ຫ້ອງການພົວພັນຕ່າງປະເທດ ມະຫາວິທະຍາໄລແຫ່ງຊາດ ຂໍແຈ້ງມາຍັງນັກສຶກສາພາຍໃນມະຫາວິທະຍາໄລແຫ່ງຊາດ ເພື່ອຊາບວ່າ: ມະຫາວິທະຍາໄລເສດຖະສາດ ແລະ ນິຕິສາດໂອຊາກາ ປະເທດຍີ່ປຸ່ນ (Osaka University of Economic and Law) ຮ່ວມກັບ ມະຫາວິທະຍາໄລນາໆຊາດອິກຊາແສັກ ປະເທດມົງໂກລີ (Ikh Zasag International University) ກຳລັງຈະຈັດງານສຳມະນານັກສຶກສານາໆຊາດ ປະຈຳປີ 2019 (International Student Seminar 2019) ໃນລະຫວ່າງວັນທີ 9 - 16 ສິງຫາ 2019 ທີ່ ມະຫາວິທະຍາໄລນາໆຊາດອິກຊາແສັກ, ນະຄອນຫຼວງອູລານບາຕາ, ປະເທດມົງໂກລີ. ນັກສຶກສາຜູ້ທີ່ມີຄວາມສົນໃຈສະໝັກ ສາມາດລົງທະບຽນໄດ້ທີ່: http://bit.ly/application_ISS2019 ແລະ ສາມາດສອບຖາມຂໍ້ມູນເພີ່ມເຕີມຜ່ານອິເມວ: This email address is being protected from spambots. You need JavaScript enabled to view it. , This email address is being protected from spambots. You need JavaScript enabled to view it., ກຳນົດການປິດຮັບສະໝັກແມ່ນບໍ່ໃຫ້ກາຍວັນທີ 12 ກໍລະກົດ 2019.
ໝາຍເຫດ: - ຄ່າລົງທະບຽນເຂົ້າຮ່ວມງານແມ່ນ 600 ໂດລາສະຫະລັດ (ລວມຄ່າເດີນທາງພາຍໃນ, ຄ່າອາຫານ, ຄ່າເຂົ້າຮ່ວມກິດຈະກຳຕ່າງໆ).
- ສຳລັບນັກສຶກສາຜູ້ທີ່ຖືກຄັດເລືອກໃຫ້ເຂົ້າຮ່ວມງານຈະໄດ້ຮັບທຶນມູນຄ່າ 1,100 ໂດລາສະຫະລັດ.