ຫ້ອງການພົວພັນຕ່າງປະເທດ ມະຫາວິທະຍາໄລແຫ່ງຊາດ ຂໍແຈ້ງມາຍັງພະນັກງານ-ອາຈານ ພາຍໃນມະຫາວິທະຍາໄລແຫ່ງຊາດ ເພື່ອເຂົ້າຮ່ວມກອງປະຊຸມ The First Southeast Asian Social Innovation Network Conference, ຊຶ່ງຈຸດປະສົງຂອງງານແມ່ນເພື່ອແບ່ງປັນປະສົບການດ້ານນະວັດຕະກຳເພື່ອສັງຄົມ (Social Innovation), ຈັດໂດຍ Southeast Asian Social Innovation Network (SEASIN), ທີ່ ປະເທດມາເລເຊຍ ໃນລະຫວ່າງວັນທີ 8 - 9 ຕຸລາ 2018. ຜູ້ທີ່ມີຄວາມສົນໃຈເຂົ້າຮ່ວມ ສາມາດເຂົ້າເບິ່ງລາຍລະອຽດຕ່າງໆກ່ຽວກັບງານ ແລະ ການລົງທະບຽນໄດ້ທີ່: www.seasin-eu.org, ກຳນົດສົ່ງຫົວຂໍ້ (Abstract) ແມ່ນບໍ່ໃຫ້ກາຍວັນທີ 31 ພຶດສະພາ 2018.
Call for Abstract: The First Southeast Asian Social Innovation Network Conference, Kuala Lumpur, Malaysia
- Details
- Hits: 1040