ຫ້ອງການພົວພັນຕ່າງປະເທດ ມະຫາວິທະຍາໄລແຫ່ງຊາດ ຂໍແຈ້ງມາຍັງນັກສຶກສາພາຍໃນ ມະຫາວິທະຍາໄລແຫ່ງຊາດ ເພື່ອສະໝັກເຂົ້າຮ່ວມໂຄງການແລກປ່ຽນການສຶກສາໄລຍະສັ້ນ “Cool Japan Summer Program” ໃນລະຫວ່າງວັນທີ 19 - 30 ກໍລະກົດ 2019, ເຊິ່ງມີຈຸດປະສົງເພື່ອການຮຽນຮູ້ທາງດ້ານວັດທະນະທຳ-ສັງຄົມ ແລະ ເຕັກໂນໂລຢີຂອງປະເທດຍີ່ປຸ່ນ, ແລະ ໂຄງການ “Law in Japan Program” ມີ 2 ໄລຍະ: ວັນທີ 1 - 12 ກໍລະກົດ 2019 ແລະ 29 ກໍລະກົດ - 09 ສິງຫາ 2019 ເຊິ່ງມີຈຸດປະສົງເພື່ອການຮຽນຮູ້ທາງດ້ານເສດຖະກິດ, ການເມືອງ ແລະ ສັງຄົມຂອງປະເທດຍີ່ປຸ່ນ ທີ່ ມະຫາວິທະຍາໄລເມຈິ (Meiji University), ປະເທດຍີ່ປຸ່ນ. ນັກສຶກສາຜູ້ທີ່ສົນໃຈສະໝັກເຂົ້າຮ່ວມໂຄງການດັ່ງກ່າວນີ້ ສາມາດເຂົ້າເບິ່ງລາຍລະອຽດເພີ່ມເຕີມ ແລະ ສະໝັກຜ່ານທາງອອນລາຍໄດ້ທີ່:
1. Cool Japan Summer Program: http://www.meiji.ac.jp/cip/english/programs/cooljapan/index.html
2. Law in Japan Program: http://www.meiji.ac.jp/cip/english/programs/law/index.html
ໝາຍເຫດ: - ປິດຮັບສະໝັກວັນທີ 28 ກຸມພາ 2019.
- ຜູ້ທີ່ຈະເຂົ້າຮ່ວມໂຄງການດັ່ງກ່າວ ແມ່ນຈະຕ້ອງໄດ້ຮັບຜິດຊອບຄ່າໃຊ້ຈ່າຍທັງໝົດດ້ວຍຕົວເອງ.