ຫ້ອງການສັງລວມ ມຊ. ຕ້ອນຮັບການຢ້ຽມຢາມຂອງຄະນະ ວິທະຍາໄລສົງ ໂພຂຸນຜາເມືອງ, ເພັດຊະບູນ ຈາກ ປະເທດໄທ

1487559546 tmp IMG 1076

1487559546 tmp IMG 1076

ໃນຕອນເຊົ້າວັນທີ 17 ກຸມພາ 2017, ຫ້ອງການສັງລວມ ມຊ. ໄດ້ຕ້ອນຮັບການຢ້ຽມຢາມຂອງ ວິທະຍາໄລສົງ ໂພຂຸນຜາເມືອງ, ເພັດຊະບູນ ຂອງມະຫາວິທະຍາໄລ ມະຫາຈຸລາລົງກອນລາດຊະວິທະຍາໄລ (ປະເທດໄທ), ໃຫ້ກຽດຕ້ອນຮັບການຢ້ຽມຢາມຄັ້ງນີ້ໂດຍທ່ານ ຮສ. ປອ. ບົວດຳ ແສງຄຳຄຸດລາວົງ ຫົວໜ້າຫ້ອງການສັງລວມ ມຊ. ແລະຄະນະສົງ, ຄາລະວາດທີ່ມາຢ້ຽມຢາມ ເຊິ່ງນຳພາໂດຍ ພຣະອາຈານ ປອ. ສິຣິພັດ ຈະຣາໂສພິດ ຮອງຜູ້ອຳນວຍການວິທະຍາໄລສົງ ໂພຂຸນຜາເມືອງ, ເພັດຊະບູນ ຂອງມະຫາວິທະຍາໄລ ມະຫາຈຸລາລົງກອນລາດຊະວິທະຍາໄລ, ທ່ານ ປອ. ວິຣັດ ຊັດວິໂລດ ວິທະຍາໄລສົງ ໂພຂຸນຜາເມືອງ, ເພັດຊະບູນ ຜູ້ຊ່ຽວຊານພິເສດ ມະຫາວິທະຍາໄລ ມະຫາຈຸລາລົງກອນລາດຊະວິທະຍາໄລ, ພ້ອມດ້ວຍຄະນະຈຳນວນ 44 ທ່ານ ແລະທ່ານ ອຈ. ນາງ ມະນີສຸກ ຈຽມສີສຸລາດ ຮອງຫົວໜ້າຫ້ອງການສັງລວມ ມຊ. ເປັນຄະນະຈັດຕັ້ງພິທີ, ທ່ານຮອງຫົວໜ້າຫ້ອງການວິຊາການ, ຫ້ອງການພົວພັນຕ່າງປະເທດ, ອາຈານຈາກ ຄະນະອັກສອນສາດ ກໍເປັນກຽດເຂົ້າຮ່ວມ.

ໃນການຢ້ຽມຢ້າມ ມະຫາວິທະຍາໄລແຫ່ງຊາດ ໃນຄັ້ງນີ້ກໍ່ແມ່ນເພື່ອມາແລກປ່ຽນບົດຮຽນນຳກັນ, ໂອກາດນີ້ທ່ານ ຮສ. ປອ. ບົວດຳ ແສງຄຳຄຸດລາວົງ ຫົວໜ້າຫ້ອງການສັງລວມ ມຊ. ກໍໄດ້ຂຶ້ນຕ້ອນຮັບການຢ້ຽມຢາມ ແລະລາຍງານສະພາບ ມຊ. ໂດຍຫຍໍ້ວ່າ: ທັງສອງປະເທດລາວ-ໄທ ປຽບສະເໜືອນເພື່ອນມິດສະຫາຍບ້ານໃກ້ເຮືອນກ້ຽງ, ຕະຫຼອດໄລຍະເວລາທີ່ຜ່ານມາພວກເຮົາກໍ່ໄດ້ມີການຮ່ວມມືນຳກັນໃນຫຼາຍດ້ານ ແລະສະເພາະກັບ ມະຫາວິທະຍາໄລແຫ່ງຊາດແມ່ນມີບົດບັນທຶນການຮ່ວມມືກັບບັນດາມະຫາວິທະຍາໄລ ແລະສະຖາບັນຂອງປະເທດໄທ ທັງໝົດ 36 ສະບັບ ໃນນັ້ນ ແມ່ນກວມເອົາການຮ່ວມມື ທາງດ້ານການແລກປ່ຽນພະນັກງານ, ຄູ-ອາຈານແລະນັກສຶກສາ; ຈັດກິດຈະກຳການຄົ້ນຄວ້າວິທະຍາສາດຮ່ວມກັນ; ເຂົ້າຮ່ວມກອງປະຊຸມ ແລະສຳມະນາທາງດ້ານວິຊາການ; ແລກປ່ຽນວັດຖຸອຸປະກອນ ແລະຂໍ້ມູນຂ່າວສານຕ່າງໆ. ພ້ອມນັ້ນ ຂໍອວຍພອນໃຫ້ກັບຄະນະ ທີ່ເດີນທາງມາຢ້ຽມໃນມື້ນີ້ຈົ່ງມີສຸຂະພາບແຮງ ເດີນທາງກັບປະເທດດ້ວຍຄວາມສະຫວັດດີພາບ.

ໃນໂອກາດດຽວກັນ ພຣະອາຈານ ສິຣິພັດ ຈະຣາໂສພິດ ຮອງຜູ້ອຳນວຍການວິທະຍາໄລສົງ ໂພຂຸນຜາເມືອງ, ເພັດຊະບູນ ຂອງມະຫາວິທະຍາໄລ ມະຫາຈຸລາລົງກອນລາດຊະວິທະຍາໄລ ກໍ່ໄດ້ສະແດງຄວາມຂອບໃຈຢ່າງສູງມາຍັງການຕ້ອນຮັບອັນອົບອຸ່ນຈາກທາງ ມະຫາວິທະຍາໄລແຫ່ງຊາດລາວ ພ້ອມກັນນັ້ນທັງສອງມະຫາວິທະຍາໄລກໍ່ຍັງໄດ້ມີການຮ່ວມສົນທະນາແລກປ່ຽນບົດຮຽນທາງດ້ານວິຊາການໆຮ່ວມມືກັນໃນອານາຄົດ ແລະມີການມອບຂອງທີ່ລະນຶກ ພ້ອມທັງຖ່າຍພາບຮ່ວມກັນອີກດ້ວຍ.

ພາບບັນຍາກາດ

ສຳນັກງານໃຫ່ຍ

ບ້ານ ດົງໂດກ
ເມືອງໄຊທານີ, ນະຄອນຫຼວງວຽງຈັນ
ສ.ປ.ປ.ລາວ

ຕິດຕໍ່ພົວພັນ

ໂທ:+856 (21) 770070
ແຟັກ:+856 (21) 770070
ອີເມວ: nuolinfo@nuol.edu.la

ລິຂະສິດ

Copyright © 2021 National University of Laos. All Rights Reserved.