ຫ້ອງການພົວພັນຕ່າງປະເທດມະຫາວິທະຍາໄລແຫ່ງຊາດ ຂໍແຈ້ງມາຍັງນັກສຶກສາ ປ.ໂທ ພາຍໃນມະຫາວິທະຍາໄລແຫ່ງຊາດ ຊາບວ່າ ຄະນະບັນດິດວິທະຍາສາດ ແລະ ເຕັກໂນໂລຊີ (the Graduate School of Science and Technology), ມະຫາວິທະຍາໄລກຸມາໂມໂຕ (Kumamoto University), ປະເທດຍີ່ປຸ່ນ ຈະຈັດໂຄງການແລກປ່ຽນການສຶກສາ IJEP (International Joint Education Program for Science and Technology) Short Term Exchange Program ໄລຍະ 6 ເດືອນ ຫາ ປີ ໃນສົກສຶກສາ 2018 – 2019) ພາຍໃຕ້ທຶນການສຶກສາ JASSO Scholarship ນັກສຶກສາຜູ້ທີ່ມີຄວາມສົນໃຈສະໝັກ ສາມາດເຂົ້າເບິ່ງຂໍ້ມູນເພີ່ມເຕີມ ແລະ ວິທີການສະໝັກໄດ້ທີ່: https://www.fast.kumamoto-u.ac.jp/gsst-en/special/ijep_for_jasso/.

ໝາຍເຫດ: -  ກໍານົດປິດຮັບສະໝັກວັນທີ ມິຖຸນາ 2018.

-      ນັກສຶກສາທີ່ໄດ້ຮັບການຄັດເລືອກຈະໄດ້ຮັບທຶນເປັນເງິນເບ້ຍລ້ຽງ ຈຳນວນ 80,000 ເຢັນຕໍ່ເດືອນ ເພື່ອໃຊ້ໃນການກິນຢູ່-ພັກເຊົາ ແລະ ຄ່າໃຊ້ຈ່າຍອື່ນໆ, ສ່ວນຄ່າເດີນທາງໄປ-ກັບແມ່ນນັກສຶກສາເປັນຜູ້ຮັບຜິດຊອບເອງ.

ສຳນັກງານໃຫ່ຍ

ບ້ານ ດົງໂດກ
ເມືອງໄຊທານີ, ນະຄອນຫຼວງວຽງຈັນ
ສ.ປ.ປ.ລາວ

ຕິດຕໍ່ພົວພັນ

ໂທ:+856 (21) 770070
ແຟັກ:+856 (21) 770070
ອີເມວ: nuolinfo@nuol.edu.la

ລິຂະສິດ

Copyright © 2021 National University of Laos. All Rights Reserved.