ.

ພາບບັນຍາກາດ

ສຳນັກງານໃຫ່ຍ

ບ້ານ ດົງໂດກ
ເມືອງໄຊທານີ, ນະຄອນຫຼວງວຽງຈັນ
ສ.ປ.ປ.ລາວ

ຕິດຕໍ່ພົວພັນ

ໂທ:+856 (21) 770070
ແຟັກ:+856 (21) 770070
ອີເມວ: nuolinfo@nuol.edu.la

ລິຂະສິດ

Copyright © 2021 National University of Laos. All Rights Reserved.