ຫ້ອງການພົວພັນຕ່າງປະເທດ ມະຫາວິທະຍາໄລແຫ່ງຊາດ ຂໍແຈ້ງມາຍັງນັກສຶກສາພາຍໃນມະຫາວິທະຍາໄລແຫ່ງຊາດ ຊາບວ່າ: ມະຫາວິທະຍາໄລຈຸລາລົງກອນ (Chulalongkorn University) ກຳລັງຈະຈັດງານ The 4th Young ASEAN Leader Policy Initiative 2020 (YALPI) ໃນລະຫວ່າງວັນທີ 5 - 10 ກຸມພາ 2020 ທີ່ ບາງກອກ, ປະເທດໄທ. ນັກສຶກສາຜູ້ທີ່ມີຄວາມສົນໃຈສະໝັກເຂົ້າຮ່ວມງານດັ່ງກ່າວ ສາມາດສອບຖາມຂໍ້ມູນເພີ່ມເຕີມ ແລະ ວິທີການສະໝັກໄດ້ທີ່ https://aseanop.com/yalpi-2020-is-calling-for-delegates-bangkok-thailand/.
ໝາຍເຫດ: - ກໍານົດປິດຮັບສະໝັກ ວັນທີ 4 ມັງກອນ 2020.
- ນັກສຶກສາຜູ້ທີ່ຖືກຄັດເລືອກຈະຖືກຍົກເວັ້ນຄ່າລົງທະບຽນ ແລະ ຄ່າກິນຢູ່ພັກເຊົາ; ສ່ວນຄ່າໃຊ້ຈ່າຍໃນການເດີນທາງ ແລະ ຄ່າປະກັນໄພ ແມ່ນນັກສຶກສາຈະຕ້ອງຮັບຜິດຊອບເອງ.