ສະຖາປັດຕະຍະ​ກໍາສາດ​ເລັ່ງສ້າງ​ລຸ້ນສືບ​ທອດ​​​ໃຫ້​ທຽບ​ເທົ່າ​ກັບ​ພາກ​ພື້ນ

1472625820 tmp IMG 9957

1472625820 tmp IMG 9957

          ຄະນະ​ສະຖາປັດຕະຍະ​ກໍາ​ສາດ​ແມ່ນ​ຄະນະ​ໜຶ່ງ​​ຂຶ້ນ​ກັບ​ມະຫາວິທະຍາ​ໄລ​ແຫ່ງ​ຊາດ ​ເຊິ່ງ​ໄດ້​ຮັບ​ການ​ສ້າງ​ຂຶ້ນ​ແຕ່​ປີ 2004 ​ເປັນ​ຕົ້ນ​ມາປະກອບມີ 4 ພາກ​ວິຊາ​ຄື: ພາກ​ວິຊາ​ສະຖາປັດຕະຍະ​ກໍາ​ສາດ, ພາກ​ວິຊາ​ສະພາບ​ແວດ​ລ້ອມ​ພັງ​ເມືອງ​, ພາກ​ວິຊາ​ວິທະຍາ​ການ​ອາຄານ, ພາກ​ວິຊາ​ອອກ​ແບບ​ຜະລິດ​ຕະພັນ ​ແລະ ຕົບ​ແຕ່ງ.

         ທ່ານ ອຈ ນາງ ຈັນ​ສອນ ສຸ​ລິ​ວົງ ຫົວໜ້າ​ພາກ​ວິຊາ​ສະຖາປັດຕະຍະ​ກໍາ​ສາດ ​ໄດ້​ໃຫ້​ສໍາພາດ​ວ່າ: ພາຍຫລັງ​ຄະນະ​ສະ​ປັດຕະຍະ​ກໍາ​ສາດ​ຂອງ​ພວກ​ເຮົາ​ໄດ້​ຮັບ​ການ​ສ້າງ​ຕັ້ງ​ຂຶ້ນ​ແຕ່​ປີ 2004 ຈາກ​ພື້ນຖານ​ສະ​ຖາ​ບັນ​ການ​ສຶກສາ​ທາງ​ດ້ານ​ສະຖາປັດຕະຍະ​ກໍາໃນ​ເບື້ອງ​ຕົ້ນ​ປະກອບ​ມີ​ພຽງ​ແຕ່ 3 ພາກ​ວິຊາ​ເທົ່າ​ນັ້ນ ​ເຊິ່ງມາ​ຮອດ​ປັດຈຸບັນ​ມີ 4 ພາກ​ວິຊາ​ ​ແລະ ມີ 2 ຫລັກສູດ​ຄື​ຫລັກສູດ​ປະລິນຍາ​ຕີປະກອບ​ມີ 5 ສາຂາ​ວິຊາ ​ແລະ ຫລັກສູດ​ປະລິນຍາ​ໂທປະກອບ​ມີ 3 ສາ​ຂາ​ວິຊາ ສ່ວນ​ບຸກຄະລາ​ກອນ​ມີ 75 ທ່ານ, ສໍາລັບ​ນັກ​ສຶກສາ​ປະກອບ​ມີ 1022 ຄົນ ສົກຮຽນ 2015-2016 ​​ໃນ​ນັ້ນ, ​ທາງ​ພາກ​ວິຊາ​ຂອງ​ພວກ​​ເຮົາ​ໄດ້​ມີ​ການ​ແຂ່ງຂັນ​ການ​ອອກ​ແບບ​ສະຖາປັດຕະຍະ​ກໍາ​ສາດ​ໂດຍ​ເລີ່​ມ​ແຕ່​ສົກຮຽນ 2013-2014 ​ເປັນ​ຕົ້ນ​ມາໄດ້​ມີ​ການ​ຄັດ​ເລືອກ​ເອົາ​ນັກ​ສຶກສາ​ເຂົ້າ​ຮ່ວມ​​ການ​ແຂ່ງຂັນ​ອອກ​ແບບ​ໃນ​ລະດັບ​ອາຊີ ​ເຊິ່ງ​ນັກ​ສຶກສາ​ໄດ້​ເຂົ້າ​ຮອບ​ຄັດ​ເລືອກ 1 ​ໃນ 15 ​ເຊິ່ງຈັດ​ຂຶ້ນ​ທີ່​ ສປ ຈີນ, ສ່ວນສົກຮຽນ 2014-2015 ກໍ​ເຊັ່ນ​ດຽວກັນ ທີ່ຈັດ​ຂຶ້ນ​ຢູ່ ສສ ຫວຽດນາມ. ສິ່ງ​ດັ່ງກ່າວ​ໄດ້​ສະ​ແດງ​ເຖິງ​ຄວາມ​ເອົາ​ໃຈ​ໃສ່​ຂອງ​ຄະນະ​ນໍາພາ​ກວິຊາ​ກໍ​ຄື​ຄະນະ​ສະຖາປັດຕະຍະ​ກໍາ​ສາດ​ທີ່​​ໄດ້​ໃກ້​ສິດ​ຕິດ​ແທດ​ກັບ​ບັນດາ​ນັກຮຽນ​-ນັກ​ສຶກສາ​ໃນ​ແຕ່​ລະ​ລຸ້ນ ​ເພື່ອ​ສ້າງ​ບຸກຄະລາ​ກອນ​ໃຫ້​ໄດ້​ມາດຕະຖານ​ຕາມ​ທິດ​ຊີ້​ນໍາ​ຂອງ​ມະຫາ​ວິທະຍາ​ໄລ​ແຫ່ງ​ຊາດ​ກໍ​ຄື​ທິດ​ຊີ້​ນໍາ​ຂອງ​ກະຊວງ​ສຶກສາ​ທິການ ​ແລະ ກິລາ​ວາງ​ອອກ​. ສໍາລັບປີ​ນີ້​​ເປັນ​ປີ​ທີ 3 ທີ່​ພາກ​ສະຖາປັດຕະຍະ​ກໍາ​ສາດ​ໄດ້​ສົ່ງ​ນັກ​ສຶກສາ​ເຂົ້າ​ຮ່ວມ​​ແຂ່ງຂັນໃນ​ລະດັບ​ອາຊີ ທັງ​ນີ້​ເພື່ອ​​ໃຫ້​ນັກຮຽນ-​ນັກ​ສຶກສາ​ໄດ້​ອອກ​ໄປ​ແລກປ່ຽນ​ບົດ​ຮຽນ​ກັບ​ບັນດາ​ພາກ​ພື້ນ ​ແລະ ສາກົນ.

         ນາງ ພິລາ​ວັນ ວາຍຸ​ພັກ ນັກ​ສຶກສາ​ພາກ​ສະຖາປັດຕະຍະ​ກໍາ​ສາດ ປີ​ທີ 3 ​ໄດ້​ໃຫ້​ສໍາພາດ​ວ່າ: ຍ້ອນ​ຄວາມ​ເອົາ​ໃຈ​ໃສ່ຂອງ​ບັນດາ​ຄູ​ອາ​ຈານບວກ​ກັບ​ຄວາມ​ຕັ້ງ​ໃຈ​ຂອງ​ນ້ອງ​ເອງ​ຈຶ່ງ​ໄດ້​ມາ​ຮອດ​ເຖິງ​ຈຸດ​ນີ້ ​​ໃນ​ແຕ່ລະ​ປີ​ທາງ​ພາກ​ວິຊາ​ໄດ້​ມີ​ການ​ແຂ່ງຂັນ​ຫລາຍໆ​ກິດຈະ​ກໍາ​ເພື່ອ​ທົດ​ສອບ​ຄວາມ​ຮູ້, ຄວາ​ມສາມາດ​ຂອງ​ບັນດາ​ນັກຮຽນ​-ນັກ​ສຶກສາ ນອກຈາກ​ຮຽນ​ພາກ​ທິດ​ສະ​ດີ​ແລ້ວ ​ຍັງ​​ເນັ້ນ​ ຮຽນ​ພາກ​ປະຕິບັດ​ອີກ​ດ້ວຍ ​ແລະ ​ປີ​ນີ້​ເປັນ​ປີ​ທໍາອິດ​ທີ່​ນ້ອງ​ໄດ້​ເຂົ້າ​ຮ່ວມ​ຂະ​ບວນການ​ແຂ່ງຂັນ​ທາງ​ພາກ​ວິຊາ​ກໍ​ຄື​ຄະນະ​ສະຖາ​ປັດຕະຍະ​ກໍາ​ສາດຈັດ​ຂຶ້ນ ​ເພື່ອ​ຄັດ​ເລືອກ​ເອົາ​ນັກຮຽນ​ທີ່​ມີ​ຜົນງານ​ດີ​ເດັ່ນ​ເຂົ້າ​ຮ່ວມ​ໃນ​ລະດັບ​ອາຊີ. ການ​ແຂ່ງຂັນ​ໄດ້​ດໍາ​ເນີນ​ແຕ່​ເດືອນ ກໍລະກົດ​ຫາ​ກາງ​ເດືອນ​ສິງຫາ ​ປະກົດ​ວ່າ​ນ້ອງ​ໄດ້​ເຂົ້າ​ຈັດ​ອັນ​ດັບທີ 1 ​​ເຊິ່ງ​ໄດ້​ເປັນ​ຕົວ​ແທນ​ຂອງ​ຄະນະ​ສະຖາປັດຕະຍະ​ກໍາ​ສາດກໍ​ຄື​ເປັນ​ຕົວ​ແທນ​ຂອງ​ປະ​ເທດ​ລາວ​ທີ່​ໄດ້​ເຂົ້າ​ຮ່ວມ​ການ​ແຂ່ງຂັນ​ອອກ   ​ແບ​ບສະຖາປັດຕະຍະ​ກໍາລະດັບ​ອາຊີ ​​ເຊິ່ງຈັດ​ຂຶ້ນ​ທີ່ປະ​ເທດ​ມົງ​ໂກ​ລີ ​ໃນ​ທ້າຍ​ເດືອນ​ກັນຍາ​ນີ້. ຄວາມ​ສໍາ​ເລັດ​ດັ່ງກ່າວ​ນີ້​ຍ້ອນ​ຄວາມ​ເອົາ​ໃຈ​ໃສ່​ຂອງ​ຄູ​ອາຈານ​ທີ່​ໃກ້​ສິດ​ຕິດ​ແທດ​ກັບນັກຮຽນ-​ນັກ​ສຶກສາ​ ​ເພື່ອ​ສ້າງບຸກຄະລາ​ກອນ​ໃຫ້​ມີ​ຄວາມ​ຮູ້, ຄວາມ​ສາມ​າດ​ໃຫ້​ທຽບ​ເທົ່າ​ກັບ​ບັນດາ​ພາກ​ພື້ນ ​ແລະ ສາກົນ.

        ສໍາລັບ​ການ​​ແຂ່ງຂັນ​ອອກ​ແບບ​ສະຖາ​ປັດຕະຍະກໍາ​ລະດັບ​ອາຊີ “The 5th Asian contest of the Architectural Rookie’s Award” ທີ່​​ປະ​ເທ​ດມົງ​ໂກ​ລີ ​ໃນ​ວັນ​ທີ 29 ກັນຍາ ຫາ 2 ຕຸລາ ສ່ວນ​ວັນ​ທີ 27 ກັນຍາ ຈະ​ເລີ່​ມອອກ​ເດີນ​ທາງ​ເພື່ອ​ເຂົ້າ​ຮ່ວມ​ງານ​ດັ່ງ​ກ່າວ.

     ພາບບັນຍາກາດ

ສຳນັກງານໃຫ່ຍ

ບ້ານ ດົງໂດກ
ເມືອງໄຊທານີ, ນະຄອນຫຼວງວຽງຈັນ
ສ.ປ.ປ.ລາວ

ຕິດຕໍ່ພົວພັນ

ໂທ:+856 (21) 770070
ແຟັກ:+856 (21) 770070
ອີເມວ: nuolinfo@nuol.edu.la

ລິຂະສິດ

Copyright © 2021 National University of Laos. All Rights Reserved.