ຫ້ອງການພົວພັນຕ່າງປະເທດ ມະຫາວິທະຍາໄລແຫ່ງຊາດ ຂໍແຈ້ງມາຍັງພະນັກງານ-ອາຈານ ແລະ ນັກສຶກສາປີສຸດທ້າຍ ພາຍໃນມະຫາວິທະຍາໄລແຫ່ງຊາດ ຊາບວ່າ: ຄະນະກໍາມະການທຶນການສຶກສາຂອງລັດຖະບານ ສປ ຈີນ (China Scholarship Council: CSC), ກະຊວງສຶກສາທິການ ສປ.ຈີນ ກໍາລັງເປີດຮັບສະໝັກຜູ້ທີ່ມີຄວາມສົນໃຈສະໝັກເອົາທຶນການສຶກສາລະດັບປະລິນຍາໂທ ແລະ ປະລິນຍາເອກ ທີ່ ມະຫາວິທະຍາໄລຕ່າງໆ ທີ່ ສປ.ຈີນ ພາຍໃຕ້ທຶນ China-AUN Scholarship (Chinese Government Scholarship – AUN Program) ປະຈຳສົກສຶກສາ 2020/2021. ການສະໝັກເອົາທຶນດັ່ງກ່າວນີ້ແມ່ນສະໝັກຜ່ານຄະນະກອງເລຂາເຄືອຂ່າຍມະຫາວິທະຍາໄລອາຊຽນ (ASEAN University Network Secretariat).

ເງື່ອນໄຂຜູ້ສະໝັກ:

  1. ຜູ້ສະໝັກຕ້ອງມີອາຍຸຕໍ່າກວ່າ 35 ປີ ສໍາລັບທຶນ ປ. ໂທ ແລະ ອາຍຸຕໍ່າກວ່າ 40 ປີ ສໍາລັບທຶນ ປ. ເອກ.
  2. ຜູ້ສະໝັກສາມາດນຳໃຊ້ພາສາອັງກິດ ຫຼື ພາສາຈີນໄດ້ເປັນຢ່າງດີ.
  3. ຜູ້ສະໝັກຕ້ອງມີສຸຂະພາບແຂງແຮງດີ.
  4. ຜູ້ສະໝັກຕ້ອງມີໜັງສືເດີນທາງ (Ordinary Passport).

ໝາຍເຫດ:

  1. ສະໝັກໄດ້ໂດຍກົງ ໂດຍການປະກອບແບບຟອມສະໝັກອອນລາຍ ບໍ່ໃຫ້ກາຍ ວັນທີ 31 ມັງກອນ 2020.
  2. ລາຍລະອຽດກ່ຽວກັບທຶນການສຶກສາ ແລະ ຂັ້ນຕອນການສະໝັກ ສາມາດເຂົ້າເບິ່ງໄດ້ທີ່: http://www.aunsec.org/scholarshipsphp
  3. Agency Number+Universities Name and Embassy Name ສໍາລັບການສະໝັກອອນລາຍ ສາມາດເຂົ້າເບິ່ງໄດ້ທີ່: https://drive.google.com/file/d/1yMyqSRBWGjy96bDFDXaEBVIEQJOkkJ6E/view?usp=sharing

ສົນໃຈສອບຖາມຂໍ້ມູນເພີ້ມເຕີມພົວພັນ:

Mr. Chawanvit Panprasert (Toon)

Programme Officer

ASEAN University Network Secretariat

E-Mail: This email address is being protected from spambots. You need JavaScript enabled to view it.

ສຳນັກງານໃຫ່ຍ

ບ້ານ ດົງໂດກ
ເມືອງໄຊທານີ, ນະຄອນຫຼວງວຽງຈັນ
ສ.ປ.ປ.ລາວ

ຕິດຕໍ່ພົວພັນ

ໂທ:+856 (21) 770070
ແຟັກ:+856 (21) 770070
ອີເມວ: nuolinfo@nuol.edu.la

ລິຂະສິດ

Copyright © 2021 National University of Laos. All Rights Reserved.