ງານສົ່ງເສີມການປະກອບອາຊີບ ແລະບຸນປີໃໝ່ຢີ່ປຸ່ນ 13-14 ມັງກອນ 2017 ທີ່ສະຖາບັນພັດທະນາຊັບພະຍາກອນມະນຸດລາວ-ຢີ່ປຸ່ນ.

ໃນວັນທີ 13 ມັງກອນ 2017 ທີ່ສະຖາບັນພັດທະນາຊັບພະຍາກອນມະນຸດລາວຢີ່ປຸ່ນ (LJI) ໄດ້ຈັດງານສົ່ງເສີມການປະກອບອາຊີບ ແລະບຸນປີໃໝ່ຂອງຢີ່ປຸ່ນ (Job Fair & Japanese New Year Festival) 13-14/01/2017 ເຊີ່ງເປັນກຽດເຂົ້າຮ່ວມໃນພິທີຂອງທ່ານ ຕາເກຊິ ຮິກິຮາຣະ (Mr.Takeshi HIKIHARA) ເອກອັກຄະລັດຖະທູດຢີ່ປຸ່ນປະຈຳລາວ, ທ່ານ ຮສ. ປອ. ສົມຈັນ ບຸນພັນມີ ຮອງອະທິການບໍດີ ມະຫາວິທະຍາໄລແຫ່ງຊາດ, ທ່ານ ຊີດາ ມາກິໂມໂຕະ (Mr.Saeda MAKIMOTO) ຮອງຫົວໜ້າອົງການ JICA ປະຈຳ ສປປ ລາວ, ທ່ານ ຮສ. ປອ. ບຸນລ້ວນ ດ້ວງເງິນ ຜູ້ອຳນວຍການສະຖາບັນພັດທະນາຊັບພະຍາກອນມະນຸດລາວ-ຢີ່ປຸ່ນ ພ້ອມດ້ວຍ ທ່ານຫົວໜ້າຫ້ອງການ, ຮອງຫົວໜ້າຫ້ອງການ, ພະນັກງານຄູ-ອາຈານ, ບັນດາຫ້າງຮ້ານ ບໍລິສັດ ແລະນັກສຶກສາ ເຂົ້າຮ່ວມຢ່າງພ້ອມພຽງ.
ໂອກາດນີ້ທ່ານ ຮສ. ປອ. ສົມຈັນ ບຸນພັນມີ ຮອງອະທິການບໍດີ ມຊ. ໄດ້ຂຶ້ນກ່າວເປີດພິທີວ່າ: ມະຫາວິທະຍາໄລແຫ່ງຊາດມີວິໄສທັດໃນການການເປັນສະຖາບັນການສຶກສາທີ່ມີຄຸນນະພາບໃນລະດັບພາກພື້ນ ແລະສາກົນ, ການພັດທະນາຊັບພະຍາກອນມະນຸດໃຫ້ພຽງພໍກັບຕະຫຼາດແຮງງານໃນທາງດ້ານປະລິມານ ກໍ່ຄືຄຸນນະພາບໄປຄຽງຄູ່ກັບວຽກງານການຄົ້ນຄວ້າວິທະຍາສາດ ແລະບໍລິການທາງດ້ານວິຊາການໃຫ້ແກ່ຂະແໜງຕ່າງໆ ແລະສົ່ງເສີມການອານຸລັກສີລະປະ-ວັດທະນະທຳຂອງຊາດ. ງານສົ່ງເສີມການປະກອບອາຊີບ ແລະບຸນປີໃໝ່ຢີ່ປຸ່ນຄັ້ງນີ້ມີຄວາມສຳຄັນຫຼາຍ ເປັນຕົ້ນແມ່ນການເປີດໂອກາດໃຫ້ນັກຮຽນນັກສຶກສາໄດ້ຮູ້ຂໍ້ມູນກ່ຽວກັບຄວາມຕ້ອງການ ການດ້ານແຮງງານຂອງບັນດາບໍລິສັດຢີ່ປຸ່ນ, ເປັນການສົ່ງເສີມການແລກປ່ຽນວັດທະນະທຳລະຫວ່າງສອງປະເທດຄື ລາວ ແລະຢີ່ປຸ່ນ, ເປີດໂອກາດໃຫ້ນັກສຶກສາສະແດງຄວາມຮູ້ຄວາມສາມາດໃນດ້ານພາສາ ແລະວັດທະນະທຳ.
ໃນຂະນະດຽວກັນພະນະທ່ານ ທາເກຊິ ຮິກິຮາຣະ (Mr.Takeshi HIKIHARA) ເອກອັກຄະລັດຖະທູດຢີ່ປຸ່ນປະຈຳລາວ ກໍ່ໄດ້ກ່າວຕື່ມອີກວ່າ: ສອງປະເທດລາວ ແລະຢີ່ປຸ່ນແມ່ນມີການຮ່ວມມືກັນໃນຫຼາຍດ້ານເປັນຕົ້ນແມ່ນ ສາມາດສືບຕໍ່ເຊື່ອມຊືມສະພາບແວດລ້ອມການລົງທຶນໃນລາວໃຫ້ດີຂຶ້ນ, ປະຈຸບັນນີ້ມີບໍລິສັດຢີ່ປຸ່ນທີ່ມາລົງທຶນໃນ ສປປ ລາວ ທັງໝົດ 135 ບໍລິສັດ ບັນດາບໍລິສັດເຫຼົ່ານີ້ແມ່ນໄດ້ສ້າງວຽກເຮັດງານທຳ ແລະພັດທະນາທາງດ້ານວິຊາການໃຫ້ແກ່ພະນັກງານ, ສ້າງສາຍພົວພັນທີ່ຕ່າງຝ່າຍຕ່າງກໍ່ໄດ້ຮັບຜົນປະໂຫຍດ ແລະສືບຕໍ່ການລົງທຶນໃນ ສປປ ລາວໃຫ້ນັບມືນັບຫຼາຍຂຶ້ນ.
ຫຼັງຈາກນັ້ນກໍ່ໄດ້ມີການຕີຖັງໄມ້ເພື່ອເປັນການເປີດພິທີຢ່າງເປັນທາງການ ແລະຮ່ວມກັນຖ່າຍພາບເພື່ອເປັນທີສະນຶກອີກດ້ວຍ. ໃນການຈັດງານຄັ້ງມີ 7 ບໍລິສັດຂອງຢີ່ປຸ່ນ ທີ່ເປີດຮັບສະໝັກພະນັກງານໃນສາຂາວິຊາຕ່າງໆ.