ຄະນະນໍາ ມຊ. ສໍາເລັດການຢ້ຽມຢາມ ແລະເຊັນບົດບັນທຶກຄວາມເຂົ້າໃຈໃນໂຄງການແລກປ່ຽນນັກສຶກສາ ກັບມະຫາວິທະຍາໄລເທກຽວ ປະເທດຢີ່ປຸ່ນ

1487831072 tmp  DSC0304

1487831072 tmp  DSC0304

           ໃນລະຫວ່າງ ວັນທີ 15 ຫາ 17 ກຸມພາ 2017 ນີ້, ທ່ານ ສຈ. ປອ. ສົມສີ ຍໍພັນໄຊ ວ່າການແທນອະທິການບໍດີ ມຊ. ພ້ອມດ້ວຍຄະນະ ໄດ້ເດີນທາງໄປຢ້ຽມຢາມມະຫາວິທະຍາໄລ ເທກຽວ ປະເທດຢີ່ປຸ່ນ. ເພື່ອລົງນາມເຊັນບົດບັນທຶກຄວາມເຂົ້າໃຈ ໃນໂຄງການແລກປ່ຽນນັກສຶກສາ ລະຫວ່າງ ມະຫາວິທະຍາໄລແຫ່ງຊາດ ແລະມະຫາວິທະຍາໄລເທກຽວ ປະເທດຢີ່ປຸ່ນ.

          ການລົງນາມເຊັນບົດບັນທຶກຄວາມເຂົ້າໃຈ ໃນໂຄງການແລກປ່ຽນນັກສຶກສາ ລະຫວ່າງ ມຊ ແລະມະຫາວິທະຍາໄລ ເທກຽວ ປະເທດຍີ່ປຸ່ນ, ໄດ້ຈັດຂຶ້ນທີ່ມະຫາວິທະຍາໄລ ເທກຽວ ປະເທດຍີ່ປຸ່ນ. ໃນວັນທີ 17 ກຸມພາ 2017, ເຊິ່ງຝ່າຍມະຫາວິທະຍາໄລແຫ່ງຊາດ ເຊັນໂດຍທ່ານ ສຈ. ປອ. ສົມສີ ຍໍພັນໄຊ ວ່າການແທນອະທິການບໍດີ ແລະຝ່າຍ ມະຫາວິທະຍາໄລເທກຽວ ປະເທດຢີ່ປຸ່ນເຊັນໂດຍທ່ານ ໂຢຊິຮິໂຕະ ໂອກິນາງະ (Mr. Yoshihito OKINAGA) ອະທິການບໍດີ ມະຫາວິທະຍາໄລດັ່ງກ່າວ. ເຊິ່ງຈຸດປະສົງຂອງການເຊັນບົດບັນທຶກຄວາມເຂົ້າໃຈຂອງສອງມະຫາວິທະຍາໄລໃນຄັ້ງນີ້ ແມ່ນເພື່ອແລກປ່ຽນບົດຮຽນກ່ຽວກັບການແລກປ່ຽນນັກສຶກສາ ແລະເປີດໂຄງການແລກປ່ຽນນັກສຶກສາລະຫວ່າງ ມຊ ລາວ ແລະມະຫາວິທະຍາໄລ ເທກຽວ ໃນໄລຍະເວລາການຮ່ວມມື 5 ປີ (2017-2021), ພາຍຫຼັງເຊັນບົດບັນທຶກຄວາມເຂົ້າໃຈແລ້ວ ມຊ. ສາມາດສົ່ງນັກສຶກສາ ຈາກຄະນະເສດຖະສາດ ແລະບໍລິຫານທຸລະກິດ ປີ 2, ຈຳນວນ 2 ຄົນ ໄປຮຽນແລກປ່ຽນເປັນເວລາ 2 ປີ ທີ່ຄະນະ ເສດຖະສາດ ມະຫາວິທະຍາໄລເທກຽວ, ເຊິ່ງຮຽນເປັນຫຼັກສູດນາໆຊາດ (ສອນເປັນພາສາອັງກິດ). ນັກສຶກສາທີ່ເສັງຜ່ານລາຍວິຊາທີ່ເຂົ້າຮຽນ ແລະປະຕິບັດຖືກຕ້ອງຕາມເງື່ອນໄຂຂອງມະຫາວິທະຍາໄລເທກຽວ, ແມ່ນຈະໄດ້ຮັບໃບປະກາສະນີຍະບັດ ລະດັບປະລິນຍາຕີ ຈາກມະຫາວິທະຍາໄລເທກຽວ, ນັກສຶກສາທີ່ໄດ້ຮັບທຶນຈະຖືກຍົກເວັ້ນຄ່າຮຽນ, ຄ່າຫໍພັກ ແລະໄດ້ຮັບເບ້ຍລ້ຽງເດືອນລະ 80,000 ເຢັນ ຫຼື 800 ໂດລາ ຕໍ່ຄົນ, ຄ່າປີ້ຍົນໄປ-ກັບ ພ້ອມດ້ວຍຄ່າປະກັນສຸຂະພາບຕະຫຼອດໄລຍະເວລາທີ່ຮຽນຢູ່ ມະຫາວິທະຍາໄລດັ່ງກ່າວ. ສ່ວນເງື່ອນໄຂໃນການຄັດເລືອກນັກສຶກສາແມ່ນອີງໃສ່ຕາມສັນຍາແລກປ່ຽນນັກສຶກສາ ຂອງຄະນະເສດຖະສາດ ແລະບໍລິຫານທຸລະກິດ ມຊ. ເຊັນຮ່ວມມືກັບ ຄະນະເສດຖະສາດ ມະຫາວິທະຍາໄລເທກຽວ.

        ໃນໂອກາດການເດີນທາງຢ້ຽມຢາມ ແລະເຊັນບົດບັນທຶກຄວາມເຂົ້າໃຈ ໃນໂຄງການແລກປ່ຽນນັກສຶກສາ ກັບ ມະຫາວິທະຍາໄລ ເທກຽວ ປະເທດຍີ່ປຸ່ນຄັ້ງນີ້, ທ່ານ ສຈ.ປອ. ສົມສີ ຍໍພັນໄຊ ວ່າການແທນອະທິການບໍດີ ມຊ. ພ້ອມດ້ວຍຄະນະ ຍັງໄດ້ເຂົ້າຢ້ຽມຢາມ ສະຖານເອກອັກຄະລັດຖະທູດລາວ ປະຈຳຢີ່ປຸ່ນ. ເພື່ອລາຍງານການຮ່ວມມືກັບມະຫາວິທະຍາໄລຕ່າງໆ ໃນຢີ່ປຸ່ນ ແລະໄດ້ທ່ຽວຊົມ ແລະທັດສະນະ ໃນນະຄອນຫຼວງໂຕກຽວ ອີກດ້ວຍ.

ພາບບັນຍາກາດ

ສຳນັກງານໃຫ່ຍ

ບ້ານ ດົງໂດກ
ເມືອງໄຊທານີ, ນະຄອນຫຼວງວຽງຈັນ
ສ.ປ.ປ.ລາວ

ຕິດຕໍ່ພົວພັນ

ໂທ:+856 (21) 770070
ແຟັກ:+856 (21) 770070
ອີເມວ: nuolinfo@nuol.edu.la

ລິຂະສິດ

Copyright © 2021 National University of Laos. All Rights Reserved.