ຫ້ອງການພົວພັນຕ່າງປະເທດ ມະຫາວິທະຍາໄລແຫ່ງຊາດ ຂໍແຈ້ງມາຍັງພະນັກງານ-ອາຈານພາຍໃນມະຫາວິທະຍາໄລແຫ່ງຊາດ ເພື່ອຊາບວ່າ: ກະຊວງວິທະຍາສາດ ແລະ ເຕັກໂນໂລຊີຂອງລັດຖະບານອິນເດຍ (Department of Science and Technology, Government of India) ຮ່ວມກັບ ສະຫະພັນສະພາການຄ້າ ແລະ ອຸດສາຫະກຳອິນເດຍ (Federation of Indian Chambers of Commerce and Industry) ກຳລັງເປີດຮັບສະໝັກຜູ້ທີ່ມີຄວາມສົນໃຈສະໝັກເອົາທຶນຄົ້ນຄວ້າ ASEAN-India Research Training Fellowship (AIRTF) ໃນສາຂາວິທະຍາສາດທໍາມະຊາດ ແລະ ວິສະວະກໍາສາດ ໄລຍະ 2 - 6 ເດືອນ ທີ່ ສະຖາບັນການສຶກສາ/ການຄົ້ນຄວ້າໃນປະເທດອິນເດຍ.

ຜູ້ທີ່ມີຄວາມສົນໃຈສະໝັກ ສາມາດເຂົ້າເບິ່ງລາຍລະອຽດເພີ່ມເຕີມ ແລະ ວິທີການສະໝັກໄດ້ທີ່: https://aistic.gov.in/ASEAN/aistdfFellowship, ກຳນົດປິດຮັບສະໝັກ/ສົ່ງ Proposal ວັນທີ 3ທັນວາ 2019.

ເງື່ອນໄຂຜູ້ສະໝັກ:

  1. ຜູ້ສະໝັກຕ້ອງອາຍຸບໍ່ເກີນ 45 ປີ.
  2. ຈົບການສຶກສາໃນລະດັບ ປ. ໂທ ຫຼື ປ. ເອກ ໃນສາຂາທີ່ກ່ຽວຂ້ອງ (ວິທະຍາສາດທຳມະຊາດ ຫຼື ວິສະວະກຳສາດ).
  3. ມີຄວາມຮູ້ດ້ານພາສາອັງກິດໃນລະດັບດີ.

ໝາຍເຫດ: - ຜູ້ທີ່ຜ່ານການຄັດເລືອກຈະໄດ້ຮັບທຶນເປັນຄ່າປີ້ຍົນໄປ-ກັບ, ຄ່າໃຊ້ຈ່າຍໃນການເຮັດວິໄຈ/ຄົ້ນຄວ້າ, ເງິນແຮ ແລະ ເບ້ຍລ້ຽງຈຳນວນໜຶ່ງ.

ສຳນັກງານໃຫ່ຍ

ບ້ານ ດົງໂດກ
ເມືອງໄຊທານີ, ນະຄອນຫຼວງວຽງຈັນ
ສ.ປ.ປ.ລາວ

ຕິດຕໍ່ພົວພັນ

ໂທ:+856 (21) 770070
ແຟັກ:+856 (21) 770070
ອີເມວ: nuolinfo@nuol.edu.la

ລິຂະສິດ

Copyright © 2021 National University of Laos. All Rights Reserved.