ທົ່ວສຳນັກງານອະທິການບໍດີ ມຊ. ອອກແຮງງານລວມ ຕ້ອນຮັບວັນແມ່ຍິງ
ເພື່ອເປັນການຂໍ່ານັບ-ຮັບຕ້ອນ ວັນແມ່ຍິງສາກົນ ຄົບຮອບ 107 ປີ (ວັນທີ 8 ມີນາ 1910- ວັນທີ 8 ມີນາ 2017). ຕອນບ່າຍວັນທີ 1 ມີນາ 2017 ນີ້, ພະນັກງານ, ຄູ-ອາຈານ ທົ່ວສໍານັກງານອະທິການບໍດີ ມະຫາວິທະຍາໄລແຫ່ງຊາດ, ໄດ້ຮ່ວມກັນສ້າງຂະບວນການອອກແຮງງານລວມ ທີ່ບໍລິເວນອ້ອມຮອບຕຶກ ແລະພາຍໃນຕຶກສໍານັກງານອະທິການບໍດີ, ໂດຍການນໍາພາ ຂອງທ່ານ ຮສ.ປອ. ບົວດໍາ ແສງຄໍາຄຸດລາວົງ ຫົວໜ້າຫ້ອງການສັງລວມ ມະຫາວິທະຍາໄລແຫ່ງຊາດ ແລະບັນດາຫົວໜ້າຫ້ອງການ-ຮອງຫົວໜ້າຫ້ອງການຕ່າງໆ ອ້ອມຂ້າງສໍານັກງານອະທິການບໍດີ.
ການອອກແຮງງານລວມ ຂອງພະນັກງານ, ຄູ-ອາຈານ ພາຍໃນຕຶກສໍານັກງານອະທິການບໍດີຄັ້ງນີ້, ຖືເປັນການອອກແຮງງານລວມຄັ້ງໃຫຍ່ ອີກຄັ້ງໜຶ່ງ ເພື່ອເປັນການສ້າງຂະບວນການຂໍ່ານັບ-ຮັບຕ້ອນວັນແມ່ຍິງສາກົນ ທີ 8 ມີນາ 2017. ທີ່ໜູນວຽນມາຄົບຮອບ 107 ປີ; ທັງເປັນການສ້າງບັນຍາກາດ ໃນການຮັດແໜ້ນຄວາມສາມັກຄີ ລະຫວ່າງພະນັກງານ, ຄູ-ອາຈານ ພາຍໃນສໍານັກງານອະທິການບໍດີ ໃຫ້ເລິກເຊິ່ງຍິ່ງຂຶ້ນ. ເຊິ່ງການສ້າງຂະບວນການອອກແຮງງານຄັ້ງນີ້ ແມ່ນປັດກວດສິ່ງເປິເປື້ອນ, ເກັບຂີ້ເຫຍື້ອ, ຕັດແຕ່ງຕົ້ນໄມ້ -ໜານດອກໄມ້, ອະມາໄມຮ່ອງນໍ້າເສຍ ແລະອື່ນໆ. ເພື່ອໃຫ້ມີຄວາມເປັນລະບຽບຮຽບຮ້ອຍ, ມີຄວາມສວຍສົດງົດງາມ ແລະສະອາດງາມຕາ.