- Details
- Hits: 178
ໃນຕອນເຊົ້າວັນທີ 2 ເມສາ 2021 ນີ້, ຄະນະສຶກສາສາດ (ຄສສ) ມະຫາວິທະຍາໄລແຫ່ງຊາດ(ມຊ) ໄດ້ຈັດພິທີເປີດຫຼັກສູດປະລິນຍາເອກ ສາຂາບໍລິຫານການສຶກສາ ຂຶ້ນທີ່ຫ້ອງປະຊຸມຄະນະຂອງຕົນ ໂດຍການເຂົ້າຮ່ວມຂອງທ່ານ ຮສ. ປອ. ອຸດົມ ພອນຄຳເພັງ ຮັກສາການອະທິການບໍດີ ມຊ, ມີທ່ານ ຮສ. ປອ. ສີຖານ ສຸຂະວົງ ຄະນະບໍດີ ຄສສ, ມີຜູ້ຕາງໜ້າຈາກກົມການສຶກສາຊັ້ນສູງ ກະຊວງສຶກສາທິການ ແລະກີລາ, ມີບັນດາທ່ານຮອງຄະນະບໍດີ, ຫົວໜ້າຫ້ອງການ, ຜູ້ອໍານວຍການສະຖາບັນ, ສູນ, ຫົວໜ້າພາກວິຊາ, ບັນດາຫົວໜ້າພະແນກສຶກສາຫຼັງປະລິນຍາຕີອ້ອມຂ້າງ, ແຂກທີ່ຖືກເຊີນ, ຕາງໜ້າແຕ່ລະພາກວິຊາ ແລະພະແນກ ພ້ອມດ້ວຍນັກສຶກສາປະລິນຍາເອກ ແລະພະນັກທີ່ກ່ຽວຂ້ອງຂອງຄະນະດັ່ງກ່າວເຂົ້າຮ່ວມ.
ໃນພິທີ ທ່ານ ຮສ. ປອ. ສີຖານ ສຸຂະວົງ ໄດ້ຂຶ້ນລາຍງານໃຫ້ຮູ້ວ່າ: ມື້ນີ້ເປັນມື້ເປີດການຮຽນ-ການສອນປະລິນຍາເອກ ສາຂາບໍລິຫານການສຶກສາ ຮຸ່ນທີ I ເຊິ່ງເປັນປະຫວັດສາດທາງດ້ານຫຼັກສູດຂອງ ຄສສ ທີ່ມີຫຼັກສູດ ລະດັບປະລິນຍາເອກເກີດຂຶ້ນ, ຫຼັກສູດດັ່ງກ່າວນີ້ ແມ່ນໄດ້ສຶກສາຄົ້ນຄວ້າ ແລະພັດທະນາມາແຕ່ປີ 2014 ໂດຍອີງໃສ່ຂໍ້ຕົກລົງວ່າດ້ວຍການອະນຸມັດໂຄງການສ້າງຫຼັກສູດປະລິນຍາເອກສຶກສາສາດ ສາຂາບໍລິຫານການສຶກສາ ຂອງອະທິການບໍດີ ມຊ, ຄັ້ງວັນທີ 8/7/2014 ແລະຂໍ້ຕົກລົງວ່າດ້ວຍການແຕ່ງຕັ້ງຄະນະຮັບຜິດຊອບສ້າງຫຼັກສູດປະລິນຍາເອກສຶກສາສາດ ສາຂາບໍລິຫານການສຶກສາ ຂອງອະທິການບໍດີ ມຊ ຄັ້ງວັນທີ 4/8/2014 ໂດຍຜ່ານຂະບວນການ ແລະຂັ້ນຕອນຕ່າງໆຈົນມາເຖິງມື້ນີ້ຈຶ່ງໄດ້ຮັບຜົນສຳເລັດ.
ການເປີດຫຼັກສູດປະລິນຍາເອກສຶກສາສາດ ສາຂາບໍລິຫານການສຶກສາ ໃນຄັ້ງນີ້, ເປັນການສ້າງຜູ້ບໍລິຫານການສຶກສາມືອາຊີບ, ສ້າງນັກຄົ້ນຄວ້າການສຶກສາ ເປັນການຍົກລະດັບພະນັກງານ, ຄູ-ອາຈານ, ສ້າງພະນັກງານວິຊາການໆສຶກສາໃນພາກລັດ ແລະເອກະຊົນ ທັງເປັນການປະກອບສ່ວນສ້າງຄວາມເຂັ້ມແຂງໃຫ້ແກ່ຂະແໜງ
ການສຶກສາ ແລະຄົ້ນຄວ້າວິທະຍາສາດໃນໄລຍະໃໝ່ ເພື່ອເປັນການຮອງຮັບຄວາມກ້າວໜ້າທາງດ້ານການຄົ້ນຄວ້າວິທະຍາສາດ, ເທັກໂນໂລຢີ, ການສ້າງຜະລິດຕະພັນ ແລະນະວັດຕະກຳ ອາດເປັນຮູບແບບ, ລະບົບ, ວິທີການ, ຫຼັກການບໍລິຫານຄຸ້ມຄອງ ທັງໝົດນີ້ເພື່ອກ້າວໄປເຊື່ອມໂຍງກັບພາກພື້ນ ແລະສາກົນ; ທັງເປັນການບຸກທະລຸດ້ານຊັບພະຍາກອນມະນຸດ ເພື່ອເປັນກຳລັງແຮງ ປະກອບສ່ວນເຂົ້າໃນການພັດທະນາຂະແໜງການສຶກສາ ກໍຄື ການປົກປັກຮັກສາ ແລະພັດທະນາປະເທດຊາດ ຕາມແຜນພັດທະນາຂະແໜງການສຶກສາ ຄັ້ງທີ 9 ຮອດປີ 2025 ແລະແຜນພັດທະນາ ມຊ ຮອດປີ 2025. ທ່ານຍັງໃຫ້ຮູ້ອີກວ່າ ຜົນການຄັດເລືອກນັກສຶກສາເຂົ້າຮຽນລະດັບປະລິນຍາເອກ ໃນສາຂາ ບໍລິຫານການສຶກສາ ຄສສ ແມ່ນໄດ້ຈັດການສອບເສັງໃນວັນທີ 6 ກຸມພາ 2021 ຜ່ານມານີ້, ເຊິ່ງມີຜູ້ສະໜັກເຂົ້າສອບເສັງທັງໝົດ 40 ທ່ານ ຍິງ 19 ທ່ານ. ຜົນການຄັດເລືອກແມ່ນໄດ້ 7 ທ່ານ ຍິງ 5 ທ່ານ.
ສຳລັບເງື່ອນໄຂຜູ້ທີ່ຈະສຳເລັດການສຶກສາແມ່ນຕ້ອງຜ່ານການປ້ອງກັນວິທະຍານິພົນ ຄະແນນສະເລ່ຍສະສົມ 3,5 ຂຶ້ນໄປ, ວິທະຍານິພົນຕ້ອງຖືກພິມເຜີຍແຜ່ ໃນວາລະສານວິທະຍາສາດທັງພາຍໃນ ແລະຕ່າງປະເທດຢ່າງໜ້ອຍ 2 ບົດ, ບົດວິທະຍານິພົນຕ້ອງຜ່ານການນຳສະເໜີຕໍ່ກອງປະຊຸມລະດັບພາກພື້ນ ຫຼືສາກົນເພີ່ມຢ່າງໜ້ອຍ 2 ບົດ, ຜູ້ສຶກສາທີ່ບໍ່ສາມາດຈົບພາຍໃນກຳນົດເວລາທີ່ກຳນົດໄວ້ ສາມາດຮັກສາສະຖານພະາບການເປັນນັກສຶກສາໄດ້ 2 ປີ ຫຼື 4 ພາກຮຽນ.
ຫຼັກສູດການຮຽນແມ່ນໄລຍະເວລາ 3 ປີ ມີທັງໝົດ 66 ໜ່ວຍກິດ. ລວມເປັນເງິນ 59,400,000 ກີບ (ສໍາລັບຜູ້ທີ່ຈົບປະລິນຍາໂທສາຂາອື່ນ ແມ່ນລວມເປັນເງິນ 67.200.000 ກີບ) ການດໍາເນີນການຮຽນ-ການສອນ ແມ່ນ ວັນເສົາ-ວັນທິດ.
ຂ່າວ: ພູວັນ ນ້ອຍສິນນະລັກ
ກວດແກ້ໂດຍ: ພູວຽງ ແສນສົມບັດ
- Details
- Hits: 277
ໃນວັນທີ 2 ເມສາ 2021 ຜ່ານມານີ້, ທີ່ສະຖາບັນຂົງຈື ມະຫາວິທະຍາໄລແຫ່ງຊາດ(ມຊ), ພາກວິຊາຄູພາສາລາວ-ວັນນະຄະດີ ຄະນະສຶກສາສາດ(ຄສສ), ມຊ ໄດ້ຈັດພິທີເປີດໂຄງການເຝິກອົບຮົມການປະພັນເພງໃນຫົວຂໍ້: “ບົດເພງກັບການຮຽນຮູ້ຕະຫຼອດຊີວິດ”, ພາຍໃຕ້ການເປັນປະທານຂອງທ່ານ ວິຊຽນ ທອງທະວີ ຮອງຄະນະບໍດີ ຄສສ, ເປັນກຽດເຂົ້າຮ່ວມບັນຍາຍຂອງທ່ານ ບົວເງິນ ຊາພູວົງ ຮອງລັດຖະມົນຕີກະຊວງຖະແຫຼງຂ່າວ, ວັດທະນະທຳ ແລະທ່ອງທ່ຽວ, ສິລະປິນແຫ່ງຊາດ ສາຂາສິລະປະການສະແດງ, ມີທ່ານ ໂຢຮັນ ໄຮມັນ ຜູ້ອຳນວຍການປະຈຳພາກພື້ນ ຫ້ອງການນາໆຊາດເພື່ອການສຶກສາຜູ້ໃຫຍ່ປະເທດເຢຍລະມັນ, ມີຫົວໜ້າພະແນກ-ຮອງພະແນກ, ພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.
ທ່ານ ວິຊຽນ ທອງທະວີ ກ່າວວ່າ: ການຈັດເຝິກອົບຮົມໃນຄັ້ງນີ້, ເພື່ອໃຫ້ຄູ-ອາຈານ ແລະນັກສຶກສາເຂົ້າໃຈເຖິງບົດບາດ-ຄວາມສຳຄັນຂອງບົດເພງທີ່ມີຕໍ່ການຮຽນພາສາລາວ-ວັນນະຄະດີ ແລະສັງຄົມລາວ, ເພື່ອໃຫ້ຜູ້ທີ່ມີຄວາມສົນໃຈໄດ້ມີອາຊີບການເເຕ່ງເພງຫາລ້ຽງຊີບຕົນເອງໄດ້, ນອກຈາກອາຊີບຫຼັກ ແລະການສອນ. ການເຝິກອົບຮົມຄັ້ງນີ້ ຄາດວ່າຄູ-ອາຈານ ແລະນັກສຶກສາຈະໄດ້ຮຽນຮູ້ການປະພັນ, ຮຽນຮູ້ທິດສະດີ, ຮູ້ຫຼັກການ, ຂະບວນການຂັ້ນຕອນການປະພັນເພງ, ພ້ອມນັ້ນ ຄູ-ອາຈານ ແລະນັກສຶກສາໄດ້ຮັບຟັງການບັນຍາຍ ພັດທະນາການຮຽນ-ການສອນ ໂດຍການແຊກຊ້ອນເນື້ອໃນການຮຽນຮູ້ຕະຫຼອດຊີວິດເຂົ້າໃນລາຍວິຊາການປະພັນ, ສັນທະສິນສາດ ເພື່ອກ້າວເຂົ້າສູ່ລະດັບພາກພື້ນ ແລະສາກົນ.
ທ່ານ ບົວເງິນ ຊາພູວົງ ໄດ້ໃຫ້ກຽດບັນຍາຍໃຫ້ຄວາມຮູ້ກ່ຽວກັບການປະພັນບົດເພງ ເຊິ່ງທ່ານໄດ້ຍົກໃຫ້ເຫັນ ສະພາບລວມຂອງການພັດທະນາເພງລາວໃນໄລຍະຜ່ານມາ ແລະບາງບັນຫາທີ່ຕ້ອງເອົາໃຈໃສ່ໃນອະນາຄົດ, ບັນດາປະເພດບົດເພງ, ຈັງຫວະທໍານອງ, ເນື້ອຮ້ອງ ແລະບາງບັນຫາທີ່ຕ້ອງປະຕິບັດໃນການປະພັນເພງ ເພື່ອໃຫ້ຖືກຕ້ອງ ແລະສອດຄ່ອງກັບສັງຄົມ. ທັງນີ້ ກໍເພື່ອເປັນການພັດທະນາຄວາມເຂັ້ມແຂງທາງດ້ານການປະພັນບົດເພງໃຫ້ແກ່ພະນັກງານ ຄູ-ອາຈານ ແລະນັກສຶກສາໃນພາກວິຊາໃຫ້ນັບມື້ມີຫຼາກຫຼາຍກ້າວສູ່ຄຸນນະພາບລະດັບພາກພື້ນສາກົນເທື່ອລະກ້າວ. ຈາກນັ້ນໃນພິທີໄດ້ມີການສົນທະນາຖາມ-ຕອບ, ແລກປ່ຽນຄວາມຮູ້ເຊິ່ງກັນ ແລະກັນ ແລະໃນທ້າຍພິທີຍັງໄດ້ໃຫ້ ຄູ-ອາຈານ ແລະນັກສຶກສາທີ່ເຂົ້າຮ່ວມໄດ້ເຝິກ ແລະລົງມືປະຕິບັດແຕ່ງເພງຕາມຫຼັກການທີ່ໄດ້ຮັບຟັງມາໃຫ້ກ່ຽວຂ້ອງກັບເນື້ອໃນການຮຽນຮູ້ຕະຫຼອດຊີວິດ ແລະການສຶກສາຜູ້ໃຫຍ່; ຈາກນັ້ນໄດ້ຄັດເລືອກເອົາບົດເພງດີເດັ່ນທີ່ທີ່ສຸດ ແລ້ວໄປຊີງລາງວັນ ເຊິ່ງຈະປະກາດຜົນລາງວັນໃນວັນທີ 2 ພຶດສະພາ 2021 ທີ່ຈະມາເຖິງນີ້.
ຂ່າວ-ພາບ: ພົນ ບຸພະຈັນ
ກວດແກ້ໂດຍ: ພູວຽງ ແສນສົມບັດ
- Details
- Hits: 419
ງານຕະຫຼາດນັດສະໝັກງານ JOB FAIR 2021, ເຊິ່ງຈະໄດ້ຈັດຂຶ້ນໃນລະຫວ່າງວັນທີ 27-28 ພຶດສະພາ 2021 ເລີ່ມແຕ່ເວລາ 8:00 ໂມງເຊົ້າ - 17:00 ໂມງແລງ ທີ່ສະໂມສອນໃຫຍ່ ມະຫາວິທະຍາໄລແຫ່ງຊາດ, ພາຍໃນງານຜູ້ເຂົ້າຮ່ວມຈະໄດ້ພົບກັບກິດຈະກຳຫຼາກຫຼາຍ ຈາກຫ້າງຮ້ານບໍລິສັດ ທີ່ຈະມາເປີດບູດຮັບສະໝັກພະນັກງານ.
ສຳລັບຫ້າງຮ້ານບໍລິສັດໃດ ຫາກມີຄວາມສົນໃຈຢາກຊອກຫາເພື່ອຮ່ວມງານທີ່ມີຄຸນະພາບ ແລະຊອກວຽກເຮັດງານທຳ ແມ່ນສາມາດມາຈັບຈອງບູດໄດ້ ທີ່ສະໂມສອນໃຫຍ່ ມຊ
ສົນຕິດຕໍ່ໄດ້ທີ່ເບີ:
ໂທ ແລະ WhatsApp: 020 2305 2343
020 5442 4464
020 5610 9955
- Details
- Hits: 109
ຄະນະບໍລິຫານງານຊາວໜຸ່ມ ປະຊາຊົນ ປະຕິວັດລາວ (ຄຊປປລ) ມະຫາວິທະຍາໄລແຫ່ງຊາດ (ມຊ) ໄດ້ຈັດກອງປະຊຸມສ່ອງແສງ ໄຕມາດ I ແລະຜ່ານແຜນການເຄື່ອນໄຫວວຽກງານໄຕມາດ II ປະຈໍາປີ 2021, ກອງປະຊຸມດັ່ງກ່າວ, ໄດ້ຈັດຂຶ້ນໃນຕອນບ່າຍ ວັນທີ 31 ມີນາ 2021 ນີ້, ທີ່ຫ້ອງປະຊຸມ ໂຮງຮຽນພອນສະຫວັນ ແລະຊົນເຜົ່າກຽມມະຫາວິທະຍາໄລ(ຮພຊ) ໂດຍການເປັນປະທານຂອງ ສະຫາຍ ປອ. ຕຸດາວັນ ໜໍ່ເມືອງເສດ ເລຂາ ຄຊປປລ ກະຊວງສຶກສາທິການ ແລະກີລາ, ໃຫ້ກຽດເຂົ້າຮ່ວມໂດຍສະຫາຍ ຮສ. ໂພສີ ທິບດາວັນ ຄະນະປະຈໍາພັກ, ຮອງອະທິການບໍດີ, ຜູ້ຊີ້ນໍາວຽກງານ 3 ອົງການຈັດຕັ້ງມະຫາຊົນ ມຊ, ມີສະຫາຍ ຮສ.ປອ. ຄໍາພຸດ ພົມມະສອນ ຜູ້ອໍານວຍການໂຮງຮຽນພອນສະຫວັນ ແລະຊົນເຜົ່າກຽມມະຫາວິທະຍາໄລ, ມີບັນດາເລຂາຊາວໜຸ່ມ 17 ຮາກຖານທົ່ວ ມຊ ເຂົ້າຮ່ວມ.
ໃນກອງປະຊຸມ, ສະຫາຍ ປອ. ວິໄລສັກ ສີໂຄດວົງສາ ຄະນະບໍລິຫານງານຊາວໜຸ່ມກະຊວງສຶກສາທິການ ແລະກີລາ, ຮອງເລຂາຄະນະບໍລິຫານງານຊາວໜຸ່ມ ມຊ ໄດ້ຜ່ານບົດສະຫຼຸບວຽກງານການເຄື່ອນໄຫວຂອງ ຄຊປປລ, ມຊ ໃນໄຕມາດ I ປະຈໍາປີ 2021 ເຊິ່ງ ຊປປລ, ມຊ. ໄດ້ຖືເອົາການສຶກສາອົບຮົມການເມືອງແນວຄິດເປັນບັນຫາສຳຄັນ ໂດຍຕິດພັນກັບຂະບວນການເຄື່ອນໄຫວຂອງວຽກງານຊາວໜຸ່ມ ໂດຍສະເພາະແມ່ນສະມາຊິກຊາວໜຸ່ມທີ່ເປັນນັກຮຽນນັກສຶກສາໃຫ້ມີແນວຄິດອຸ່ນອ່ຽງທຸນທ່ຽງ, ມີຄວາມເຊື່ອໝັ້ນຕໍ່ການນຳພາ, ມີຄວາມສາມັກຄີຮັກແພງຊ່ວຍເຫຼືອເຊິ່ງກັນ ແລະກັນ, ເລັ່ງໃສ່ສະມາຊິກໃຫ້ມີສະຕິຕໍ່ການຈັດຕັ້ງ, ມີຄວາມຫ້າວຫັນ ແລະມີຄວາມຕື່ນຕົວສູງເພື່ອສະໝັກເຂົ້າຮ່ວມຂະບວນການສໍາຄັນຕ່າງໆຂອງຊາດ ກໍຄື ມຊ ແລະຮາກຖານຈັດຂຶ້ນ ໃຫ້ສຸດກົກສຸດປາຍ.
ວຽກງານວິຊາສະເພາະແມ່ນໄດ້ເປັນວິທະຍາກອນເຝິກອົບຮົມໃນຫົວຂໍ້: ການສອນແບບອອນລາຍ ໃຫ້ແກ່ຄູອາຈານ ແລະນັກສຶກສາພາຍໃນ ມຊ ຈໍານວນ 34 ຊຸດ; ໄດ້ເຂົ້າເຝິກອົບຮົມວຽກງານອື່ນໆອີກ 25 ຄັ້ງ, ໄດ້ເຂົ້າຮ່ວມເປັນຄູເຝິກ ກ່ຽວກັບການລ້ຽງງົວອາຊີບທາງເລືອກໃຫ້ແກ່ປະຊາຊົນຢູ່ແຂວງບໍລິຄຳໄຊ ມີຜູ້ເຂົ້າຮວມ 40 ຄົນ; ຈັດເຝິກອົບຮົມການລ້ຽງໄກ່ຊີ້ນໃຫ້ແກ່ປະຊາຊົນບ້ານປາກຊາບ ຈຳນວນ 20 ຄອບຄົວ; ໄດ້ເຂົ້າຮ່ວມແຂ່ງຂັນ ນະວັດຕະກຳໃໝ່ ສາມາດຍາດໄດ້ລາງວັນ ຮອງຊະນະເລີດ 2 ລາງວັນ; ເຂົ້າເປັນຄະນະກໍາມະການໃນການຈັດການແຂ່ງຂັນບານເຕະລາວພີເມຍລີກ ແລະດີວີຊັນ 1 ລະດູການ 2020 ຈໍານວນ 12 ສະຫາຍ. ວຽກງານຂະບວນການ ສະມາຊິກຊາວໜຸ່ມ ມຊ ໄດ້ຮ່ວມໃຈບໍລິຈາກເລືອດເພື່ອຊ່ວຍເຫຼືອສັງຄົມໂດຍບໍ່ຫວັງຜົນຕອບແທນ ລວມທັງໝົດ 437 ສະຫາຍ(ຖົງ); ໄດ້ຈັດຕັ້ງ ແລະນໍາພາສະມາຊິກຊາວໜຸ່ມເຂົ້າຮ່ວມຂະບວນການອອກແຮງງານລວມ (ປົກກະຕິ) ຕາມຂອບເຂດຮັບຜິດຊອບຂອງຕົນເອງຈໍານວນທັງໝົດ 10 ຄັ້ງ ມີສະມາຊິກເຂົ້າຮ່ວມ ຈໍານວນ 6,632 ສະຫາຍ, ຍິງ 3,320 ສະຫາຍ, ໄດ້ຈັດຕັ້ງລະດົມທຶນຮອນ, ເພື່ອນໍາໄປຊ່ວຍເຫຼືອໃຫ້ແກ່ໂຮງຮຽນທີ່ຍັງທຸກຍາກທີ່ ເມືອງກະລຶມ ແຂວງເຊກອງ ລວມມູນຄ່າ 52,738,000 ກີບ (ຫ້າສິບສອງລ້ານເຈັດແສນສາມສິບແປດພັນກີບ); ໄດ້ມອບເຄື່ອງຊ່ວຍເຫຼືອໃຫ້ແກ່ປະຊາຊົນຜູ້ທຸກຍາກຂອງ ເມືອງ ໄຊຈຳພອນ ແຂວງສະຫວັນນະເຂດ ຈຳນວນ 350 ຄອບຄົວ ລວມມູນຄ່າການຊ່ວຍເຫຼືອ 18,500,000 ກີບ; ໄດ້ເຂົ້າຮ່ວມແຂ່ງຂັນການປະກວດຮູບເງົາສັ້ນກ່ຽວກັບການຕ້ານການຄ້າມະນຸດ ສາມາດຍາດໄດ້ລາງວັນທີ 2 ແລະໄດ້ເຂົ້າຮ່ວມແຂ່ງຂັນການປະກວດໂຄສະນາໃນຫົວຂໍ້ “ການເຂົ້າເຖິງການບໍລິການດ້ານກົດໝາຍ” ທີ່ກະຊວງຍຸຕິທໍາ ສາມາດຍາດໄດ້ລາງວັນທີ 1, 3 ແລະລາງວັນຊົມເຊີຍ ນອກຈາກນັ້ນ, ຍັງມີວຽກງານດ້ານອື່ນໆອີກ.
ໃນໂອກາດດັ່ງກ່າວ, ສະຫາຍ ຮສ. ໂພສີ ທິບດາວັນ ໄດ້ໂອ້ລົມຕໍ່ກອງປະຊຸມ ເຊິ່ງທ່ານໄດ້ກ່າວເນັ້ນບາງຕອນວ່າ: ຄະນະບໍລິຫານຊາວໜຸ່ມຕ້ອງເອົາໃຈໃສ່ວຽກງານວິຊາການໂດຍສະເພາະແມ່ນດ້ານການສິດສອນ, ວຽກງານສິລະປະ, ກີລາ ແລະວຽກງານປ້ອງກັນຄວາມສະຫງົບ, ເອົາໃຈໃສ່ພັດທະນາຕົນເອງເລື່ອງການສິດສອນເພື່ອໃຫ້ກາຍເປັນຄູດີເດັ່ນລະດັບ ມຊ ກໍຄື ລະດັບຊາດ ແລະໃຫ້ເອົາໃຈໃສ່ ວຽກງານສຶກສາແນວຄິດໂດຍສະເພາະແມ່ນສະມາຊິກທີ່ເປັນນັກຮຽນນັກສຶກສາແມ່ນຍິ່ງໄດ້ເອົາໃຈໃສ່ເປັນພິເສດ ເພື່ອໃຫ້ເຂົາເຈົ້າມີແນວຄິດທີ່ໜັກແໜ້ນ ແລະມີສະຕິລະວັງຕົວ ຕໍ່ການເສບຂ່າວຕ່າງໆຕາມສື່ສັງຄົມອອນລາຍໃນປັດຈຸບັນ. ວຽກງານກວດກາແມ່ນໃຫ້ຕິດພັນກັບທຸກໆວຽງວຽກງານ, ໃຫ້ມີການຮ່ວມຊີວິດການເມືອງເພື່ອຮ່ວມກັນວາງແຜນໃຫ້ວຽກງານແຕ່ລະດ້ານຕິດພັນກັບວຽກງານ 4 ບຸກ, ເອົາໃຈໃສ່ຂະຫຍາຍສະມາຊິກຊາວໜຸ່ມທີ່ເປັນນັກສຶກສາ ສ້າງໃຫ້ເປັນຜູ້ສືບທອດ ແລະເປັນແບບຢ່າງທີ່ດີ.
ຂ່າວ: ພູວັນ ນ້ອຍສິນນະລັກ
ຜູ້ກວດແກ້: ພູວຽງ ແສນສົມບັດ
- Details
- Hits: 269
ໃນຕອນບ່າຍວັນທີ 24 ມີນາ 2021 ຜ່ານມານີ້, ບໍລິສັດ ມິດຊູບິຊິ(Mitsubishi) ໄດ້ມອບທຶນການສຶກສາໃຫ້ແກ່ນັກສຶກສາ ມະຫາວິທະຍາໄລແຫ່ງຊາດ(ມຊ), ພິທີໄດ້ຈັດຂຶ້ນທີ່ຫ້ອງປະຊຸມຕຶກ ສໍານັກງານອະທິການບໍດີ ມຊ. ໂດຍການມອບຂອງທ່ານ ໂຊອິຈິ ໂອກິວາຣະ (Shoichi Ogiwara) ຜູ້ຕາງໜ້າບໍລິສັດ ມິດຊູບິຊິ ແລະກ່າວຮັບໂດຍ ທ່ານ ຮສ.ປອ. ອຸດົມ ພອນຄຳເພັງ ຮັກສາການອະທິການບໍດີ ມຊ, ມີບັນດາຄະນະບໍດີ, ຫົວໜ້າຫ້ອງການ ພ້ອມດ້ວຍພະນັກງານ, ຄູ-ອາຈານ ແລະນັກສຶກສາຜູ້ທີ່ໄດ້ຮັບທຶນເຂົ້າຮ່ວມ.
ຈຸດປະສົງຂອງການມອບທຶນການສຶກສາໃຫ້ແກ່ນັກສຶກສາ ມຊ. ໃນຄັ້ງນີ້ ແມ່ນເພື່ອປະກອບສ່ວນຊຸກຍູ້ສົ່ງເສີມນັກສຶກສາຜູ້ທີ່ຮຽນດີ-ຮຽນເກັ່ງ, ມີຄຸນສົມບັດດີ, ແຕ່ຖານະຄອບຄົວທຸກຍາກຂາດເຂີນ ໄດ້ມີໂອກາດສຶກສາຮໍ່າຮຽນ; ເຊິ່ງທຶນທີ່ໄດ້ຮັບແມ່ນມີຄວາມສຳຄັນ ແລະມີປະໂຫຍດຫຼາຍຕໍ່ກັບນັກສຶກສາ, ເພາະພວກເຂົາເຈົ້າຈະໄດ້ໜູນໃຊ້ທຶນດັ່ງກ່າວ ເຂົ້າໃນການສຶກສາຮໍ່າຮຽນ ແລະຊ່ວຍຫຼຸດຜ່ອນຄ່າໃຊ້ຈ່າຍຂອງຄອບຄົວຕື່ມອີກ. ບໍລິສັດມິດຊູບິຊິໄດ້ສະໜັບສະໜູນໃຫ້ທຶນນັກສຶກສາ ໃນສົກສຶກສາ 2020-2021 ນີ້ ທັງໝົດຈຳນວນ 20 ຄົນ ໃນ 2 ຄະນະວິຊາຄື ຄະນະເສດຖະສາດ ແລະບໍລິຫານທຸລະກິດ 10 ຄົນ, ຄະນະອັກສອນສາດ ພາກວິຊາ ພາສາຢີ່ປຸ່ນ ຈຳນວນ 10 ຄົນ. ລວມມູນຄ່າທຶນການສຶກສາທັງໝົດ 40.000.000ກີບ (ສີ່ສິບລ້ານກີບ). ເຊິ່ງນັກສຶກສາຜູ້ທີ່ຮັບທຶນແມ່ນຈະໄດ້ຮັບເງິນ 2.000.000 ກີບ(ສອງລ້ານກີບ)/ຄົນ ຕໍ່ ປີ.
ພາບ ແລະ ຂ່າວ: ພູວັນ
- Details
- Hits: 174
ໃນຕອນເຊົ້າວັນທີ 25 ມີນາ 2021 ນີ້, ມະຫາວິທະຍາໄລແຫ່ງຊາດ(ມຊ) ແລະທະນາຄານພັດທະນາອາຊີ(ADB) ໄດ້ຈັດພິທີເຊັນສັນຍາການຮ່ວມມື(MOA)ຂຶ້ນທີ່ ຫ້ອງປະຊຸມຕຶກສໍານັກງານອະທິການບໍດີ ມຊ; ເຊິ່ງ ຝ່າຍ ມຊ. ລົງນາມໂດຍທ່ານ ຮສ. ດຣ. ຄຳຜົງ ນາມມະວົງມີໄຊ ຮອງອະທິການບໍດີ, ຝ່າຍ ADB ລົງນາມໂດຍທ່ານ ນາງ ໂຊໂນມິ ທະນາກະ ຜູ້ຕາງໜ້າ ADB ປະຈໍາ ສປປ ລາວ, ໂດຍຊ້ອງໜ້າ ທ່ານ ຮສ. ປອ ອຸດົມ ພອນຄໍາເພັງ ຮັກສາການອະທິການບໍດີ ມຊ, ມີບັນດາຫົວໜ້າຫ້ອງການ, ຮອງຫົວໜ້າຫ້ອງການ, ຜູ້ອຳນວຍການຫໍສະໝຸດກາງ ພ້ອມດ້ວຍພະນັກງານ ທີ່ກ່ຽວຂ້ອງທັງສອງຝ່າຍເຂົ້າຮ່ວມເປັນສັກຂີພະຍານ.
ການເຊັນສັນຍາການຮ່ວມມື ຂອງສອງຝ່າຍໃນຄັ້ງນີ້: ແມ່ນເພື່ອຂະຫຍາຍການເຂົ້າເຖິງບົດຄົ້ນຄວ້າ ແລະສິ່ງພິມອື່ນໆຂອງ ADB ໃຫ້ແກ່ຜູ້ອ່ານ ແລະຜູ້ນໍາໃຊ້ພາຍໃນປະເທດ ກ່ຽວກັບຂໍ້ມູນບົດຄົ້ນຄວ້າ ແລະສິ່ງພິມດັ່ງກ່າວນັ້ນໄດ້ຢ່າງກວ້າງຂວາງ. ການເຊັນສັນຍາຄັ້ງນີ້ແມ່ນຫໍສະໝຸດກາງ ມຊ ເປັນຄູ່ຮ່ວມມືຢ່າງເປັນທາງການຂອງໂຄງການຝາກຫໍສະໝຸດຂອງ ADB ແລະຈະໄດ້ຮັບສື່ສິ່ງພິມຂອງ ADB ລວມທັງບົດຄົ້ນຄວ້າ, ບົດສະຫຼຸບນະໂນບາຍ, ບັນດາສິ່ງພິມປູກຈິດສໍານຶກມວນຊົນທີ່ມີຫຼາກຫຼາຍຫົວຂໍ້ ແລະຫຼາຍດ້ານ ເຊິ່ງຈະເຮັດໃຫ້ຜູ້ຊົມໃຊ້ຫ້ອງສະໝຸດກາງ ມຊ ສາມາດເຂົ້າເຖິງບັນດາສິ່ງພິມດັ່ງກ່າວນັ້ນໄດ້. ນອກຈາກນັ້ນ ຍັງຈະໄດ້ມີການຮ່ວມກັນ ຈັດເວທີເພື່ອການແບ່ງປັນຄວາມຮູ້ ແລະພ້ອມທັງການສ້າງຄວາມອາດສາມາດໃຫ້ແກ່ພະນັກງານໃນຫ້ອງສະໝຸດ.
ທ່ານ ຮສ. ດຣ. ຄໍາຜົງ ນາມມະວົງມີໄຊ ໄດ້ກ່າວວ່າ ການເຊັນສັນຍາຮ່ວມມືລະຫວ່າງ ມຊ ແລະ ADBໃນຄັ້ງນີ້, ກໍເພື່ອເປັນການສະໜອງແຫຼ່ງຄວາມຮູ້ ທີ່ມີຄຸນນະພາບໂດຍຜ່ານສິ່ງພິມຕ່າງໆກ່ຽວກັບການພັດທະນາພາຍໃນປະເທດ ແລະພາກພື້ນ ໃຫ້ແກ່ນັກຮຽນ, ຄູ-ອາຈານ ແລະປະຊາຊົນທົ່ວໄປ ເພື່ອໃຫ້ເຂົາເຈົ້າໄດ້ສຶກສາຮ່ຳຮຽນ ແລະຄົ້ນຄວ້າ ແລະທັງເປັນການເພີ່ມທະວີການຮ່ວມມືຂອງສອງຝ່າຍ ໃນການພັດທະນາທາງດ້ານການສຶກສາໃຫ້ເກີດດອກອອກຜົນສືບຕໍ່ໄປໃນອະນາຄົດ.
ພາບ ແລະ ຂ່າວ: ພູວັນ
More Articles ...
- ມຊ ຈັດພິທີເປີດ-ປິດ ງານແຂ່ງຂັນກີລານັກສຶກສາ ຄັ້ງທີ 12
- ສະຫະພັນກໍາມະບານ ຮາກຖານ ຄສສ ຈັດພິທີເຜີຍແຜ່ການນໍາໃຊ້ບັດປະກັນສັງຄົມ
- ພິທີແຕ່ງຕັ້ງ ທ່ານ ຮສ. ປອ. ສາຍສະໝອນ ປຣະສອນໄຊຜູ້ຊ່ວຍອະທິການບໍດີ ມຊ
- ມຊ ຈັດພິທີສົ່ງທ່ານ ສຈ. ປອ. ສົມສີ ຍໍພັນໄຊ ອະດີດອະທິການບໍດີ ເຂົ້າຮັບບໍານານ
- ໂຮງຮຽນພອນສະຫວັນ ແລະຊົນເຜົ່າກຽມມະຫາວິທະຍາໄລ ຈັດພິທີປິດງານກີລາ ແລະສິລະປະ
- ການລົງເຝິກຫັດວິຊາຊີບຄູຂອງນັກສຶກສາ ຄສສ
- ມຊ. ຍົກສູງຄວາມຮັບຮູ້ກ່ຽວກັບການຮຽນຮ່ວມຂອງນັກສຶກສາພິການຕາ
- ແມ່ຍິງ ຮາກຖານ ຄອສ ຫວນຄືນມູນເຊື້ອວັນແມ່ຍິງສາກົນ ແລະ ສະຫຼຸບຜົນງານການເຄື່ອນໄຫວ
- ຄສຄ ແລະອົງການອຸຍນີເຊັບ(UNICEF) ຮ່ວມມືດ້ານວິຊາການ
- ກອງປະຊຸມສະຫລຸບວຽກງານການເງິນ ແລະແຜນພັດທະນາ ມຊ.