ຫ້ອງການພົວພັນຕ່າງປະເທດ ມະຫາວິທະຍາໄລແຫ່ງຊາດ ຂໍແຈ້ງມາຍັງນັກສຶກສາພາຍໃນມະຫາວິທະຍາໄລແຫ່ງຊາດ ເພື່ອຊາບວ່າ ສະຖານທູດຍີ່ປຸ່ນ ປະຈຳ ສປປ ລາວກຳລັງເປີດຮັບນັກສຶກສາເພື່ອເຂົ້າຮ່ວມໂຄງການແລກປ່ຽນການສຶກສາໄລຍະສັ້ນ (The ASEAN + Timor-Leste Youth Leader Exchange) ໃນລະຫວ່າງວັນທີ 19 - 26 ມີນາ 201ທີ່ ປະເທດຍີ່ປຸ່ນ. ຈຸດປະສົງຂອງໂຄງການດັ່ງກ່າວ ແມ່ນເພື່ອການແລກປ່ຽນດ້ານວັດທະນະທຳ-ສັງຄົມ ແລະ ຝຶກທັກສະດ້ານຄວາມເປັນຜູ້ນຳ.

ເງື່ອນໄຂຜູ້ສະໝັກ:

  1. ຕ້ອງເປັນນັກສຶກສາທີ່ສຶກສາຢູ່ ຄະນະວິທະຍາສາດສັງຄົມ (ສາຂາວິຊາການທ່ອງທ່ຽວ ຫຼື ປະຫວັດສາດ) ຫຼື ຄະນະວິທະຍາສາດສິ່ງແວດລ້ອມ ຫຼື ຄະນະວິທະຍາສາດປ່າໄມ້ ຫຼື ຄະນະວິສະວະກຳສາດ (ສາຂາວິສະວະກຳອຸດສາຫະກຳ);
  2. ຕ້ອງເປັນນັກສຶກສາ ປີ 2 ຂຶ້ນໄປ ແລະ ມີຜົນການຮຽນດີລະດັບເກຼດສະເລ່ຍ 3.00  ຂຶ້ນໄປ;
  3. ສາມາດເວົ້າ ແລະ ຂຽນພາສາອັງກິດໄດ້ໃນລະດັບດີ;
  4. ຕ້ອງມີໜັງສືເດີນທາງ (Passport) ທີ່ບໍ່ທັນໝົດອາຍຸ;
  5. ນັກສຶກສາຕ້ອງມີສຸຂະພາບແຂງແຮງດີ.

ນັກສຶກສາຜູ້ທີ່ມີຄວາມສົນໃຈສະໝັກ ແມ່ນໃຫ້ໄປສະເໜີຊື່ກັບຄະນະວິຊາຂອງຕົນ ເພື່ອໃຫ້ທາງຄະນະນຳສົ່ງລາຍຊື່ມາທີ່ຫ້ອງການພົວພັນຕ່າງປະເທດ ພາຍໃນ ຕອນເຊົ້າ ວັນທີ 15ມັງກອນ 2019.

ໝາຍເຫດ:

-     ການສໍາພາດຄັດເລືອກຈະຈັດຂື້ນ ເວລາ 14: 00 ໂມງ ຂອງ ວັນທີ 15 ມັງກອນ 2019 ທີ່ ຫ້ອງປະຊຸມຊັ້ນ ຕຶກສໍານັກງານອະທິການບໍດີ, ມຊ. ຜູ້ທີ່ຜ່ານການສໍາພາດຄັດເລືອກ ມະຫາວິທະຍາໄລແຫ່ງຊາດຈະສົ່ງລາຍຊື່ ແລະ ເອກະສານສະໝັກທີ່ກ່ຽວຂ້ອງ ຂອງນັກສຶກສາທີ່ຜ່ານການສຳພາດຄັດເລືອກ ໄປໃຫ້ທາງ ກະຊວງສຶກສາທິການ ແລະ ກິລາ ເປັນຜູ້ດຳເນີນການໃນຂັ້ນຕໍ່ໄປ.

-   ຜູ້ທີ່ຖືກຄັດເລືອກໃຫ້ໄດ້ຮັບທຶນການສຶກສາ ແມ່ນຈະຖືກຍົກເວັ້ນຄ່າເດີນທາງໄປ-ກັບ ແລະ ຄ່າກິນຢູ່ພັກເຊົາ.

ສຳນັກງານໃຫ່ຍ

ບ້ານ ດົງໂດກ
ເມືອງໄຊທານີ, ນະຄອນຫຼວງວຽງຈັນ
ສ.ປ.ປ.ລາວ

ຕິດຕໍ່ພົວພັນ

ໂທ:+856 (21) 770070
ແຟັກ:+856 (21) 770070
ອີເມວ: nuolinfo@nuol.edu.la

ລິຂະສິດ

Copyright © 2021 National University of Laos. All Rights Reserved.