ອະທິການບໍດີ ມະຫາວິທະຍາໄລແຫ່ງຊາດ ຂໍແຈ້ງມາຍັງພະນັກງານແລະ ຄູອາຈານພາຍໃນ ມະຫາວິທະຍາໄລແຫ່ງຊາດ ເພື່ອສະໜັກເຂົ້າຮ່ວມໂຄງການຝຶກອົບຮົມພາຍໃຕ້ທຶນການສຶກສາ ຂອງ ລັດຖະບານບຣູໄນ ( The Brunei Darussalarm Government Scholarship on Enhancing Professional Communications Skills for ASEAN ) ໃນຫົວຂໍ້ "Professional Communications in English"”ແລະ "Intensive English Proficiency Course". ຊຶ່ງຈະຈັດຂຶ້ນຢູ່ທີ່ ດານັງ ປະເທດ ຫວຽດນາມ, ດັ່ງມີລາຍລະອຽດລຸ່ມນີ້:
|
ລ/ດ |
ຊຸດຝຶກອົບຮົມ |
ໄລຍະເວລາການຝຶກອົບຮົມ |
ຈ/ນ ອາທິດ ທີ່ຝຶກອົບຮົມ |
ສະຖານທີ່ຝຶກອົບຮົມ |
|
1 |
ຊຸດ I |
9 ມີນາ - 25 ເມສາ2020 |
7 ອາທິດ |
ປະເທດ ຫວຽດນາມ |
|
2 |
ຊຸດ II |
6 ກໍລະກົດ - 22 ສິງຫາ 2020 |
||
|
3 |
ຊຸດ III |
5 ຕຸລາ - 21 ພະຈິກ 2020 |
ໝາຍເຫດ:
- ສໍາລັບຄ່າເດີນທາງໄປ-ກັບ, ອັດຕາກິນ ແລະ ຄ່າທີ່ພັກ ແມ່ນເຈົ້າພາບຮັບຜິດຊອບທັງໜົດ.
- ສະໝັກໄດ້ໂດຍກົງ ໂດຍການປະກອບແບບຟອມສະໝັກອອນລາຍ ບໍ່ໃຫ້ກາຍ ວັນທີ 13 ມັງກອນ 2020ສາມາດເຂົ້າເບິ່ງໄດ້ທີ່: https://apply.ubd.edu.bn/orbeon/uis-welcome/.
- ພາຍຫຼັງສະໝັກຜ່ານທາງອອນລາຍແລ້ວໃຫ້ສໍາເນົາແບບຟອມ ແລະ ເອກະສານທີ່ກ່ຽວຂ້ອງແລ້ວສົ່ງ ໄປຍັງ E-Mail:This email address is being protected from spambots. You need JavaScript enabled to view it..
- ລາຍລະອຽດກ່ຽວກັບທຶນຝຶກອົບຮົມ, ເງື່ອນໄຂຜູ້ສະໝັກ ແລະ ຂັ້ນຕອນການສະໝັກ ສາມາດເຂົ້າເບິ່ງໄດ້ທີ່: https://www.mfa.gov.bn/Pages/BDScholarship.aspx.
ສົນໃຈສອບຖາມຂໍ້ມູນເພີ້ມເຕີມພົວພັນ:
ພະແນກປະຊາຄົມວັດທະນະທໍາ-ສັງຄົມອາຊຽນ, ກົມອາຊຽນ
ໂທ: 021 415109
E-Mail: This email address is being protected from spambots. You need JavaScript enabled to view it.