ອະທິການບໍດີ ມະຫາວິທະຍາໄລແຫ່ງຊາດ ຂໍແຈ້ງມາຍັງນັກສຶກສາພາຍໃນມະຫາວິທະຍາໄລແຫ່ງຊາດ ເພື່ອຊາບວ່າ ມະຫາວິທະຍາໄລເຕັກໂນໂລຊີຣາຊະມຸງຄຸນຣັດຕະນະໂກສິນ (Rajamangala University of Technology Rattanakosin: RMUTR) ກໍາລັງຈະຈັດງານຕັ້ງຄ້າຍຊາວໜຸ່ມອາຊຽນ ASEAN Youth Camp 2020 ໃນລະຫວ່າງວັນທີ 11 - 19 ມັງກອນ 2020 ທີ່ ປະເທດໄທ. ຈຸດປະສົງຂອງງານແມ່ນເພື່ອແລກປ່ຽນທາງດ້ານວັດທະນະທໍາ-ສັງຄົມອາຊຽນ ແລະ ເພື່ອພັດທະນາທັກສະໃນການສື່ສານຂອງນັກສຶກສາ.
v ເງື່ອນໄຂຜູ້ສະໝັກ:
- ຕ້ອງເປັນນັກສຶກສາປີ 2 ຂຶ້ນໄປ ແລະ ມີຜົນການຮຽນດີ ລະດັບເກຼດສະເລ່ຍ 3.00 ຂຶ້ນໄປ.
- ຕ້ອງມີໜັງສືເດີນທາງ (Passport) ທີ່ບໍ່ທັນໝົດອາຍຸ.
- ສາມາດເວົ້າ ແລະ ຂຽນພາສາອັງກິດໄດ້ໃນລະດັບດີ.
- ມີພອນສະຫວັນດ້ານສິລະປະ-ວັດທະນະທໍາ ແລະ ກິລາ.
- ນັກສຶກສາຕ້ອງສາມາດຮັບຜິດຊອບຄ່າເດີນທາງໄປ-ກັບ ແລະ ຄ່າປະກັນໄພການເດີນທາງດ້ວຍຕົນເອງ.
ນັກສຶກສາຜູ້ທີ່ມີຄວາມສົນໃຈສະໝັກ ແມ່ນໃຫ້ລົງທະບຽນ ແລະ ປະກອບແບບຟອມເຂົ້າສໍາພາດຄັດເລືອກໄດ້ດັ່ງລຸ່ມນີ້:
- ລົງທະບຽນເຂົ້າສຳພາດໄດ້ທີ່: https://forms.gle/pSQVrmUDhKSwv4nD9
- ດາວໂຫຼດແບບຟອມເຂົ້າສຳພາດ: https://drive.google.com/file/d/171089sU42ynt2-rWBkL8mJTT-PJQIY3_/view?usp=sharing
- ປະກອບ ແລະ ສົ່ງແບບຟອມເຂົ້າສໍາພາດເຖິງ: This email address is being protected from spambots. You need JavaScript enabled to view it., ພາຍໃນວັນທີ 8 ທັນວາ 2019
ການສໍາພາດຄັດເລືອກຈະຈັດຂຶ້ນໃນ ເວລາ 14: 00 ໂມງ, ວັນຈັນ ທີ 9 ທັນວາ 2019 ທີ່ ຫ້ອງປະຊຸມຊັ້ນ 3, ສໍານັກງານອະທິການບໍດີ, ມຊ.
ຜູ້ທີ່ຜ່ານການສໍາພາດຄັດເລືອກ ທາງມະຫາວິທະຍາໄລແຫ່ງຊາດຈະສົ່ງລາຍຊື່ ໄປໃຫ້ທາງມະຫາວິທະຍາໄລເຕັກໂນໂລຊີຣາຊະມຸງຄຸນຣັດຕະນະໂກສິນ ເປັນຜູ້ຄັດເລືອກໃນຮອບຕໍ່ໄປ.
ໃນການໄປເຂົ້າຮ່ວມງານດັ່ງກ່າວນີ້, ສຳລັບຄ່າກິນຢູ່ພັກເຊົາ ແລະ ຄ່າເຂົ້າຮ່ວມກິດຈະກຳຕ່າງໆ ແມ່ນຝ່າຍເຈົ້າພາບຈະເປັນຜູ້ຮັບຜິດຊອບ.
ສອບຖາມຂໍ້ມູນເພີ່ມເຕີມ:
ອຈ. ວຽງສະຫວັນ ວົງກະເສີມ
ຫ້ອງການພົວພັນຕ່າງປະເທດ, ມຊ
ໂທ: 020 5448 3131