ພິທີສະຫຼຸບງານມະຫາກຳກີລາມະຫາວິທະຍາໄລລາວ ຄັ້ງທີ I

1472630116 tmp IMG 0276

1472630116 tmp IMG 0276

          ໃນຕອນບ່າຍວັນທີ 26 ສິງຫາ 2016 ຜ່ານມານີ້, ມະຫາວິທະຍາໄລແຫ່ງຊາດ ໄດ້ຈັບພິທີສະຫຼຸບຜົນສຳເລັດງານມະຫາກຳກີລາມະຫາວິທະຍາໄລລາວ ຄັ້ງທີ I ຂຶ້ນທີ່ສະໂມສອນເສດຖະສາດ ແລະບໍລິຫານທຸລະກິດ ມຊ. ໂດຍໃຫ້ກຽດເຂົ້າຮ່ວມຂອງທ່ານ ສຈ. ປອ. ສຸກກົງແສງ ໄຊຍະເລີດ ກຳມະການສູນກາງພັກ, ປະທານສະຖາບັນຄົ້ນຄວ້າວິທະຍາສາດແຫ່ງຊາດ, ອະດີດອະທິການບໍດີ ມຊ, ປະທານຈັດງານມະຫາກຳກີລາມະຫາວິທະຍາໄລລາວ ຄັ້ງທີ I ແລະທ່ານ ສົມພູ ພົງສາ ຜູ້ຊ່ວຍລັດຖະມົນຕີ ກະຊວງສຶກສາທິການ ແລະກີລາ, ຮອງປະທານ ແລະເລຂາທິການ ຄະນະກຳມະການໂອແລມປິກແຫ່ງຊາດລາວພ້ອມ​ດ້ວຍ ທ່ານ ສຈ. ປອ. ສົມສີ ຍໍພັນໄຊ ວ່າການແທນອະທິການບໍດີ,ຮອງປະທານຈັດງານມະຫາກຳກີລາມະຫາວິທະຍາໄລລາວ ຄັ້ງທີ I, ປະທານ​ສະຫະພັນ​ກີລາ​ມະຫາວິທະຍາ​ໄລລາ​ວ, ມີຄະນະອະທິການບໍດີ, ຄະນະບໍດີ, ຮອງຄະນະບໍດີ, ຫົວໜ້າຫ້ອງການ, ພະນັກງານ, ຄູ-ອາຈານ ແລະພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມ.

          ໂອກາດນີ້,ທ່ານ ສຈ. ປອ. ສົມສີ ຍໍພັນໄຊ ວ່າການແທນອະທິການບໍດີ, ຮອງປະທານຈັດງານມະຫາກຳກີລາມະຫາວິທະຍາໄລລາວ ຄັ້ງທີ I, ປະທານ​ສະຫະພັນ​ກີລາ​ມະຫາວິທະຍາ​ໄລລາ​ວ, ໄດ້ຂຶ້ນກ່າວລາຍງານວ່າ: ສະຫະພັນກີລາມະຫາວິທະຍາໄລແຫ່ງຊາດລາວ (ສກມລ) ແມ່ນໄດ້ຖືກສ້າງມາແຕ່ປີ 2011 ຕາມຂໍ້ຕົກລົງຂອງລັດຖະບານ ເຊິ່ງມີສິດໜ້າທີ່ໃນການພັດທະນາມະຫາວິທະຍາໄລ, ວິທະຍາໄລ ແລະສະຖາບັນການສຶກສາຊັ້ນສູງທັງພາກລັດ ແລະເອກະຊົນ ຄຽງຄູ່ກັບການພັດທະນາກີລາ-ກາຍະກຳພາຍໃນປະເທດພ້ອມທັງຮ່ວມມືກັບອົງການຈັດຕັ້ງມະຫາກຳກີລາມະຫາວິທະຍາໄລໃນກຸ່ມປະເທດອາຊຽນ ແລະສາກົນ ເພື່ອພັດທະນາກີລາມະຫາວິທະຍາໄລລາວ ໃຫ້ມີຄວາມສາມາດ ເຂົ້າຮ່ວມການແຂ່ງຂັນກີລາໃນຂົງເຂດອາຊຽນ. ດັ່ງນັ້ນ, ພັກ ແລະລັດຖະບານ ຈຶ່ງໄດ້ອະນຸມັດໃຫ້ຈັດການແຂ່ງຂັນ ກມລ1 ຂຶ້ນ ໃນລະຫວ່າງວັນທີ 5-15 ມີນາ 2016 ໂດຍແມ່ນ ມະຫາວິທະຍາ​ໄລ​ແຫ່ງ​ຊາດ ເປັນເຈົ້າພາບຈັດການແຂ່ງຂັນ ພ້ອມທັງແຕ່ງຕັ້ງຄະນະກຳມະການຂຶ້ນ 8 ຄະນະ ປະກອບມີກຳມະການກອງເລຂາ; ພິທີການ ແລະຕ້ອນຮັບ; ກຳມະການເຕັກນິກຈັດການແຂ່ງຂັນ ແລະຂໍ້ມູນ; ກຳມະການເສດຖະກິດ ແລະລະດົມທຶນ; ກຳມະການພິທີການ ແລະເປີດ-ປິດ; ກຳມະການໂຄສະນາຂ່າວສານ ແລະຍ້ອງຍໍ; ກຳມະການສະຖານທີ່, ທີ່ພັກ-ອາຫານ ແລະຂົນສົ່ງ; ກຳມະການແພດ ແລະສຸຂະພາບ ແລະກຳມະການປ້ອງກັນຄວາມສະຫງົບ ເຊິ່ງມີ 9 ພາກສ່ວນເຂົ້າຮ່ວມການແຂ່ງຂັນ, ໃນນີ້ ມີ ມະຫາວິທະຍາ​ໄລ​ແຫ່ງ​ຊາດ, ມະຫາວິທະຍາໄລວິທະຍາສາດສຸຂະພາບ, ວິທະຍາໄລປ້ອງກັນຄວາມສະຫງົບ, ວິທະຍາຄານປ້ອງກັນປະເທດ, ມະຫາວິທະຍາໄລຈຳປາສັກ, ມະຫາວິທະຍາໄລສະຫວັນນະເຂດ, ມະຫາວິທະຍາໄລສຸພານຸວົງ, ວິທະຍາໄລພາກລັດ, ວິທະຍາໄລພາກເອກະຊົນ ແລະ ສະມາຄົມການສຶກສາເອກະຊົນ ມີີນັກກີລາທັງໝົດ 1.455 ຄົນ, ຄູເຝິກ 364 ຄົນ ແລະຄະນະນຳຈາກ 9 ພາກສ່ວນ ຈຳນວນ 181 ຄົນ ແລະ ມີການຊີງໄຊກັນທັງໝົດ 91 ລາຍການຄື: 91 ຫຼຽນຄໍາ, 91 ຫຼຽນເງິນ ແລະ 91 ຫຼຽນທອງ ຈາກທັງໝົດ 9 ປະເພດກີລາ.

          ທ່ານ ສຈ. ປອ. ສົມສີ ຍໍພັນໄຊ ກ່າວຕື່ມອີກວ່າ: ຕະຫຼອດໄລຍະຈັດການແຂ່ງຂັນທຸກຄະນະກຳມະການຝ່າຍຕ່າງໆ ແມ່ນປະກອບດ້ວຍຫຼາຍອະນຸກຳມະການທີ່ເຮັດວຽກຕາມພາລະບົດບາດຂອງຕົນເອງຢ່າງຈິງຈັງດ້ວຍຄວາມບຸກບືນເອົາໃຈໃສ່ຢ່າງສູງ ປະກອບສ່ວນສ້າງຜົນງານ ການຈັດການແຂ່ງຂັນງານກີລາ ກມລ1 ປະສົບຜົນສຳເລັດຕາມຄາດໝາຍທີ່ວາງໄວ້. ຕໍ່ກັບຜົນງານທີ່ກ່າວມານັ້ນ ຈຶ່ງໄດ້ມີການຍ້ອງຍໍຊົມເຊີຍ ບັນດາບຸກຄະລາກອນ ທີ່ມີຜົນງານດີເດັ່ນຄື: ມອບຫຼຽນໄຊແຮງງານ ຊັ້ນ 2 ຈຳນວນ 38 ທ່ານ ແລະ 1 ກົມກອງ, ຫຼຽນໄຊແຮງງານຊັ້ນ 3 ຈຳນວນ 117 ທ່ານ ແລະ 1 ກົມກອງ, ຫຼຽນກາ ຈຳນວນ 228 ທ່ານ, ໃບຍ້ອງຍໍລັດຖະບານ ຈຳນວນ 334 ທ່ານ, ໃບຍ້ອງຍໍລັດຖະມົນຕີ ສສກ ຈຳນວນ 9 ທ່ານ ແລະໃບຍ້ອງຍໍປະທານຈັດງານ ຈຳນວນ 1.162 ທ່ານ.

          ສຳລັບຜົນການແຂ່ງຂັນ ກມລ1 ເຈົ້າຫຼຽນຄຳ ຕົກເປັນຂອງ ເຈົ້າພາບ ມຊ. ສາມາດກວາດໄດ້ 35 ຫຼຽນຄຳ, 26 ຫຼຽນເງິນ ແລະ 46 ຫຼຽນທອງ ລວມ 107 ຫຼຽນ; ອັນດັບ 2 ມະຫາວິທະຍາໄລສຸຂະພາບ ຍາດໄດ້ 16 ຫຼຽນຄໍາ, 14 ຫຼຽນເງິນ ແລະ 9 ຫຼຽນທອງ ລວມ 39 ຫຼຽນ; ອັນດັບ 3 ວິທະຍາໄລປ້ອງກັນຄວາມສະຫງົບ ໄດ້ 14 ຫຼຽນຄໍາ, 11 ຫຼຽນເງິນ ແລະ 15 ຫຼຽນທອງ ລວມ 40 ຫຼຽນ; ອັນດັບ 4 ວິທະຍາຄານປ້ອງກັນປະເທດ ໄດ້ 7 ຫຼຽນຄໍາ, 4 ຫຼຽນເງິນ ແລະ 5 ຫຼຽນທອງ ລວມ 16 ຫຼຽນ; ອັນດັບ 5 ມະຫາວິທະຍາໄລຈຳປາສັກ ໄດ້ 6 ຫຼຽນຄໍາ, 12 ຫຼຽນເງິນ ແລະ 10 ຫຼຽນທອງ ລວມ 28 ຫຼຽນ; ອັນດັບ 6 ມະຫາວິທະຍາໄລສະຫວັນນະເຂດ ໄດ້ 5 ຫຼຽນຄໍາ, 10 ຫຼຽນເງິນ ແລະ 15 ຫຼຽນທອງ ລວມ 30 ຫຼຽນ; ອັນດັບ 7 ສະມາຄົມການສຶກສາເອກະຊົນ ໄດ້ 4 ຫຼຽນຄໍາ, 1 ຫຼຽນເງິນ ແລະ 6 ຫຼຽນທອງ ລວມ 11 ຫຼຽນ; ອັນດັບ 8 ວິທະຍາໄລພາກລັດໄດ້ 2 ຫຼຽນຄໍາ, 8 ຫຼຽນເງິນ ແລະ7 ຫຼຽນທອງ ລວມ 17 ຫຼຽນ ແລະອັນດັບ 9 ມະຫາວິທະຍາໄລສຸພານຸວົງ ໄດ້ 2 ຫຼຽນຄໍາ, 5 ຫຼຽນເງິນ ແລະ 11 ຫຼຽນທອງ ລວມ 18 ຫຼຽນ.

ພາບບັນຍາກາດ

ສຳນັກງານໃຫ່ຍ

ບ້ານ ດົງໂດກ
ເມືອງໄຊທານີ, ນະຄອນຫຼວງວຽງຈັນ
ສ.ປ.ປ.ລາວ

ຕິດຕໍ່ພົວພັນ

ໂທ:+856 (21) 770070
ແຟັກ:+856 (21) 770070
ອີເມວ: nuolinfo@nuol.edu.la

ລິຂະສິດ

Copyright © 2021 National University of Laos. All Rights Reserved.