ອາຈານສອນ ແລະ ນັກຄົ້ນຄວ້າ-ວິໄຈ ຄະນະກະເສດສາດ, ມະຫາວິທະຍາໄລແຫ່ງຊາດ ໄດ້ຮັບຮາງວັນ “ສິດເກົ່າແຫ່ງຄວາມພາກພູມໃຈ ປີ 2017 (KKU Alumni of Pride 2017)
1487644154 tmp IMG 20170127 205940

1487644154 tmp IMG 20170127 205940

            ທ່ານ ອຈ. ປອ. ວຽງສະກຸນ ນາປະເສີດ, ພາກວິຊາລ້ຽງສັດແລະການປະມົງ, ຄະນະກະເສດສາດ, ມະຫາວິທະຍາໄລແຫ່ງຊາດ ໄດ້ຮັບຮາງວັນດີເດັ່ນໃນນາມສິດເກົ່າລະຫວ່າງຊາດ ລະຫວ່າງ 2 ມະຫາວິທະຍ່າໄລ ມະຫາວິທະຍາໄລແຫ່ງຊາດ ແລະ ມະຫາວິທະຍາໄລຂອນແກ່ນ ປະເທດໄທ

            ການມອບຮັບຮາງວັນນີ້ໄດ້ຈັດຂຶ້ນທີ່ ມະຫາວິທະຍາໄລຂອນແກ່ນ ປະເທດໄທ ໃນໂອກາດ ງານພົບປະສິດເກົ່າ ເມື່ອວັນທີ 27/1/2017 ທີ່ຜ່ານມາ ຈັດໂດຍສະມາຄົມສິດເກົ່າ ຂອງມະຫາວິທະຍາໄລຂອນແກ່ນ ນໍາໂດຍປະທານສະມາຄົມສິດເກົ່າ ຂອງມະຫາວິທະຍາໄລຂອນແກ່ນ ປະເທດໄທ ທີ່ໄດ້ຈັດງານພົບປະສິດເກົ່າຂຶ້ນ ໂດຍການເປັນປະທານຂອງອະທິການບໍດີ, ເປັນຮາງວັນ ສິດເກົ່າແຫ່ງຄວາມພາກພູມໃຈ ປີ 2017(KKU Alumni of Pride 2017), ຈາກສະມາຄົມສິດເກົ່າດັ່ງກ່າວ

  ເປັນອີກຄວາມພູມໃຈ ນຶ່ງຂອງພະນັກງານ ຄູ-ອາຈານ ແລະ ນັກຄົ້ນຄວ້າດີເດັ່ນ ເຊິ່ງ ໄດ້ຜ່ານເວທີສາກົນມາ ແລ້ວ ໃນນາມ ນັກວິໄຈໜຸ່ມ ດີເດັ່ນ ເປັນ ໜຶ່ງໃນບັນນັກຄົ້ນຄວ້າ ທົ່ວມະຫາວິທະຍາໄລແຫ່ງຊາດ ໃນໂອກາດຄົບຮອບ 20 ປີ ຂອງການສ້າງຕັ້ງ ສະເພາະໃນເວທີນີ້ເປັນເວທີສາກົນລະຫວ່າງ 2 ມະທາວິທະຍາໄລ ໂດຍມີສິດເກົ່າຂອງມະຫາວິທະຍາໄລເຂົ້າຮ່ວມຈຳນວນ 1,000 ກວ່າຄົນ, ທ່ານ ອຈ. ປອ. ວຽງສະກຸນ ນາປະເສີດ ສິດເກົ່າປະລິນຍາໂທ (ຈົບການສຶກສາປີ 2004) ແລະ ປະລິນຍາເອກ (ຈົບການສຶກສາປີ 2012) ໄດ້ຮັບກຽດຄັດເລືອກຂຶ້ນຮັບຮາງວັນ “ສິດເກົ່າແຫ່ງຄວາມພາກພູມໃຈ” ຊຶ່ງເປັນຮາງວັນທີ່ມອບໃຫ້ກັບ ນັກສຶກສາຜູ້ທີ່ຈົບການສຶກສາຈາກມະຫາວິທະຍາໄລຂອນແກ່ນ ເພື່ອເຊີດຊູກຽດ ສິດເກົ່າ ທີ່ປະຕິບັດໂຕ ແລະໜ້າທີ່ເປັນຢ່າງດີເລີດ ພ້ອມທັງເປັນທີ່ຍອມຮັບ, ເປັນແບບຢ່າງທີ່ດີແກ່ເຍົາວະຊົນ ແລະບຸກຄົນທົ່ວໄປ ເພື່ອສ້າງຄຸນປະໂຫຍດໃຫ້ແກ່ສັງຄົມໃນທຸກໆດ້ານຢ່າງຢັ່ງຢືນ.

            ທ່ານ ອຈ.ປອ.ວຽງສະກຸນ ນາປະເສີດ ເປັນ ອາຈານສອນທີ່ ພາກວິຊາລ້ຽງສັດ ແລະການປະມົງ, ຄະນະກະເສດສາດ, ມະຫາວິທະຍາໄລແຫ່ງຊາດ ຊຶ່ງເປັນບຸກຄົນທີ່ໄດ້ປະຕິບັດໜ້າທີ່ວຽກງານເປັນທີ່ຍອມຮັບຂອງລູກສິດ ແລະເພື່ອຮ່ວມງານ, ທັງເປັນບຸກຄົນທີ່ລິເລີ່ມ ແລະພັດທະນາການນຳໃຊ້ເສດເຫຼືອທາງດ້ານກະສິກຳ ແລະອຸດສາຫະກຳມາແປຮູບເປັນອາຫານສັດ, ໂດຍສາມາດຫຼຸດຜ່ອນຕົ້ນທືນການຜະລິດ ແລະເພີ່ມປະສິດທິພາບການຜະລິດ ພ້ອມທັງເປັນມິດຕໍ່ສິ່ງແວດລ້ອມ ໂດຍເປັນທີ່ຍອມຮັບຂອງຊາວກະສິກອນ, ນັກວິຊາການ ໃນວົງການລ້ຽງສັດທັງພາຍໃນ ພາກພື້ນອາຊີ ແລະ ຕ່າງປະເທດ...

ປະເດັນສໍາຄັນໄດ້ຮັບກຽດເຊີດຊູ 3 ຄັ້ງຊ້ອນໃນລະດັບຕ່າງກັນ (ສາກົນ 1, ມຊ 1, ລະຫວ່າງຊາດ1 ແລະສິດເກົ່າດີເດ່ນ)

         

ພາບບັນຍາກາດ

ສຳນັກງານໃຫ່ຍ

ບ້ານ ດົງໂດກ
ເມືອງໄຊທານີ, ນະຄອນຫຼວງວຽງຈັນ
ສ.ປ.ປ.ລາວ

ຕິດຕໍ່ພົວພັນ

ໂທ:+856 (21) 770070
ແຟັກ:+856 (21) 770070
ອີເມວ: nuolinfo@nuol.edu.la

ລິຂະສິດ

Copyright © 2021 National University of Laos. All Rights Reserved.