ຫ້ອງການແຜນການໆເງິນ ມຊ. ຈັດຊຸດຝຶກອົບຮົມ ໂຄງການສຳມະນາກ່ຽວກັບການຄຸ້ມຄອງໂຄງການລົງທຶນຂອງລັດ ຂອງ ມຊ

ໃນຕອນເຊົ້າ ວັນທີ 24 ກຸມພາ 2017ນີ້, ຫ້ອງການແຜນການໆເງິນ ມຊ. ໄດ້ຈັດພິທີເປີດການຝຶກອົບຮົມໂຄງການສຳມະນາກ່ຽວກັບການຄຸ້ມຄອງໂຄງການລົງທຶນຂອງລັດ ຂອງມະຫາວິທະຍາໄລແຫ່ງຊາດ ທີ່ຕຶກສຳນັກງານອະທິການບໍດີ ມຊ. ໃຫ້ກຽດເຂົ້າຮ່ວມເປັນປະທານໂດຍ ທ່ານ ຮສ. ປອ. ຮຸ່ງເພັດ ຈັນທະວົງ ຮອງອະທິການບໍດີ ມຊ. ພ້ອມດ້ວຍ ທ່ານຄະນະບໍດີ, ຜູ້ກ່ຽວຂ້ອງຈາກຄະນະວິຊາຕ່າງໆ ແລະຜູ້ຮັບຜິດຊອບໂຄງການຈຳນວນ 65 ທ່ານເຂົ້າຮ່ວມ.
ການຈັດກອງປະຊຸມສໍາມະນາກ່ຽວກັບການຄຸ້ມຄອງໂຄງການລົງທຶນຂອງລັດເຊັ່ນ: ການຂຽນບົດສະເໜີໂຄງການ, ການລາຍງານຄວາມຄືບໜ້າຂອງໂຄງການ ແລະປະເມີນຜົນໂຄງການເປັນໂອກາດທີ່ດີເພື່ອຄວາມເປັນເອກະພາບທາງດ້ານການຄຸ້ມຄອງໂຄງການລົງທຶນຂອງລັດໂດຍນຳໃຊ້ຮູບແບບຟອມ ຂອງ “PCAP 2” ແລະວິທີການສ້າງແຜນທີ່ຕິດພັນກັບງົບປະມານໂດຍອີງໃສ່ບູລິມະສິດທີ່ກຳນົດໃນຂອບເຂດພັດທະນາ ຂະແໜງການສຶກສາ. ຈຸດປະສົງຂອງການຈັດຊຸດຝຶກອົບຮົມຄັ້ງນີ້ແມ່ນເພື່ອ ອົບຮົມການຂຽນບົດສະເໜີໂຄງການ; ຝຶກອົບຮົມກ່ຽວກັບການລາຍງານຄວາມຄືບໜ້າໂຄງການ ແລະການປະເມີນກ່ອນການມອບ-ຮັບໂຄງການ; ຝຶກອົບຮົມວິທີການດຳເນີນການປະເມີນຜົນໂຄງການ ແລະບັນຫາອື່ນໆ; ການຝຶກອົບຮົມດັ່ງກ່າວ ດຳເນີນເປັນເວລາ 2 ວັນຄື ວັນທີ 23 ຫາ 24 ກຸມພາ 2017.