ຮອງປະທານສະພາວິທະຍາສາດ ແລະເທັກໂນໂລຊີແຫ່ງຊາດ ຮ່າໂນ້ຍ ສສ ຫວຽດນາມ ຢ້ຽມຢາມ ມຊ

ໃນຕອນບ່າຍ ວັນທີ 27 ກຸມພາ 2017ຜ່ານມານີ້, ທ່ານ ສຈ. ປອ. ຟາມງອກມິ່ງ ຮອງປະທານສະພາວິທະຍາສາດ ແລະເທັກໂນໂລຊີແຫ່ງຊາດ ຮ່າໂນ້ຍ ສສ ຫວຽດນາມ ແລະຄະນະ ໄດ້ມາຢ້ຽມຢາມ ມະຫາວິທະຍາໄລແຫ່ງຊາດ, ໂດຍມີທ່ານ ຮສ. ປອ. ນາງ ສົມຈັນ ບຸນພັນມີ ຮອງອະທິການບໍດີ ມະຫາວິທະຍາໄລແຫ່ງຊາດ ພ້ອມດ້ວຍ ຫົວໜ້າຫ້ອງການ ແລະພະນັກງານທີ່ກ່ຽວຂ້ອງ ໃຫ້ກຽດຕ້ອນຮັບ ຢ່າງອົບອຸ່ນ ທີ່ຫ້ອງປະຊຸມຕຶກສຳນັກງານ ອະທິການບໍດີ ມະຫາວິທະຍາໄລແຫ່ງຊາດ.
ໂອກາດນີ້ ທ່ານ ຮສ. ປອ. ນາງ ສົມຈັນ ບຸນພັນມີ ຮອງອະທິການບໍດີ ມະຫາວິທະຍາໄລແຫ່ງຊາດ ກໍໄດ້ກ່າວຕ້ອນຮັບ ແລະສະແດງຄວາມຍິນດີ ຕໍ່ການຢ້ຽມຢາມ ຂອງທ່ານ ສຈ. ປອ. ຟາມງອກມິ່ງ ຮອງປະທານສະພາວິທະຍາສາດ ແລະເທັກໂນໂລຊີແຫ່ງຊາດ ຮ່າໂນ້ຍ ສສ ຫວຽດນາມ ແລະຄະນະ ໃນຄັ້ງນີ້. ພ້ອມທັງໄດ້ລາຍງານສະພາບລວມໂດຍຫຍໍ້ຂອງ ມະຫາວິທະຍາໄລແຫ່ງຊາດ. ໃຫ້ຄະນະຜູ້ແທນດັ່ງກ່າວ ໄດ້ຮັບຊາບ ເຊິ່ງທ່ານກ່າວວ່າ: ໃນໄລຍະຜ່ານມາ ມະຫາວິທະຍາໄລແຫ່ງຊາດ ໄດ້ມີການຮ່ວມມືກັບ ສສ ຫວຽດນາມ ໃນຫຼາຍດ້ານ ເວົ້າລວມ; ເວົ້າສະເພາະ ແມ່ນວຽກງານດ້ານວິຊາການ ເປັນຕົ້ນແມ່ນ ການຮ່ວມມື ໃນການແລກປ່ຽນນັກສຶກສາ, ພະນັກງານ-ຄູອາຈານ ເພື່ອສຶກສາຮໍ່າຮຽນຕໍ່ໃນລະດັບປະລິນຍາໂທ ແລະປະລິນຍາເອກ ແລະການຄົ້ນຄວ້າ-ວິໄຈອື່ນໆ. ສະເພາະການຮ່ວມມື ກັບສະຖາບັນວິທະຍາສາດ ແລະເທັກໂນໂລຊີ ແຫ່ງຊາດ ຮ່າໂນ້ຍ ຫວຽດນາມ ແມ່ນໄດ້ສົ່ງພະນັກງານ-ຄູອາຈານ ຈາກຄະນະ ວິທະຍາສາດທຳມະຊາດ ໄປສຶກສາຕໍ່ໃນລະດັບປະລິນຍາໂທ ແລະໃນນາມຕາງໜ້າແກ່ຄະນະນຳ ມະຫາວິທະຍາໄລແຫ່ງຊາດ. ທ່ານ ຮສ. ປອ. ນາງ ສົມຈັນ ບຸນພັນມີ ຮອງອະທິການບໍດີ ຍັງໄດ້ສະແດງຄວາມຮູ້ບຸນຄຸນ ທີ່ ມະຫາວິທະຍາໄລແຫ່ງຊາດ. ໄດ້ຮັບການຊ່ວຍເຫຼືອດ້ານຕ່າງໆ ຈາກ ສສ ຫວຽດນາມ ຕະຫຼອດໄລຍະທີ່ຜ່ານມາ ແລະຫວັງວ່າໃນອະນາຄົດ ກໍຍັງຈະສືບຕໍ່ຮ່ວມມືກັນໃນຫຼາຍໆດ້ານໃຫ້ເກີດດອກອອກຜົນຕື່ມອີກ.
ຂະນະດຽວກັນ ທ່ານ ສຈ. ປອ. ຟາມງອກມິ່ງ ຮອງປະທານສະພາວິທະຍາສາດ ແລະເທັກໂນໂລຊີແຫ່ງຊາດຮ່າໂນ້ຍ ສສ ຫວຽດນາມ ໄດ້ກ່າວວ່າ: ສະພາວິທະຍາສາດ ແລະເທັກໂນໂລຊີ ແຫ່ງຊາດ ຮ່າໂນ້ຍ ສສ ຫວຽດນາມ ແມ່ນການຄຸ້ມຄອງວິທະຍາສາດຂັ້ນສູງ, ລວມມີ 30 ສະຖາບັນ ແລະ 3 ມະຫາວິທະຍາໄລ, ມີພະນັກງານທັງໝົດ 4000 ຄົນ (ໃນນັ້ນ ¼ ຂອງພະນັກງານທີ່ສັງກັດຢູ່ ແມ່ນມີລະດັບການສຶກສາ ປະລິນຍາເອກ). ສຳລັບວຽກງານ ຂອງສະພາວິທະຍາສາດ ແລະເທັກໂນໂລຊີ ແມ່ນເລີ່ມຈາກ ຂັ້ນພື້ນຖານຈົນເຖິງຂັ້ນສູງ, ໃນນັ້ນປະກອບມີ ຫ້ອງທົດລອງ 4 ຫ້ອງທີ່ໄດ້ຮັບມາຕະຖານລະດັບປະເທດ ແລະ 3 ມະຫາວິທະຍາໄລທີ່ຂຶ້ນກັບຄື: ມະຫາວິທະຍາໄລແຫ່ງຊາດ ຮ່າໂນ້ຍ; ມະຫາວິທະຍາໄລແຫ່ງຊາດ ໂຮ່ຈິມິນ; ແລະມະຫາວິທະຍາໄລວິທະຍາສາດ ແລະເທັກໂນໂລຊີ. ມີຫຼັກສູດການຮຽນໃນລະດັບປະລິນຍາເອກ 15 ສາຂາ, ລະດັບປະລິນຍາໂທ 14 ສາຂາ, ປັດຈຸບັນມີນັກສຶກສາ 800 ທ່ານ ກໍາລັງສຶກສາໃນລະດັບປະລິນຍາເອກ ໃນນັ້ນ ມີນັກສຶກສາລາວ ຈໍານວນ 2 ທ່ານ. ໃນໄລຍະທີ່ຜ່ານມາລັດຖະບານລາວ ແລະລັດຖະບານ ຫວຽດນາມ ມີການມອບທຶນໃຫ້ແກ່ນັກສຶກສາລາວ ເພື່ອໄປສຶກສາຕໍ່ທີ່ປະເທດ ຫວຽດນາມ ຈຳນວນ 1000 ທຶນຕໍ່ປີ, ໃນ 400 ສະຖາບັນ. ຈຸດປະສົງຂອງການໃຫ້ທຶນດັ່ງກ່າວ ແມ່ນເພື່ອສ້າງບຸກຄະລາກອນທີ່ມີຄວາມຮູ້-ຄວາມສາມາດອອກມາຮັບໃຊ້ສັງຄົມ ແລະພັດທະນາປະເທດຊາດ. ຈາກນັ້ນ ທັງສອງຝ່າຍກໍໄດ້ ສົນທະນາ-ແລກປ່ຽນຄວາມຄິດເຫັນ ແລະມອບຂອງທີ່ລະນຶກໃຫ້ກັນ ແລະກັນອີກດ້ວຍ.