- Details
- Hits: 172
ໃນຕອນເຊົ້າວັນທີ 10 ມີນາ 2021 ນີ້, ຫ້ອງການວິຊາການ ມະຫາວິທະຍາໄລແຫ່ງຊາດ(ມຊ) ໄດ້ຈັດກິດຈະກຳເຜີຍແຜ່ຄວາມຮູ້ ໃນຫົວຂໍ້ “ຍົກສູງຄວາມຮັບຮູ້ກ່ຽວກັບການຮຽນຮ່ວມຂອງນັກສຶກສາພິການຕາ” ຂຶ້ນທີ່ຫ້ອງປະຊຸມສະໂມສອນ ຊັ້ນ II ມຊ. ໂດຍການເປັນປະທານຂອງທ່ານ ຮສ.ດຣ. ຄຳຜົງ ນາມມະວົງມີໄຊ ຮອງອະທິການບໍດີ ມຊ, ມີທ່ານ ວົງສອນ ພູມະນີວົງ ຮອງຜູ້ອຳນວຍການສູນສົງເສີມການສຶກສາຮຽນຮ່ວມ ກະຊວງສຶກສາທິການ ແລະກີລາ, ມີບັນດາທ່ານຫົວໜ້າຫ້ອງການ, ຫົວໜ້າໜ່ວຍງານຮັບຜິດຊອບວຽກງານການສຶກສາຮຽນຮ່ວມນັກສຶກສາພິການຕາຂອງແຕ່ລະຄະນະວິຊາ, ມີບັນດາແຂກຖືກເຊີນ, ມີບັນດາພະນັກງານ, ຄູ-ອາຈານ, ນັກສຶກສາພິການຕາ ແລະຕາງໜ້ານັກສຶກສາແຕ່ລະຄະນະວິຊາເຂົ້າຮ່ວມ.
ການສຶກສາຮຽນຮ່ວມເປັນກິດຈະກຳຈັດຕັ້ງປະຕິບັດເພື່ອຕອບສະໜອງໃຫ້ແກ່ຜູ້ຮຽນທີ່ມີຄວາມຕ້ອງການພິເສດທີ່ເຂົ້າມາຮຽນຮ່ວມຫ້ອງກັບນັກສຶກສາທົ່ວໄປ ຫຼືເອີ້ນວ່າຫ້ອງຮຽນຮ່ວມ ແລະຕອບສະໜອງນະໂຍບາຍແຫ່ງຊາດວ່າດ້ວຍການສຶກສາຮຽນຮ່ວມ. ການຈັດກິດຈະກໍາເຜີຍແຜ່ຄັ້ງນີ້ ແນ່ໃສ່ເຮັດໃຫ້ພະນັກງານ, ຄູ-ອາຈານ ແລະນັກສຶກສາທົ່ວໄປ ຈາກ 6 ຄະນະວິຊາທີ່ມີນັກສຶກສາພິການຕາໄດ້ຮັບຮູ້ ແລະເຂົ້າໃຈເຖິງຄວາມສາມາດ ແລະຄວາມຈໍາເປັນໃນການຮຽນຮ່ວມຂອງນັກສຶກສາພິການຕາໃຫ້ມີຄວາມສະເໜີພາບໃນດ້ານການຮຽນຮູ້ຕ່າງໆຢ່າງເທົ່າທຽມກັນ.
ທ່ານ ຮສ.ດຣ. ຄຳຜົງ ນາມມະວົງມີໄຊ ໄດ້ຂຶ້ນກ່າວເປີດພິທີ, ເຊິ່ງທ່ານໄດ້ກ່າວບາງຕອນວ່າ: ງານດັ່ງກ່າວນີ້ ແມ່ນມີຄວາມຈຳເປັນ ແລະມີຄວາມສໍາຄັນຫຼາຍຕໍ່ການຮຽນຮູ້ຂອງນັກສຶກສາພິການຕາ. ມຊ ຂອງພວກເຮົາແມ່ນໄດ້ຮັບການມອບໝາຍຈາກກະຊວງສຶກສາທິການ ແລະກີລາ ໃຫ້ຈັດຕັ້ງປະຕິບັດກ່ຽວກັບວຽກງານການຮຽນຮ່ວມຂອງນັກສຶກສາພິການຕາ ມາແຕ່ສົກສຶກສາ 2015-2016, ມາເຖິງປັດຈຸບັນ ມຊ ມີນັກສຶກສາພິການຕາ ຮຽນຢູ່ 6 ຄະນະວິຊາ, ມີຈຳນວນ 20 ນ້ອງ ແລະໄດ້ສໍາເລັດການສຶກສາໃນສົກສຶກສາ 2018-2019 ຈໍານວນ 10 ນ້ອງ. ໃນນັ້ນ ມີນັກສຶກສາຈໍານວນ 3 ນ້ອງແມ່ນມີວຽກເຮັດແລ້ວ. ນັ້ນແມ່ນຍ້ອນການເອົາໃຈໃສ່ຂອງບັນດາພະນັກງານ, ຄູ-ອາຈານ ແລະນັກສຶກສາທີ່ໄດ້ໃຫ້ການຮ່ວມມືເຊິ່ງກັນ ແລະກັນ ຈຶ່ງເຮັດໃຫ້ວຽກງານດັ່ງກ່າວໄດ້ຮັບຜົນສຳເລັດ. ເຊິ່ງໂອກາດດັ່ງກ່າວ ທ່ານໄດ້ຕາງໜ້າຄະນະນຳ ມຊ ໄດ້ສະເໜີຕໍ່ກະຊວງສຶກສາທິການ ແລະກີລາເພື່ອໃຫ້ມີການກັ່ນຕອງ ແລະເລືອກເຟັ້ນໃຫ້ນັກສຶກສາພິການຕາໄດ້ເຂົ້າຮຽນໃນຫຼັກສູດທີ່ເໝາະສົມກັບນັກສຶກສາ, ໃຫ້ພິຈາລະນາອອກແບບຫຼັກສູດໃໝ່ທີ່ສອດຄ່ອງກັບຜູ້ຮຽນ, ໃຫ້ມີການຂົນຂວາຍລະດົມທຶນເພື່ອສົ່ງເສີມການສຶກສາຮຽນຮ່ວມໃຫ້ດີຂຶ້ນ ແລະສະເໜີໃຫ້ມີການກຳນົດນິຕິກຳຢ່າງລະອຽດຕື່ມອີກ. ພ້ອມນັ້ນທ່ານກໍໄດ້ສະເໜີຕໍ່ ມຊ. ໃນສົກສຶກສາ 2020-2021 ນີ້ແມ່ນໃຫ້ຮວມວຽກງານການຮຽນຮ່ວມເຂົ້າເປັນພະແນກດຽວກັນຄື ພະແນກການສຶກສາຮຽນຮ່ວມ ທີ່ຂຶ້ນກັບຫ້ອງການວິຊາການ ມຊ ແລະສະເໜີໃຫ້ທຸກພາກສ່ວນຕ້ອງໄດ້ຮ່ວມມືກັນສົ່ງເສີມນັກສຶກສາພິການຕາ, ເຜີຍແຜ່ໃຫ້ຄະນະນຳ, ພະນັກງານ, ຄູ-ອາຈານ ແລະນັກສຶກສາທົ່ວ ມຊ. ໃຫ້ເຂົ້າໃຈກ່ຽວກັບວຽກງານການສຶກສາຮຽນຮ່ວມຂອງນັກສຶກສາພິການຕາ ພ້ອມທັງແນະນໍາໃຫ້ແຕ່ລະພາກສ່ວນຊ່ວຍເຫຼືອເຂົາເຈົ້າຢ່າງຈິງໃຈ ແລະໃຫ້ມີຜົນສຳເລັດ.
ຈາກນັ້ນໃນພິທີ ຍັງໄດ້ຮັບຟັງກ່ຽວກັບນະໂຍບາຍ ແລະນິຕິກໍາຕ່າງໆຂອງການຮຽນຮ່ວມຕໍ່ກັບການສຶກສາຊັ້ນສູງ, ຮັບຟັງບົດລາຍງານການຈັດຕັ້ງປະຕິບັດການສຶກສາຮຽນຮ່ວມ, ສິ່ງທ້າທາຍ ແລະຜົນສຳເລັດຢູ່ໃນ ມຊ. ນອກຈາກນີ້, ໃນພິທີຍັງໄດ້ຊົມກິດຈະກຳຈາກນ້ອງນັກສຶກສາພິການຕາ ເປັນຕົ້ນແມ່ນ ການສາທິດການນໍາໃຊ້ເຄື່ອງເທັກໂນໂລຊີເຂົ້າໃນການຮຽນຮູ້ຂອງນັກສຶກສາພິການຕາ, ການສາທິດວິທີການຊ່ວຍເຫຼືອທີ່ຖືກວິທີຕໍ່ຄົນພິການຕາ, ການແຂ່ງຂັນການຂຽນອັກສອນນູນຂອງກຸ່ມນັກສຶກສາພິການຕາ, ການສົນທະນາກຸ່ມໃນຫົວຂໍ້ “ເພື່ອນຊ່ວຍເພື່ອນຢູ່ ມຊ” ແລະໄດ້ຮັບຊົມການສະແດງລະຄອນເລື່ອງ “ຄວາມຫວັງຂອງຂ້ອຍ”. ກິດຈະກໍາດັ່ງກ່າວແມ່ນໄດ້ດຳເນີນເປັນເວລາ 1 ວັນເຕັມ ຈຶ່ງໄດ້ປິດລົງ.
ພາບ ແລະ ຂ່າວ: ພູວັນ
- Details
- Hits: 79
ໃນຕອນບ່າຍວັນທີ 5 ມີນາ 2021 ຜ່ານມາ, ສະຫະພັນແມ່ຍິງຮາກຖານ ຄະນະອັກສອນສາດ(ຄອສ) ມະຫາວິທະຍາໄລແຫ່ງຊາດ(ມຊ), ໄດ້ຈັດພິທີປາຖະກະຖາຫວນຄືນມູນເຊື້ອວັນແມ່ຍິງສາກົນ ວັນທີ 8 ມີນາ ຄົບຮອບ 111 ປີ (08/03/1910 – 08/03/2021) ແລະ ຜ່ານບົດສະຫຼຸບປະຈໍາສົກສຶກສາ 2020 ແລະຜ່ານແຜນການເຄື່ອນໄຫວ ປີ 2021 ທີ່ຫ້ອງປະຊຸມສະໂມສອນ ມຊ. ໂດຍການເປັນປະທານຂອງສະຫາຍ ປອ. ນາງ ທອງມາລາ ໂພສີຄຳ ຄະນະພັກຮາກຖານ, ຮອງຄະນະບໍດີ ຄອສ, ມີຜູ້ຕາງໜ້າຈາກ 3 ອົງການຈັດຕັ້ງມະຫາຊົນ, ສະມາຊິກເອື້ອຍນ້ອງແມ່ຍິງ ທີ່ເປັນພະນັກງານ ແລະນັກສຶກສາ ເຂົ້າຮ່ວມ. ໃນໂອກາດນີ້, ສະຫາຍ ປອ. ນາງ ທອງມາລາ ໂພສີຄຳ ໄດ້ເລົ່າເຖິງປະຫວັດຄວາມເປັນມາຂອງວັນແມ່ຍິງສາກົນ ເຊິ່ງທ່ານໄດ້ໃຫ້ຮູ້ວ່າ: ວັນແມ່ຍິງສາກົນໄດ້ເກີດຂຶ້ນ ທ່າມກາງສະພາບເສດຖະກິດສັກດິນາ ແລະນາຍທຶນຂະຫຍາຍຕົວ, ເມື່ອໂຮງຈັກ-ໂຮງງານອຸດສາຫະກຳຂອງນາຍທຶນຂະຫຍາຍຕົວ ມັນໄດ້ສ້າງຄວາມຮັ່ງມີໃຫ້ແກ່ພວກນາຍທຶນ, ແຕ່ມັນຊ້ຳພັດຍັງເພີ່ມຄວາມທຸກຍາກລຳບາກໃຫ້ແກ່ຊາວຜູ້ອອກແຮງງານ, ໂດຍສະເພາະແມ່ນກຳມະກອນ, ແມ່ຍິງພາຍໃຕ້ລະບອບສັກດິນາ, ນາຍທຶນ. ແມ່ຍິງຖືກກົດຂີ່ຊູດຮີດຢ່າງໜັກໜ່ວງ, ເຮັດວຽກຫຼາຍຊົ່ວໂມງແຕ່ໄດ້ຮັບຄ່າຈ້າງແຮງງານດ້ວຍລາຄາຖືກ, ເຮັດວຽກບໍ່ມີການຮັບປະກັນ, ບໍ່ມີລະບອບປົກປັກຮັກສາສຸຂະພາບຂອງແມ່ຍິງ ແລະເດັກນ້ອຍ.ນອກຈາກນັ້ນ ແມ່ຍິງຍັງຖືກດູຖູກໝິ່ນປະໝາດ, ຖືກເປັນສິນຄ້າ, ເປັນເຄື່ອງຫຼິ້ນ, ຖືກເຕະ, ຕີ, ຖືກຂົ່ມຂືນທຳສຳເລົາ ແລະຖືກໄລ່ອອກຈາກການເຮັດວຽກໃນເວລາຖືກພາ, ເວລາເກີດລູກ ຫຼື ເວລາເຈັບເປັນບໍ່ໄດ້ຮັບການປິ່່ນປົວ. ໂດຍທົ່ວໄປແລ້ວ ແມ່ຍິງຊາວຜູ້ອອກແຮງງານໃນທົ່ວໂລກລ້ວນແຕ່ເປັນຄົນດຸໝັ່ນຂະຫຍັນພຽນໃນການຜະລິດເຂົ້າປາອາຫານ ແລະເຄື່ອງຂອງອື່ນໆເພື່ອລ້ຽງດູຄອບຄົວ ແລະສັງຄົມແຕ່ບໍ່ໄດ້ຮັບຄວາມເອົາໃຈໃສ່ ເບິ່ງແຍງດູແລຈາກສັງຄົມ; ຕໍ່ໜ້າສະພາບການ ແລະຄວາມທຸກທໍລະມານດັ່ງກ່າວ ກຳມະກອນ-ແມ່ຍິງຮູ້ສຶກຄຽດແຄ້ນຈຶ່ງໄດ້ສາມັກຄີກັນລຸກຂຶ້ນຕໍ່ສູ້ປະທ້ວງໃຫ້ນາຍທຶນ ເຊິ່ງແມ່ນເຈົ້າຂອງໂຮງຈັກໂຮງງານຕ້ອງແກ້ໄຂຊີວິດການເປັນຢູ່ໃຫ້ແກ່ເຂົາເຈົ້າ ໃນວັນທີ 8 ມີນາ 1899 ຊາວກຳມະກອນແມ່ຍິງ ຢູ່ໂຮງງານຕ່ຳແຜ່ນ ແລະຕັດຫຍິບທີ່ເມືອງ ນິວຢອກ ປະເທດສະຫະລັດອາເມລິກາ ໄດ້ຈັດຕັ້ງໂຮມຊຸມນຸມປະທ້ວງ ແລະຄັດຄ້ານຕໍ່ການໃຫ້ຄ່າແຮງງານ ແລະສະຖານທີ່ເຮັດວຽກບໍ່ຮັບປະກັນສຸຂະພາາບ, ການປະທ້ວງຂອງເຂົາເຈົ້າໃນຄັ້ງນັ້ນຖືກຕຳຫຼວດເຂົ້າສະຫຼາຍ ແລະຈັບກຸມຈຳນວນໜຶ່ງ.
ໃນວັນທີ 8 ມີນາ 1908 ແມ່ຍິງຈຳນວນ 15.000 ຄົນໄດ້ເດີນຂະບວນ ຢູ່ເມືອງນິວຢອກ ເພື່ອໃຫ້ນາຍທຶນຫຼຸດຜ່ອນຊົ່ວໂມງເຮັດວຽກ, ຢຸດເຊົາການຂູດຮີດແຮງງານເດັກ ແລະທວງໃຫ້ແມ່ຍິງມີສິດໃນການອອກສຽງ, ການເດີນປະທ້ວງຄັ້ງນີ້ແມ່ນພາຍໃຕ້ຄຳຂວັນ “ເຂົ້າຈີ່ ແລະດອກກຸຫາບ” ເຂົ້າຈີ່ໝາຍເຖິງເສດຖະກິດດີຂຶ້ນ, ດອກກຸຫຼາບໝາຍເຖິງຄຸນນະພາບຊີວິດດີຂຶ້ນ. ເດືອນກຸມພາ 1909 ແມ່ຍິງອາເມລິກາໄດ້ຈັດພິທີສະຫຼອງວັນແມ່ຍິງເປັນເທື່ອທຳອິດ, ແມ່ຍິງໃນເມືອງນິວຢອກ 3.000 ຄົນໄດ້ເຂົ້າຮ່ວມການຕໍ່ສູ້ຄັດຄ້ານລັດຖະບານທີ່ບໍ່ຍອມໃຫ້ແມ່ຍິງມີສິດຮັບເລືອກຕັ້ງ, ການຕໍ່ສູ້ດັ່ງກ່າວໄດ້ເປັນການລະດົມນ້ຳໃຈຕໍ່ສູ້ຂອງແມ່ຍິງທີ່ຖືກກົດຂີ່ຂູດຮີດຢູ່ຫຼາຍປະເທດທົ່ວໂລກ. ມາເຖິງປີ 1910 ຂະບວນການຕໍ່ສູ້ຂອງແມ່ຍິງໄດ້ແຜ່ຂະຫຍາຍກວ້າງອອກໄປສູ່ປະເທດນາຍທຶນຢູ່ແຖບເອີຣົບ ແລະໃນປີນີ້ເອງ ກອງປະຊຸມກ່ຽວກັບບັນຫາແມ່ຍິງຄັ້ງທຳອິດໄດ້ຈັດ ຂຶ້ນຢູ່ໂກເປັນຮາກ ນະຄອນຫຼວງ ຂອງປະເທດເດນມາກ ມີຜູ້ແທນ 100 ກວ່າຄົນຈາກ 17 ປະເທດເຂົ້າຮ່ວມ. ກອງປະຊຸມດັ່ງກ່າວໄດ້ຮັບ ແລະຕົກລົງເອົາວັນທີ 8 ມີນາຂອງທຸກໆປີເປັນວັນແມ່ຍິງສາກົນ, ຕົກລົງເອົາວັນທີ 8 ມີນາເປັນວັນລະນຶກເຖິງການຕໍ່ສູ້ຂອງແມ່ຍິງເພື່ອປົດປ່ອຍຕົນເອງ ແລະທວງໃຫ້ມີສິດສະເໜີພາບປະຊາທິປະໄຕ ຄືກັນກັບຜູ້ຊາຍ, ທວງໃຫ້ແກ້ໄຂຊີວິດການເປັນຢູ່ພາຍໃຕ້ຄຳຂວັນ “ ຜູ້ໜຶ່ງເຮັດວຽກມື້ລະ 8 ຊົ່ວໂມງແມ່ຍິງ ແລະຜູ້ຊາຍເຮັດວຽກຄືກັນຕ້ອງໄດ້ຮັບເງິນເດືອນເທົ່າກັນ, ຕ້ອງມີລະບອບປ້ອງກັນສຸຂະພາບຂອງແມ່ຍິງ ແລະເດັກນ້ອຍ, ຕ້ານສົງຄາມຮຸກຮ້ານ ແລະປົກປັກຮັກສາສັນຕິພາບໂລກ” ນັບແຕ່ນັ້ນມາ, ວັນທີ 8 ມີນາ ຈຶ່ງເປັນວັນແມ່ຍິງສາກົນ”. ວັນທີ 8 ມີນາແມ່ນເຫດການໆເມືອງທີ່ສຳຄັນ, ເປັນຂີດໝາຍແຫ່ງໄຊຊະນະອັນເປັນພື້ນຖານຂອງຂະບວນການແມ່ຍິງສາກົນໃນການຕໍ່ສູ້ທວງເອົາສິດທິຜົນປະໂຫຍດອັນເປັນທຳໃຫ້ແກ່ແມ່ຍິງຊາວຜູ້ອອກແຮງງານ. ພ້ອມນັ້ນ, ໃນທີ່ປະຊຸມຍັງໄດ້ຮັບຟັງການຜ່ານບົດສະຫຼຸບປະຈຳປີ 2020 ແລະແຜນການປີ 2021 ໂດຍສະຫາຍນາງ ທິດາທິບ ສຸຂະທໍາມະວົງ ຮັກສາການປະທານສະຫະພັນແມ່ຍິງ ຮາກຖານ ຄອສ ໃຫ້ຮູ້ວ່າ: ຄະນະບໍລິຫານງານສະຫະພັນແມ່ຍິງຮາກຖານ ຄອສ ມີທັງໝົດ 5 ສະຫາຍ, ມີ 12 ໜ່ວຍ, ມີແມ່ຍິງທັງໝົດ 1,395 ສະຫາຍ, ມີສະມາຊິກແມ່ຍິງທັງໝົດ 1,372 ສະຫາຍ (ເປັນພະນັກງານ 94 ສະຫາຍ ແລະນັກສຶກສາ 1,282 ສະຫາຍ); ເຊິ່ງໃນໄລຍະທີ່ຜ່ານມາ ກໍມີຫຼາຍວຽກງານທີ່ພົ້ນເດັ່ນເປັນຕົ້ນແມ່ນດ້ານວຽກງານແນວຄິດ-ການເມືອງເຫັນໄດ້ວ່າ ສະມາຊິກເອື້ອຍນ້ອງແມ່ຍິງມີຄຸນທາດການເມືອງທີ່ໝັກແໜ້ນ, ໄດ້ເອົາໃຈໃສ່ປະຕິບັດໜ້າທີ່ຂອງຕົນປະສົບຜົນສຳເລັດ, ດ້ານວຽກງານວິຊາສະເພາະ ມີເອື້ອຍນ້ອງແມ່ຍິງພະນັກງານ, ຄູ-ອາຈານ ຈໍານວນ 29 ສະຫາຍ ໄດ້ຮັບຕໍາແໜ່ງວິຊາການ ແລະອື່ນໆ.
- Details
- Hits: 170
ໃນວັນທີ 9 ມີນາ 2021 ນີ້, ທີ່ຫ້ອງປະຊຸມສະໂມສອນ ຊັ້ນ 2, ຄະນະວິທະຍາສາດສັງຄົມ(ຄສຄ) ມະຫາວິທະຍາໄລແຫ່ງຊາດ(ມຊ) ຮ່ວມກັບ ອົງການອຸຍນີເຊັບ(UNICEF) ໄດ້ຈັດພິທີ ເປີດໂຄງການຮ່ວມມືດ້ານວິຊາການກ່ຽວກັບ “ການປະເມີນ ແລະການປັບປຸງຄຸນນະພາບຫຼັກສູດສັງຄົມສົງເຄາະ” ໂດຍການເປັນປະທານຂອງ ທ່ານ ຮສ.ປອ. ອຸດົມ ພອມຄໍາເພັງ ຮັກສາການອະທິການບໍດີ ມຊ, ມີທ່ານ Dr. Pia Britto Rebello ຜູ້ຕາງໜ້າອົງການອຸຍນີເຊັບ(UNICEF)ປະຈຳ ສປປ ລາວ ພ້ອມດ້ວຍຄະນະ, ບັນດາຄະນະບໍດີ, ຫົວໜ້າຫ້ອງການ, ຜູ້ຕາງໜ້າຈາກກະຊວງແຮງງານ ແລະສະຫວັດດີການສັງຄົມ, ອົງການຈັດຕັ້ງສາກົນ, ສະມາຄົມ ແລະສູນຕ່າງໆທີ່ກ່ຽວຂ້ອງໃນນະຄອນວຽງຈັນ, ພ້ອມດ້ວຍຄູ-ອາຈານ ແລະນ້ອງນັກສຶກສາ ພາຍໃນ ຄສຄ ເຂົ້າຮ່ວມ.
ໃນທີ່ປະຊຸມ ທ່ານ ຮສ. ປອ. ອຸດົມ ພອມຄໍາເພັງ ຮັກສາການ ອະທິການບໍດີ ມຊ ໄດ້ກ່າວເປີດພິທີ ເຊິ່ງທ່ານກ່າວວ່າ: ຫຼັກສູດສັງຄົມສົງເຄາະ ເປັນຫຼັກສູດທີ່ຂຶ້ນກັບພາກວິຊາສັງຄົມສົງເຄາະ ແລະການພັດທະນາ, ຄສຄ. ເຊິ່ງເລີ່ມສິດສອນມາຕັ້ງແຕ່ປີ 2010, ເປັນຫຼັກສູດໜຶ່ງທີ່ໄດ້ຮັບຄວາມນິຍົມຈາກສັງຄົມ ແລະໄດ້ສ້າງນັກສຶກສາໃຫ້ກາຍເປັນຜູ້ມີຈິດອາສາຊ່ວຍເຫຼືອສັງຄົມ ແລະໄດ້ຜະລິດນັກວິຊາການດ້ານສັງຄົມສົງເຄາະມາແລ້ວ 7 ຊຸດ, ໂດຍໄດ້ຮັບການສະໜັບສະໜູນການກໍ່ສ້າງເຝິກປະຕິບັດຕົວຈິງຈາກຄູ່ຮ່ວມງານພາກສະໜາມ ທັງພາກສ່ວນອົງການຈັດຕັ້ງລັດ, ອົງການຈັດຕັ້ງສາກົນ, ສະມາຄົມ ແລະບໍລິສັດຕ່າງໆ; ໃນໄລຍະຜ່ານມາ ຄສຄ ໄດ້ເຄື່ອນວຽກງານວິຊາການໃນການສ້າງຫຼັກສູດເຝິກອົບຮົມ ກ່ຽວກັບສັງຄົມສົງເຄາະຮ່ວມກັບ ກະຊວງແຮງງານ ແລະສະຫວັດດີການສັງຄົມ ພາຍໃຕ້ທຶນສະໜັບສະໜູນຂອງອົງການອຸຍນີເຊັບ. ນັກວິຊາການ ໄດ້ປະກອບສ່ວນຢ່າງຕັ້ງໜ້າ ແລະໄດ້ມີໂອກາດສຶກສາ-ແລກປ່ຽນຄໍາຄິດເຫັນໂດຍກົງ ກັບອົງການອຸຍນີເຊັບ, ຜ່ານມາການເຮັດວຽກຮ່ວມກັນ ແລະເຫັນໄດ້ຄວາມຈໍາເປັນໃນການພັດທະນາຫຼັກສູດສັງຄົມສົງເຄາະ ຄະນະປະສານງານທັງສອງຝ່າຍພາຍໃຕ້ການຊີ້ນຳ-ນຳພາຂອງຄະນະນຳທັງສອງພາກສ່ວນ(ອົງການອຸຍນີເຊັບ ແລະຄະນະວິທະຍາສາດສັງຄົມ) ໄດ້ພ້ອມພຽງກັນສຸມທຸກກໍາລັງເຫື່ອແຮງເພື່ອສ້າງໂຄງການຮ່ວມມືວິຊາການນີ້ຂຶ້ນມາ ຊຶ່ງເປັນໂຄງການທຳອິດທີ່ ມຊ ໄດ້ມີໂອກາດຮ່ວມມືໂດຍກົງກັບ ອົງການອຸຍນີເຊັບ. ເປັນການລິເລີ່ມໂຄງການຮ່ວມມືທີ່ມີຄວາມສຳຄັນໃນວົງການພັດທະນາການສຶກສາ ກໍຄືການພັດທະນາຊັບພະຍາກອນມະນຸດຂອງ ມຊ.
ຈຸດປະສົງຂອງການເປີດໂຄງການຮ່ວມມືດ້ານວິຊາການກ່ຽວກັບ “ການປະເມີນ ແລະການປັບປຸງຄຸນນະພາບຫຼັກສູດສັງຄົມສົງເຄາະ” ລະຫວ່າງ ຄສຄ, ມຊ ຮ່ວມກັບ ອົງການອຸຍນີເຊັບ (UNICEF) ກໍເພື່ອປະເມີນ ແລະປັບປຸງຫຼັກສູດສັງຄົມສົງເຄາະ ຂອງ ຄສຄ ເພື່ອໃຫ້ໄດ້ມາດຕະຖານສັງຄົມສົງເຄາະຂອງອາຊຽນ ແລະສາກົນ; ເພື່ອສຶກສາຄວາມເພິງພໍໃຈຂອງນັກສຶກສາ ສາຂາສັງຄົມສົງເຄາະ(ທີ່ກຳລັງສຶກສາຢູ່ ແລະຈົບໄປແລ້ວ) ໃນດ້ານຄວາມຮູ້ ແລະທັກສະຕ່າງໆທີ່ໄດ້ນຳໃຊ້ເຂົ້າໃນວຽກງານຕົວຈິງ ແລະເພື່ອສຶກສາຄວາມຄິດເຫັນຂອງພາກສ່ວນຄູ່ຮ່ວມງານ ແລະພິຈາລະນາຂໍ້ສະເໜີແນະທີ່ສາມາດປະຕິບັດໄດ້ໃນການພັດທະນາຫຼັກສູດສັງຄົມສົງເຄາະອີກດ້ວຍ.
ພາບ ແລະ ຂ່າວ: ພົນ
- Details
- Hits: 195
ໃນຕອນເຊົ້າວັນທີ 5 ມີນາ 2021 ນີ້, ຫ້ອງການແຜນການ-ການເງິນ ມະຫາວິທະຍາໄລແຫ່ງຊາດ(ມຊ) ໄດ້ຈັດກອງປະຊຸມສະຫຼຸບວຽກງານການເງິນ ແລະແຜນພັດທະນາ ມຊ. ຂຶ້ນທີ່ຫ້ອງປະຊຸມ ໂຮງແຮມ ທະວີສຸກ ເມືອງວັງວຽງ ແຂວງວຽງຈັນ. ໂດຍການເປັນປະທານຂອງທ່ານ ຮສ.ປອ. ອຸດົມ ພອນຄຳເພັງ ເລຂາຄະນະພັກ, ຮັກສາການອະທິການບໍດີ ມຊ, ມີບັນດາທ່ານຮອງອະທິການບໍດີ, ຄະນະບໍດີ, ຫົວໜ້າຫ້ອງການ, ຜູ້ອຳນວຍການສະຖາບັນ, ສູນ, ໂຮງຮຽນ, ໂຮງໝໍ ແລະມີບັນດາຫົວໜ້າພະແນກການເງິນ ພ້ອມດ້ວຍຕາງໜ້າພະນັກງານວິຊາການວຽກງານການເງິນຂອງແຕ່ລະຄະນະວິຊາເຂົ້າຮ່ວມ.
ການຈັດກອງປະຊຸມຄັ້ງນີ້ ແມ່ນເພື່ອສະຫຼຸບວຽກງານແຜນການ-ການເງິນໃນໄລຍະ 5 ປີ 2016-2020, ສະຫຼຸບການຈັດຕັ້ງປະຕິບັດແຜນພັດທະນາການສຶກສາ ມຊ. ໄລຍະ 5 ປີ 2016-2020 ແລະສະເໜີແຜນພັດທະນາການສຶກສາໄລຍະ 5 ປີ 2021-2025, ເພື່ອແນະນຳວິທີຈັດຕັ້ງປະຕິບັດແຜນງົບປະມານແຫ່ງລັດ, ແຜນລາຍຮັບ-ລາຍຈ່າຍ ວິຊາການ ປະຈຳປີ 2021, ເພື່ອເປິກສາຫາລື ກ່ຽວກັບຄວາມພ້ອມໃນການຫັນເປັນຫົວໜ່ວຍບໍລິຫານວິຊາການກຸ້ມຕົນເອງດ້ານງົບປະມານໃນປີ 2021 ຕາມການມອບໝາຍຂອງລັດຖະບານ ແລະເພື່ອແນະນໍາກ່ຽວກັບວິທີສ້າງແຜນງົບປະມານແຫ່ງລັດ, ແຜນລາຍຮັບ-ລາຍຈ່າຍ ວິຊາການ ແລະແຜນການລົງທຶນຂອງລັດປະຈຳປີ 2022.
ທ່ານ ຮສ. ຄຳເຜີຍ ພົມມະຈັນ ຫົວໜ້າຫ້ອງການແຜນການ-ການເງິນ ມຊ. ໄດ້ຂຶ້ນຜ່ານບົດສະຫຼຸບຜົນງານຂອງຫ້ອງການແຜນການ-ການເງິນ ປະຈຳປີ 2016-2020 ແລະຜ່ານແຜນການປະຈຳປີ 2021 ຕໍ່ທີ່ປະຊຸມ; ເຊິ່ງທ່ານໃຫ້ຮູ້ວ່າ: ຫ້ອງການແຜນການ-ການເງິນ ມີພະນັກງານທັງໝົດ 25 ຄົນ, ຍິງ 17 ຄົນ, ຕະຫຼອດໄລຍະ 5 ປີ ຜ່ານມາ ສະມາຊິກທຸກຄົນແມ່ນມີແນວຄິດອຸ່ນອຽນທຸ່ນທ່ຽງເຊື່ອໜັ້ນຕໍ່ການນຳພາຂອງພັກ, ມີສະຕິຕໍ່ການຈັດຕັ້ງປະຕິບັດຫຼັກການລວມສູນປະຊາທິປະໄຕ, ເຮັດວຽກເປັນໝູ່ຄະນະ ບຸກຄົນຮັບຜິດຊອບ, ເຮັດຕາມພາລະໜ້າທີ່ໆຕົນເອງຮັບຜິດຊອບ ພ້ອມທັງຖອດຖອນບົດຮຽນນຳກັນເພື່ອໃຫ້ວຽກສຳເລັດຕາມແຜນການທີ່ວາງໄວ້. ດ້ານວຽກງານວິຊາສະເພາະແມ່ນໄດ້ຜັນຂະຫຍາຍມະຕິກອງປະຊຸມໃຫຍ່ຂອງພັກ, ຜົນການຄົ້ນຄວ້າວິໄຈ ແລະແຜນພັດທະນາເສດຖະກິດສັງຄົມແຫ່ງຊາດໃຫ້ກາຍເປັນແຜນຍຸດທະສາດພັດທະນາການສຶກສາແຕ່ລະໄລຍະ, ເປັນເຈົ້າການໃນການຈັດຕັ້ງປະຕິບັດກົດໝາຍວ່າດ້ວຍການປະຕິບັດການລົງທຶນຂອງລັດ, ກົດໝາຍວ່າດ້ວຍການຈັດຊື້-ຈັດຈ້າງດ້ວຍທຶນຂອງລັດ, ເປັນເຈົ້າການໃນການສ້າງແຜນຍຸດທະສາດ, ແຜນພັດທະນາໄລຍະກາງ, ໄລຍະສັ້ນຂອງ ມຊ. ໂດຍອີງໃສ່ແຜນຍຸດທະສາດການສຶກສາແຫ່ງຊາດໃນແຕ່ລະໄລຍະ, ຜັນຂະຫຍາຍແຜນຍຸດທະສາດຂອງ ມຊ. ໃຫ້ກາຍເປັນແຜນງານ ແລະເປັນໂຄງການລະອຽດໃນແຕ່ລະໄລຍະ, ສະຫຼຸບການຈັດຕັ້ງປະຕິບັດແຜນການລົງທຶນຂອງລັດໄລຍະ 6 ເດືອນ ແລະ12 ເດືອນ ຂອງທຸກໆປີ ແລະວຽກງານດ້ານອື່ນໆອີກ.
ໃນຂະນະດຽວກັນທ່ານ ນາງ ຄຳຜົງ ພະເມືອງ ຮອງຫົວຫນ້າຫ້ອງການແຜນການ-ການເງິນ ມຊ. ໄດ້ຂຶ້ນຜ່ານບົດສະຫຼຸບການຈັດຕັ້ງປະຕິບັດແຜນພັດທະນາການສຶກສາໄລຍະ 5 ປີ 2016-2020 ແລະສະເໜີຮ່າງແຜນການພັດທະນາ ການສຶກສາໄລຍະ 5 ປີ 2021-2025 ຕໍ່ທີ່ປະຊຸມ. ພ້ອມດຽວກັນ ໃນກອງປະຊຸມຍັງໄດ້ມີການເປິກສາຫາລື ແລກປ່ຽນຄວາມຄິດເຫັນໃສ່ແຜນການພັດທະນາການສຶກສາໄລຍະ 5 ປີ, ເປິກສາຫາລື ກ່ຽວກັບຄວາມພ້ອມໃນການຫັນປ່ຽນຫົວໜ່ວຍບໍລິຫານວິຊາການກຸ້ມຕົນເອງດ້ານງົບປະມານໃນປີ 2021 ຕາມການມອບໝາຍຂອງລັດຖະບານ, ເປິກສາຫາລື ກ່ຽວກັບວິທີການຈັດຕັ້ງປະຕິບັດແຜນງົບປະມານແຫ່ງລັດ, ແຜນລາຍຮັບ-ລາຍຈ່າຍວິຊາການປະຈຳປີ 2021 ແລະ ປີ 2022. ກອງປະຊຸມດັ່ງກ່າວນີ້ ໄດ້ດຳເນີນໄປເປັນເວລາ 2 ວັນ ຄື ວັນທີ 5-6 ມີນາ 2021 ຈຶ່ງໄດ້ປິດລົງ.
ພາບ ແລະ ຂ່າວ: ພູວັນ
- Details
- Hits: 394
ໃນຕອນເຊົ້າວັນທີ 4 ມີນາ 2021 ນີ້, ມະຫາວິທະຍາໄລແຫ່ງຊາດ(ມຊ) ໄດ້ຈັດພິທີ ມອບ-ຮັບຮັກສາການ ອະທິການບໍດີ ມຊ, ລະຫວ່າງ ທ່ານ ສຈ. ປອ. ສົມສີ ຍໍພັນໄຊ ອະທິການບໍດີ ມຊ (ຜູ້ເກົ່າ) ທີ່ໄດ້ເຂົ້າຮັບບໍານານ ແລະທ່ານ ຮສ. ປອ. ອຸດົມ ພອນຄໍາເພັງ ຮັກສາການອະທິການບໍດີ ມຊ (ຜູ້ໃໝ່); ພິທີດັ່ງກ່າວໄດ້ຈັດຂຶ້ນທີ່ຫ້ອງປະຊຸມສະໂມສອນຊັ້ນ II ມຊ. ໂດຍການໃຫ້ກຽດເຂົ້າຮ່ວມເປັນປະທານຂອງທ່ານ ຮສ. ປອ. ພຸດ ສິມມາລາວົງ ກໍາມະການສູນກາງພັກ, ເລຂາຄະນະພັກ, ຮອງລັດຖະມົນຕີ ກະຊວງສຶກສາທິການ ແລະກີລາ, ມີທ່ານຕາງໜ້າຈາກສູນກາງພັກ, ຈາກກົມຈັດຕັ້ງ ແລະພະນັກງານກະຊວງສຶກສາທິການ ແລະກີລາ, ມີບັນດາຮອງອະທິການບໍດີ, ມີບັນດາຄະນະບໍດີ, ຮອງຄະນະບໍດີ, ຫົວໜ້າຫ້ອງການ, ຜູ້ອໍານວຍການສະຖາບັນ, ສູນ, ໂຮງຮຽນ, ໂຮງໝໍ, ຫົວໜ້າພາກວິຊາ, ຕາງໜ້າສາມອົງການຈັດຕັ້ງມະຫາຊົນ ມຊ. ພ້ອມດ້ວຍພະນັກທີ່ກ່ຽວຂ້ອງເຂົ້າຮ່ວມ.
ໃນພິທີ ທ່ານ ຄຳເຟືອງ ລໍວັນໄຊ ຄະນະພັກ, ຫົວໜ້າຫ້ອງການຈັດຕັ້ງ ແລະພະນັກງານ ມຊ ໄດ້ຂຶ້ນລາຍງານຜົນງານທີ່ພົ້ນເດັ່ນຂອງ ທ່ານ ສຈ. ປອ. ສົມສີ ຍໍພັນໄຊ ອະທິການບໍດີ ມຊ (ຜູ້ເກົ່າ), ເຊິ່ງທ່ານໃຫ້ຮູ້ວ່າ ຕະຫຼອດໄລຍະ 4 ປີ ທີ່ທ່ານໄດ້ເປັນອະທິການບໍດີນັ້ນ, ທ່ານໄດ້ຖຸ້ມເທເຫື່ອແຮງ ແລະສະຕິປັນຍາເຂົ້າໃນການພັດທະນາ ມຊ ດ້ວຍຄວາມເອົາໃຈໃສ່ ແລະມີຄວາມຮັບຜິດຊອບສູງ, ອັນໄດ້ເຮັດໃຫ້ ມຊ ໄດ້ຮັບການພັດທະນາຢ່າງຮອບດ້ານ. ທ່ານເປັນຜູ້ທີ່ກໍາແໜ້ນແນວທາງນະໂຍບາຍຂອງພັກ ແລະລັດຖະບານ, ເປັນຜູ້ທີ່ຢຶດໝັ້ນໃນແນວທາງປ່ຽນແປງໃໝ່ຂອງພັກ ແລະປະຕິບັດຕາມຫຼັກການ ແລະລະບອບວິທີເຮັດວຽກແບບລວມສູນປະຊາທິປະໄຕ, ນຳພາເປັນໝູ່ຄະນະ ແລະບຸກຄົນຮັບຜິດຊອບ, ເປັນຜູ້ທີ່ໄດ້ເຕົ້າໂຮມຄວາມສາມັກຄີຢູ່ພາຍໃນ ແລະເປີດກວ້າງຄວາມສາມັກຄີ ແລະການຮ່ວມມືກັບພາຍນອກໄດ້ດີ, ເປັນຜູ້ໜຶ່ງທີ່ມີວິໄສທັດອັນກວ້າງໄກ, ມີຄວາມສາມາດໃນການນຳໃຊ້ ແລະຂຸດຄົ້ນຄວາມສາມາດບົ່ມຊ້ອນ ແລະກໍາລັງແຮງສັງລວມທັງຢູ່ພາຍໃນ ແລະພາຍນອກເຂົ້າໃນການພັດທະນາມະຫາວິທະຍາໄລ, ເປັນຜູ້ນຳທີ່ມີມະນຸດສຳພັນ ແລະມີຄວາມໂອບເອື້ອອາລີດີ ຊຶ່ງເປັນຈຸດເດັ່ນອັນໜຶ່ງຂອງທ່ານ, ແຕ່ທ່ານກໍເປັນຜູ້ນຳທີ່ມີຄວາມເດັດຂາດ, ກ້າຄິດ, ກ້າເຮັດ ແລະກ້າຮັບຜິດຊອບ, ເປັນແບບຢ່າງອັນດີໃຫ້ໝູ່ຄະນະ ແລະບຸກຄະລາກອນໃນ ມຊ, ເປັນຜູ້ໜຶ່ງທີ່ມີຄວາມບຸກໜ້າບືນຕົວຜ່ານຜ່າຂໍ້ຫຍຸ້ງຍາກ, ເຖິງວ່າເປັນຜູ້ບໍລິຫານຂັ້ນສູງ ແລະມີຫຼາຍວຽກ ແຕ່ທ່ານກໍໄດ້ເອົາໃຈໃສ່ໃນການຮໍ່າຮຽນຍົກລະດັບຕົນເອງ ແລະການຄົ້ນຄວ້າວິທະຍາສາດ, ເຊິ່ງໄດ້ກາຍເປັນແບບຢ່າງທີ່ດີໃຫ້ແກ່ພະນັກງານ, ອາຈານ ກໍຄືນັກສຶກສາທົ່ວ ມຊ.
ຂະນະດຽວກັນ, ທ່ານ ສຸລິຍາ ພົມມີສິດ ຮອງຫົວໜ້າກົມຄຸ້ມຄອງພະນັກງານ ຄະນະຈັດຕັ້ງສູນກາງພັກ ໄດ້ຂຶ້ນຜ່ານດໍາລັດຂອງນາຍົກລັດມົນຕີ, ສະບັບເລກທີ 242/ນຍ, ລົງວັນທີ 20/5/2020 ວ່າດ້ວຍການອະນຸມັດໃຫ້ພະນັກງານອອກພັກການ-ຮັບອຸດໜູນບໍານານ ແລະໄດ້ຜ່ານດໍາລັດນາຍົກລັດຖະມົນຕີ, ສະບັບເລກທີ 126/ນຍ, ລົງວັນທີ 16 /2/2021 ວ່າດ້ວຍການແຕ່ງຕັ້ງ ຜູ້ຮັກສາການອະທິການບໍດີ ມຊ. ໃນພິທີສໍາຄັນນີ້, ທ່ານ ຮສ. ປອ. ພຸດ ສິມມາລາວົງ ໄດ້ໂອ້ລົມຕໍ່ພິທີ ເຊິ່ງກ່ອນອື່ນ ທ່ານໄດ້ກ່າວຍ້ອງຍໍ-ຊົມເຊີຍຕໍ່ຜົນສຳເລັດ ຂອງ ທ່ານ ສຈ. ປອ. ສົມສີ ຍໍພັນໄຊ ອະດີດອະທິການບໍດີ ມຊ. ທີ່ໄດ້ຖຸ່ມເທສະຕິປັນຍາ ແລະເຫື່ອແຮງຂອງຕົນປະກອບສ່ວນເຂົ້າໃນການພັດທະນາ ປະເທດຊາດ ເວົ້າລວມ; ເວົ້າສະເພາະແມ່ນ ການພັດທະນາ ມຊ, ພ້ອມທັງກ່າວຂອບໃຈທີ່ທ່ານໄດ້ປະກອບສ່ວນເຂົ້າໃນວຽກງານການພັດທະນາການສຶກສາເວົ້າລວມ; ເວົ້າສະເພາະແມ່ນການພັດທະນາຊັບພະຍາກອນມະນຸດຢູ່ໃນປະເທດເຮົາ ແລະທັງໄດ້ຮຽກຮ້ອງໃຫ້ທ່ານສືບຕໍ່ຊ່ວຍໃນວຽກງານການຄົ້ນຄວ້າຂອງ ມຊ ຕໍ່ໄປຕື່ມອີກ. ຂະນະດຽວກັນທ່ານກໍໄດ້ຮຽກຮ້ອງໃຫ້ຜູ້ຮັກສາການອະທິການບໍດີ ມຊ ຜູ້ໃໝ່ ຈົ່ງກຽມພ້ອມຮັບມືກັບສະພາບການປ່ຽນແປງຂອງໂລກ, ສະພາບດ້ານເສດຖະກິດພາຍໃນປະເທດ ພ້ອມທັງເອົາໃຈໃສ່ພັດທະນາລະບົບການບໍລິຫານໃຫ້ມີຄວາມເຂັ້ມແຂງ ແລະເອົາໃຈໃສ່ບັນຫາປະກົດການຫຍໍທໍ້ຂອງສັງຄົມ, ມີສະຕິລະວັງຕົວໃນທຸກສະພາບການ. ພ້ອມນັ້ນທ່ານ ຍັງໄດ້ຮຽກຮ້ອງໃຫ້ຄະນະນໍາຊຸດໃໝ່ ແລະບັນດາພະນັກງານ, ຄູ-ອາຈານ ມຊ ຈົ່ງຮ່ຳຮຽນເອົາມູນເຊື່ອການນຳພາຂອງຄະນະນຳຊຸດເກົ່າ, ຜູ້ບໍລິຫານຕ້ອງເປັນແບບຢ່າງທີ່ດີຮອບດ້ານໃຫ້ແກ່ພະນັກງານ, ເປັນຜູ້ປົກປ້ອງຜົນປະໂຫຍດຂອງອົງກອນຕົນ, ການບໍລິຫານແມ່ນໃຫ້ໃຊ້ພະຄຸນ ບໍ່ໃຫ້ໃຊ້ມາດຕະການໃນການບໍລິຫານ, ສືບຕໍ່ປະຕິບັດຫຼັກການລວມສູນ ປະຊາທິປະໄຕ, ເຮັດວຽກເປັນໝູ່ຄະນະ, ສືບຕໍ່ເຮັດວຽກງານແນວຄິດການເມືອງໃຫ້ພະນັກງານ. ເຊິ່ງກະຊວງສຶກສາທິການ ແລະກີລາຂອງພວກເຮົາ ແມ່ນໃຫ້ເອົາໃຈໃສ່ພັດທະນາຄຸນນະພາບການສຶກສາ ກໍຄືພັດທະນາຊັບພະຍາກອນມະນຸດ ພ້ອມທັງເອົາໃຈໃສ່ວຽກງານການຄົ້ນຄວ້າອີກຕື່ມອີກ.
- Details
- Hits: 164
ໃນຕອນເຊົ້າວັນທີ 2 ມີນາ 2021 ນີ້, ສະຫະພັນແມ່ຍິງ ມຊ. ຈັດກິດຈະກໍາແຂ່ງຂັນກີລາເປຕັງ ຂຶ້ນທີ່ເດີ່ນເປຕັງແຫ່ງຊາດ (ວິທະຍາເຂດດົງງໂດກ). ໂດຍການກ່າວເປີດຂອງທ່ານ ຮສ. ໂພສີ ທິບດາວັນ ຄະນະປະຈຳພັກ, ຮອງອະທິການບໍດີ, ຜູ້ຊີ້ນຳວຽກງານສາມອົງການຈັດຕັ້ງມະຫາຊົນ ມຊ, ມີທ່ານ ນາງ ໃບສີ ວາເນັງຈື ຄະນະບໍລິຫານງານສະພະພັນແມ່ຍິງກະຊວງສຶກສາທິການ ແລະກີລາ, ປະທານສະຫະພັນແມ່ຍິງ, ຮອງຫົວໜ້າຫ້ອງການ ມຊ, ມີທ່ານເລຂາຊາວໝຸ່ມ, ປະທານກຳມະບານ, ບັນດາແຂກທີ່ຖືກເຊີນ, ບັນດາຄະນະບໍລິຫານງານສະຫະພັນແມ່ຍິງ ມຊ ແລະບັນດາຄະນະສະຫະພັນແມ່ຍິງຮາກຖານພ້ອມດ້ວຍຕາງໜ້າສະມາຊິກແມ່ຍິງແຕ່ລະຮາກຖານທົ່ວ ມຊ ເຂົ້າຮ່ວມຢ່າງ.
ຈຸຸດປະສົງໃນການຈັດກິດຈະກຳດັ່ງກ່າວນີ້, ກໍເພື່ອເປັນການສະເຫຼີມ-ສະຫຼອງວັນແມ່ຍິງສາກົນ ຄົບຮອບ 111 ປີ ທີ່ໃກ້ຈະມາເຖິງນີ້ ແລະເພື່ອເປັນການສ້າງຄວາມສາມັກຄີລະຫວ່າງເອື້ອຍນ້ອງແມ່ຍິງແຕ່ລະຮາກຖານໃຫ້ມີຄວາມສາມັກຄີແໜ້ນແຟ້ນຍິ່ງຂຶ້ນ. ກິດຈະກໍາແຂ່ງຂັນກີລາເປຕັງ ຄັ້ງນີ້, ຊີງຂັນ ປະທານສະຫະພັນແມ່ຍິງ ມຊ. ເຊິ່ງການແຂ່ງຂັນແມ່ນໄດ້ດໍາເນີນໄປຢ່າງຄຶກຄື້ນມ່ວນຊື່ນ ດ້ວຍໄມຕີຈິດ-ມິດຕະພາບ ຂອງຄວາມຮັກແພງ ແລະຄວາມສາມັກຄີລະຫວ່າງເອື້ອຍນ້ອງແມ່ຍິງດ້ວຍກັນ. ຜົນການແຂ່ງຂັນ: ຊະນະເລີດໄດ້ແກ່ ທີມແມ່ຍິງຮາກຖານ ຄະນະສະຖາປັດຕະຍະກຳສາດ, ອັນດັບ 2 ໄດ້ແກ່ ທີມແມ່ຍິງຮາກຖານຄະນະວິທະນາສາດປ່າໄມ້, ອັນດັບ 3 ໄດ້ແກ່ ທີມແມ່ຍິງຮາກຖານ ຄະນະກະເສດສາດ ແລະລາງວັນຊົມເຊີຍໄດ້ແກ່ ທີມແມ່ຍິງຮາກຖານ ຄະນະອັກສອນສາດ.
More Articles ...
- ຄອສ ຈັດເທສະການປື້ມອ່ານ 2021 (Book Festival 2021)
- ໂຮງຮຽນພອນສະຫວັນ ແລະຊົນເຜົ່າກຽມມະຫາວິທະຍາໄລ ຖາມ-ຕອບວິທະຍາສາດ
- ສະຫະພັນແມ່ຍິງຮາກຖານ ຄສສ ຈັດງານຕະຫຼາດນັດ
- ສລຍ ເປີດພິທີພື້ນທີ່ວາງສະແດງຜະລິດຕະພັນ ແລະຂໍ້ມູນຂ່າວສານ ແລະຕະຫຼາດນັດ ສົ່ງເສີມວິສາຫະກິດລາວ
- ຄະນະນຳ ພະນັກງານ ຄູ-ອາຈານ ແລະນັກສຶກສາ ທົ່ວ ມຊ ອອກໄປປ່ອນບັດເລືອກຕັ້ງ ສສຊ ແລະ ສສນວ ຢ່າງຄຶກຄື້ນ
- ບໍລິສັດເບຍລາວ ມອບທຶນການສຶກສາໃຫ້ແກ່ ມຊ ແລະສະຖາບັນວິຈິດສິນແຫ່ງຊາດ
- ຄະນະນໍາ ມຊ ເຂົ້າຮ່ວມກອງປະຊຸມຜູ້ບໍລິຫານການສຶກສາຊັ້ນສູງ ທົ່ວປະເທດ ປະຈໍາປີ 2020
- ສະຫະພັນແມ່ຍິງ ມຊ ຈັດກອງປະຊຸມສະຫຼຸບວຽກງານການເຄື່ອນໄຫວ
- ກອງປະຊຸມປຶກສາຫາລືກ່ຽວກັບການປັບປຸງຫຼັກສູດທີ່ຖືກມອບໝາຍຈາກ ສມປຊ
- ບໍລິສັດຮັບພັດທະນາ ແລະເປິກສາ ຈໍາກັດຜູ້ດຽວ ຮ່ວມກັບ ມຊ ເປີດສູນ ຮລສທ