ອະທິການບໍດີ ມະຫາວິທະຍາໄລແຫ່ງຊາດ ຂໍແຈ້ງມາຍັງນັກສຶກສາພາຍໃນມະຫາວິທະຍາໄລແຫ່ງຊາດ ເພື່ອຊາບວ່າ: ສະມາຄົມທະນາຄານສິງກະໂປ (The Association of Banks in Singapore: ABS) ກຳລັງເປີດຮັບນັກສຶກສາສະໝັກເອົາທຶນການສຶກສາລະດັບປະລິນຍາຕີ ທີ່ ມະຫາວິທະຍາໄລຕ່າງໆໃນປະເທດສິງກະໂປ (National University of Singapore, Nanyang Technological University, Singapore Management University or Singapore University of Technology and Design), ພາຍໃຕ້ທຶນການສຶກສາ The 2020 Dr Goh Keng Swee (GKS) Scholarship. ນັກສຶກສາຜູ້ທີ່ມີຄວາມສົນໃຈສະໝັກ ສາມາດເຂົ້າເບິ່ງເງື່ອນໄຂ ແລະ ວິທີການສະໝັກໄດ້ທີ່: https://abs.org.sg/dr-goh-keng-swee-scolarship ຫຼື ສອບຖາມຜ່ານອິເມວ: This email address is being protected from spambots. You need JavaScript enabled to view it..
ໝາຍເຫດ: - ປິດຮັບສະໝັກພາຍໃນວັນທີ 15ມີນາ 2020.
- ຜູ້ທີ່ຜ່ານການຄັດເລືອກໃຫ້ໄດ້ຮັບທຶນຈະຖືກຍົກເວັ້ນຄ່າຮຽນ, ຄ່າປີ້ຍົນໄປ-ກັບ, ຄ່າທີ່ພັກ ແລະ ຈະໄດ້ຮັບເງິນເບ້ຍລ້ຽງຈຳນວນໜຶ່ງ.
- ຜູ້ທີ່ຜ່ານການຄັດເລືອກໃຫ້ໄດ້ຮັບທຶນການສຶກສາດັ່ງກ່າວຈະຕ້ອງເຮັດວຽກກັບບໍລິສັດໃດໜຶ່ງທີ່ປະເທດສິງກະໂປ ຫຼື ບໍລິສັດຂອງສິງກະໂປທີ່ຢູ່ໃນປະເທດລາວ ເປັນເວລາ 3 ປີ ຫຼັງຈາກທີ່ສຳເລັດການສຶກສາ.