ງານສະເຫຼີມສະຫຼອງ ວັນບຸນປີໃໝ່ ກຸດຈີນຂອງນັກສຶກສາຈີນທີ່ສຶກສາຢູ່ມະຫາວິທະຍາໄລແຫ່ງຊາດ ປະຈຳປີ 2017

ໃນຕອນຄໍ່າ ວັນທີ 13 ມັງກອນ 2017 ສະຖານທູດຈີນປະຈຳ ສປປ ລາວ ຮ່ວມກັບຄະນະ ນັກສຶກສາຈີນ ທີ່ສຶກສາຢູ່ມະຫາວິທະຍາໄລແຫ່ງຊາດ. ໄດ້ຈັດງານສະເຫຼີມສະຫຼອງບຸນປີໃໝ່ກຸດຈີນ ປະຈຳປີ 2017 ຂຶ້ນທີ່ສະໂມສອນໃຫ່ຍ ມະຫາວິທະຍາໄລແຫ່ງຊາດ, ໂດຍເປັນກຽດເຂົ້າຮ່ວມຂອງທ່ານ ຮສ. ປອ. ສົມຈັນ ບຸນພັນມີ ຮອງອະທິການບໍດີ ມະຫາວິທະຍາໄລແຫ່ງຊາດ, ທ່ານ ຈ້າວເຊິ່ງ ກ່າງ (Mr. Zhaocheng gang) ທີ່ປຶກສາທູດການເມືອງ ຈີນປະຈຳ ສປປ ລາວ, ທ່ານ ຫົງຈ່ຽງ (Mr. Hong Jiang) ເລຂາເອກອັກຄະລັດຖະທູດຈີນ ປະຈໍາ ສປປ ລາວ, ພ້ອມດ້ວຍ ບັນທ່ານຫົວໜ້າ ຫ້ອງການຄຸ້ມຄອງນັກສຶກສາ, ຮອງຫົວໜ້າຫ້ອງການພົວພັນຕ່າງປະເທດ, ຮອງຫົວໜ້າຫ້ອງການສັງລວມ, ພະນັກງານຄູ-ອາຈານ, ແຂກທີ່ຖືກເຊີນ ແລະນັກສຶກສາເຂົ້າຮ່ວມ.
ໃນໂອກາດນີ້ ທ່ານ ຮສ. ປອ. ສົມຈັນ ບຸນພັນມີ ຮອງອະທິການບໍດີ ມະຫາວິທະຍາໄລແຫ່ງຊາດໄດ້ຂຶ້ນກ່າວວ່າ: ມະຫາວິທະຍາໄລ ເປັນມະຫາວິທະຍາໄລທີ່ໃຫ່ຍທີ່ສຸດໃນ ສປປ ລາວ ມີນັກສຶກສາທັງໝົດ 19,828,000 ຄົນ (ໃນນັ້ນ, ນັກສຶກສາຕ່າງປະເທດທັງໝົດ 679ຄົນ), ມີນັກສຶກສາຈີນ 300 ຄົນ ເຊິ່ງນັກສຶກສາເຫຼົ່ານີ້ແມ່ນມາຈາກ 7 ມະຫາວິທະຍາໄລຂອງ ສປ ຈີນ. ຕະຫຼອດໄລຍະເວລາທີ່ຜ່ານມາ ມະຫາວິທະຍາໄລແຫ່ງຊາດ ໄດ້ມີການຮ່ວມມືກັບຫຼາຍມະຫາວິທະຍາໄລຂອງ ສປ ຈີນ ເຊັ່ນ: ມະຫາວິທະຍາໄລ ຫູໜານ, ມະຫາວິທະຍາໄລ ຄຸນໝິງ, ມະຫາວິທະຍາໄລ ຊູໂຈວ ແລະອື່ນໆ ເຖິ່ງ 31 ສະຖາບັນ. ນອກນັ້ນລັດຖະບານຈີນກໍ່ຍັງໃຫ້ທຶນການສຶກສາ ແລະທຶນຄົ້ນຄວ້າແກ່ ສປປ ລາວ. ດັ່ງນັ້ນ ຂ້າພະເຈົ້າຂໍຕາງໜ້າໃຫ້ຄະນະນຳ ມຊ. ສະແດງຄວາມຮູ້ບຸນຄຸນຕໍ່ກັບການໃຫ້ການຊ່ວຍເຫຼືອຂອງລັດຖະບານຈີນ ແລະໂອກາດນີ້ກໍຂໍອວຍພອນມາຍັງບັນດາທ່ານ ຈົ່ງປະສົບຜົນສຳເລັດໃນໜ້າທີ່ການງານ ແລະມີສຸຂະພາບແຂງແຮງຕະຫຼອດປີໃໝ່ 2017 ດ້ວຍ.
ໃນຂະນະດຽວກັນ ທ່ານ ຫົງຈ່ຽງ (Mr. Hong Jiang) ເລຂາເອກອັກຄະລັດຖະທູດຈີນ ປະຈໍາ ສປປ ລາວກໍໄດ້ກ່າວຕື່ມອີກວ່າ: ໃນປີ 2016 ທີ່ຜ່ານມາສຳລັບ ສປ ຈີນ ແມ່ນຖືວ່າເປັນປີສຳຄັນໃນການສະເຫຼີມສະຫຼອງວັນສ້າງຕັ້ງພັກກອມມູນນິດຈີນຄົບຮອບ 95 ປີ ແລະຜົນສຳເລັດຂອງການຈັດກອງປະຊຸມ ຫາງໂຈວ ຫຼື G20. ເຊິ່ງເຮັດ ສປ ຈີນ ໄດ້ມີການພົວພັນຮ່ວມມືກັບຫຼາກຫຼາຍປະເທດໃນທົ່ວໂລກ ແລະໃນຂະນະດຽວກັນ ສປ ຈີນ ກໍໄດ້ມີສາຍພົວພັນທາງດ້ານການທູດກັບ ສປປ ລາວ ຄົບຮອບ 55 ປີ ອີກດ້ວຍ, ການພົວພັນຂອງສອງປະເທດ ລາວ-ຈີນ ແມ່ນໄດ້ມີການຂະຫຍາຍຕົວ ແລະຮ່ວມມືກັນໃນຫຼາຍດ້ານ ເຊັ່ນ: ດ້ານ ເສດຖະກິດ-ການຄ້າ, ການກໍ່ສ້າງ ແລະການລົງທຶນໃນການພັດທະນາເສດຖະກິດຢູ່ ສປປ ລາວ. ໃນວັນທີ 25 ທັນວາ 2016 ທີ່ຜ່ານນີ້ ລັດຖະບານລາວ ແລະຈີນໄດ້ມີພິທີເຊັນສັນຍາການກໍ່ສ້າງທາງລົດໄຟ ລາວ-ຈີນ ຂຶ້ນທີ່ແຂວງ ຫຼວງພະບາງ ຖືວ່າເປັນຂີດໝາຍທີ່ສຳຄັນໃຫ້ແກ່ການພົວພັນຮ່ວມມືໃຫ້ແໜ້ນແຟ້ນຍິ່ງຂຶ້ນ, ນອກນັ້ນ ການຮ່ວມມືກັນທາງດ້ານການສຶກສາກໍ່ມີບາດກ້າວຂະຫຍາຍຕົວຂຶ້ນ ມີນັກສຶກສາລາວທີ່ສຶກສາໃນປະເທດຈີນຈຳນວນ 6000 ຄົນ. ໃນນັ້ນ, ຜູ້ທີ່ໄດ້ຮັບທຶນການສຶກສາຈາກລັດຖະບານຈີນມີທັງໝົດ 1000 ກວ່າຄົນ, ປະເທດລາວຖືວ່າເປັນປະເທດໜຶ່ງທີ່ໄດ້ຮັບທຶນການສຶກສາຈາກລັດຖະບານຈີນຫຼາຍທີ່ສຸດໃນທະວີບ ອາຊີ. ພ້ອມກັນນັ້ນ ມະຫາວິທະຍາໄລຊັ້ນສູງຂອງຈີນຍັງໄດ້ສົ່ງນັກສຶກສາ ຈຳນວນ 200 ກວ່າຄົນ, ມາແລກປ່ຽນການສຶກສາ ທີ່ມະຫາວິທະຍາໄລແຫ່ງຊາດອີກດ້ວຍ, ໃນໂອກາດນີ້ຂ້າພະເຈົ້າຂໍອວຍພອນປີໃໝ່ແກ່ຄະນະນຳ ມຊ. ພະນັກງານ ຄູ-ອາຈານ ແລະນັກສຶກສາຈົ່ງມີສຸຂະພາບແຂງແຮງ ປະສົບຜົນສຳເລັດໃນໜ້າທີ່ການງານ.
ພາຍຫຼັງກ່າວເປີດພິທີຢ່າງເປັນທາງການແລ້ວ ໃນງານຍັງໄດ້ມີການສະແດງສິລະປະການຟ້ອນ,ການສະແດງລະຄອນ, ການເຕັ້ນ ທີ່ວັດທະນະທຳພື້ນເມືອງຂອງຈີນ ໂດຍແຕ່ລະລາຍການແມ່ນນຳສະແດງໂດຍນັກສຶກສາຈີນ ແລະນັກສຶກສາລາວທີ່ມະຫາວິທະຍາໄລແຫ່ງຊາດ ແລະທີ່ສຳຄັນໃນພິທີກໍຍັງມີການຈັບສະຫຼາກຊິງລາງວັນສຳລັບຜູ້ທີ່ເຂົ້າຮ່ວມງານອີກດ້ວຍ.