ລັດຖະມົນຕີກະຊວງສຶກສາ ແຫ່ງຣາຊະອານາຈັກໄທ ຢ້ຽມຢາມ ມະຫາວິທະຍາໄລແຫ່ງຊາດ
ໃນຕອນບ່າຍ ວັນທີ 27 ກຸມພາ 2017 ນີ້, ທ່ານ ດຣ. ທີຣະກຽດ ຈະເລີນເຊດທະສິນ ລັດຖະມົນຕີ ກະຊວງສຶກສາ ແຫ່ງຣາຊະອານາຈັກໄທ, ທັງເປັນປະທານ ສະພາລັດຖະມົນຕີສຶກສາອາຊີຕາເວັນອອກສ່ຽງໃຕ້ (SEAMEO) ແລະຄະນະ ໄດ້ຢ້ຽມຢາມ ມະຫາວິທະຍາໄລແຫ່ງຊາດ. ໂດຍມີທ່ານ ຮສ. ປອ. ອຸດົມ ພອນຄຳເພັງ ຮອງອະທິການບໍດີ ມະຫາວິທະຍາໄລແຫ່ງຊາດ ພ້ອມດ້ວຍ ທ່ານຫົວໜ້າຫ້ອງການ, ຄະນະບໍດີ ຄະນະວິຊາຕ່າງໆ ໃຫ້ກຽດຕ້ອນຮັບ ທີ່ຫ້ອງປະຊຸມຕຶກສຳນັກງານ ອະທິການບໍດີ ມະຫາວິທະຍາໄລແຫ່ງຊາດ.
ຈຸດປະສົງຂອງການຢ້ຽມຢາມ ມະຫາວິທະຍາໄລແຫ່ງຊາດ ຂອງລັດຖະມົນຕີ ກະຊວງສຶກສາ ແຫ່ງຣາຊະອານາຈັກໄທ ແລະຄະນະຄັ້ງນີ້ ແມ່ນເພື່ອປຶກສາຫາລື-ແລກປ່ຽນຄໍາຄິດເຫັນ ໃນການຮ່ວມມືກ່ຽວກັບ ການສຶກສາລະຫວ່າງ ລາວ-ໄທ ເວົ້າລວມ; ເວົ້າສະເພາະ ແມ່ນການຮ່ວມມືລະຫວ່າງ ມະຫາວິທະຍາໄລແຫ່ງຊາດລາວ ແລະມະຫາວິທະຍາໄລຕ່າງໆຂອງໄທ ໃນປັດຈຸບັນ ກໍຄືໃນອະນາຄົດ. ເຊິ່ງຜ່ານມາລັດຖະບານໄທ ໄດ້ໃຫ້ການຊ່ວຍເຫຼືອດ້ານທຶນການສຶກສາໃຫ້ແກ່ ສປປ ລາວ ຫຼາຍສົມຄວນ, ທັງນີ້ ກໍເພື່ອຊ່ວຍພັດທະນາບຸກຄະລາກອນຂອງລາວໃຫ້ມີຄຸນນະພາບ ປະກອບສ່ວນເຂົ້າໃນການສ້າງສາ ພັດທະນາປະເທດຊາດ. ອັນໄດ້ສະແດງໃຫ້ເຫັນເຖິງຄວາມສາມັກຄີອັນແໜ້ນແຟ້ນ ຖານບ້ານໃກ້ເຮືອນຄຽງຂອງສອງປະເທດ.