ຄະນະຜູ່ແທນສະມາຄົມ ມິດຕະພາບ ຫວຽດນາມ-ລາວຂັ້ນສູນກາງ ຢ້ຽມຢາມ ມຊ
ໃນຕອນເຊົ້າວັນທີ 18 ກຸມພາ 2017 ນີ້, ຄະນະຜູ້ແທນສະມາຄົມ ມິດຕະພາບຫວຽດນາມ-ລາວ ຂັ້ນສູນກາງ ສສ ຫວຽດນາມ. ນໍາໂດຍທ່ານ ປອ. ຕະມິງເຈົ່າ ຮອງປະທານສະມາຄົມມິດຕະພາບ ຫວຽດນາມ-ລາວ, ອະດີດເອກອັກຄະລັດຖະທູດ ສສ ຫວຽດນາມ ປະຈຳ ສປປ ລາວ ພ້ອມດ້ວຍຄະນະ. ໂດຍການນໍາທາງ ຂອງທ່ານ ຮສ. ປອ. ສາຍຂອງ ສາຍນາສິນ ຫົວໜ້າກົມການສຶກສາຊັ້ນສູງ ກະຊວງສຶກສາທິການ ແລະກີລາ, ຮອງປະທານສະມາຄົມມິດຕະພາບລາວ-ຫວຽດນາມ, ອະດີດຮອງອະທິການບໍດີ ມຊ. ໄດ້ມາຢ້ຽມຢາມ ມຊ. ໂດຍທ່ານ ຮສ. ປອ. ສົມຈັນ ບຸນພັນມີ ຮອງອະທິຫານບໍດີ ມຊ. ພ້ອມດ້ວຍຫົວໜ້າຫ້ອງການ, ພະນັກງານທີ່ກ່ຽວຂ້ອງ, ມີຕາງໜ້ານັກສຶກສາຫວຽດນາມທີ່ສຶກສາຢູ່ ມຊ ແລະນັກສຶກສາລາວທີ່ຮຽນພາສາຫວຽດນາມໃຫ້ກຽດຕ້ອນຮັບ ທີ່ຫ້ອງປະຊຸມຕຶກສໍານັກງານອະທິການບໍດີ ມຊ.
ໂອກາດນີ້ ທ່ານ ຮສ. ປອ. ສົມຈັນ ບຸນພັນມີ ຮອງອະທິຫານບໍດີ ມຊ. ໄດ້ກ່າວຕ້ອນຮັບ ແລະສະແດງຄວາມຍິນດີ ຕໍ່ການມາຢ້ຽມຢາມ ມຊ. ຂອງຄະນະຜູ້ແທນດັ່ງກ່າວ, ພ້ອມທັງໄດ້ກ່າວລາຍງານສະພາບລວມໂດຍຫຍໍ້ຂອງ ມຊ. ໂດຍສະເພາະແມ່ນການຮ່ວມມື ແລະການຊ່ວຍເຫຼືອຂອງລັດຖະບານຫວຽດນາມ, ເຊິ່ງທ່ານໄດ້ກ່າວບາງຕອນວ່າ: ໃນໄລຍະຜ່ານມາ ມຊ. ໄດ້ຮ່ວມກັບ ມະຫາວິທະຍາໄລເສດຖະກິດແຫ່ງຊາດ ສສ ຫວຽດນາມ ເປີດຫຼັກສູດ ປະລິນຍາໂທ ແລະປະລິນຍາເອກ ທີ່ຄະນະເສດຖະສາດ ແລະບໍລິຫານທຸລະກິດ ແລະຫວ່າງບໍ່ດົນມານີ້ ມຊ. ກໍຍັງເປັນກຽດຕ້ອນຮັບການຢ້ຽມຢາມ ຂອງທ່ານ ຫງວຽນ ຝູ ຈ້ອງ, ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກກອມມູນິດ ສສ ຫວຽດນາມ ໃນວັນທີ 25 ພະຈິກ 2016 ແລະເຊິ່ງໃນໂອກາດມາຢ້ຽມຢາມ ມຊ. ເພີ່ນໄດ້ມອບເຄື່ອງຄອມພີວເຕີໃຫ້ແກ່ ມຊ. ຈຳນວນ 30 ຊຸດ, ໃນປັດຈຸບັນໄດ້ສ້າງເປັນຫ້ອງຮຽນຄອມພິວເຕີໃຫ້ແກ່ນັກສຶກສາໄດ້ນຳໃຊ້ເປັນທີຮຽບຮ້ອຍແລ້ວ.
ຂະນະດຽວກັນ ທ່ານ ປອ. ຕະມິງເຈົ່າ ຮອງປະທານສະມາຄົມມິດຕະພາບຫວຽດນາມ-ລາວ, ອະດີດເອກອັກຄະລັດຖະທູດ ສສ ຫວຽດນາມ ປະຈຳ ສປປ ລາວ ກໍໄດ້ກ່າວສະແດງຄວາມຂອບໃຈ ຕໍ່ການຕ້ອນຮັບຢ່າງອົບອຸ່ນຈາກ ຝ່າຍ ມຊ. ເຊິ່ງທ່ານໄດ້ກ່າວອີກວ່າ ໃນປັດຈຸບັນມີນັກສຶກສາຫວຽດນາມ ທີ່ສຶກສາຢູ່ລາວ ທັງໝົດແມ່ນ 291 ຄົນ, ເຊິ່ງໃນອະນາຄົດນັກສຶກສາດັ່ງກ່າວຈະກາຍເປັນຂົວຕໍ່ອັນສໍາຄັນໃນການສືບຕໍ່ສານພົວພັນ ຫວຽດນາມ-ລາວ. ດັ່ງທີ່ຮູ້ແລ້ວວ່າ ໃນອະດີດຫວຽດນາມ ໄດ້ຄຽງບ່າຄຽງໄຫຼ່ ກັບປະຊາຊົນລາວ ໃນການຕໍ່ສູ້ກູ້ຊາດ ຕ້ານພວກຄົນບໍ່ດີທີ່ມາຮຸກຮານ. ສະນັ້ນ, ການພົວພັນຂອງສອງປະເທດເຮົາຖືວ່າເປັນສາຍພົວພັນທີ່ຮອບດ້ານ ຕັ້ງແຕ່ຂັ້ນສູນກາງຈົນຮອດທ້ອງຖິ່ນ. ໃນປະເທດຫວຽດນາມຄົນທີ່ຮູ້ນຳໃຊ້ພາສາລາວແມ່ນມີຫຼາຍພໍສົມຄວນ ແລະປັດຈຸບັນນີ້ລັດຖະບານຫວຽດນາມ ກໍໄດ້ຊຸກຍູ້ໃຫ້ນັກສຶກສາໃນແຕ່ລະແຂວງມາສຶກສາ, ແລກປ່ຽນກິດຈະກໍາດ້ານຕ່າງໆທີ່ ສປປ ລາວ.
ໃນຕອນທ້າຍພິທີ ທ່ານ ຮສ. ປອ. ສົມຈັນ ບຸນພັນມີ ຮອງອະທິຫານບໍດີ ມຊ ແລະ ທ່ານ ປອ. ຕະມິງເຈົ່າ ຮອງປະທານສະມາຄົມ ມິດຕະພາບ ຫວຽດນາມ-ລາວ ກໍໄດ້ແລກປ່ຽນຂອງທີ່ລະນຶກໃຫ້ກັນ ແລະກັນຕື່ມອີກ.