ແຈ້ງທືນການສຶກສາຈາກປະເທດສີງກະໂປ

ຫ້ອງການກະຊວງສຶກສາທິການ ແລະ ກິລາຂໍແຈ້ງມາຍັງທ່ານຊາບວ່າ S.Rajaratnam School of International Studies (RSIS) ປະເທດສິງກະໂປໄດ້ໃຫ້ທືນການສຶກສາສຳລັບຜູ້ທີ່ມີຄວາມສົນໃຈທີ່ຢາກຈະສຶກສາຕໍ່ໃນລະດັບປະລີນຍາໂທ ໄລຍະຮຽນ 01 ປີ, ແຕ່ບໍ່ໄດ້ລະບຸຈຳນວນທືນ ສຳລັບສົກຮຽນ 2013-2014.

1. ວິຊາຮຽນ

- Asian Studies, International Political Economy, International Relations and Strategies Studies

2. ເງື່ອນໄຂທີ່ປະເທດໃຫ້ທືນຮັບຜິດຊອບ

- ເງີນເບ້ຍລ້ຽງແຕ່ລະເດືອນ, ຄ່າປື້ມຮຽນ, ປີ້ຍົນໄປ-ກັບ, ຄ່າຮຽນ, ຄ່າປະກັນສຸຂະພາບ, ຄ່າລົງທະບຽນ, ຄ່າຄອມພີວເຕີ, ຄ່າບັດເສັງ, ຄ່າເສັງ, ແລະ ຄ່າທຳນຽມອື່ນໆທີ່ຈຳເປັນ

3. ວີທີສະໝັກ

ແບບຟອມສະໝັກແມ່ນສາມາດເອົາໄດ້ຈາກ: http//www.admissions.ntu.edu.sg/araduate/coursework/pages/default.aspx ຫຼື ຢາກໄດ້ຂໍ້ມູນເພີ່ມເຕີມສາມາດເຂົ້າເບີງໄດ້ທີ່

http//www.rsis.edu.sg/grad/ ແລະ This email address is being protected from spambots. You need JavaScript enabled to view it. ສົ່ງທາງ online ຫຼັງຈາກສົ່ງເອກະການແລ້ວໃຫ້ນຳສົ່ງລາຍຊື່ໄປຍັງກົມກິດຈະການນັກສຶກສາ (ພະແນກຄຸ້ມຄອງທືນການສຶກສາ) ຕາມໂມງລັດຖະການເພື່ອຕິດຕາມ ແລະ ຈະປະກາດຜົນສຳລັບຜູ້ທີ່ໃຫ້ທືນໃນເດືອນ 06/2013

 

ໝາຍເຫດ: ຜູ້ສະໝັກຕ້ອງໄດ້ເສຍຄ່າສະໝັກເວລາສົ່ງເອກະສານ $21.40 ສິງກະໂປ ແລະ ຫຼັງຈາກເອກະສານຜ່ານພາຍຫັງສະໝັກແລ້ວຕ້ອງເສຍ $30 ສິງກະໂປ

 

 

ສຳນັກງານໃຫ່ຍ

ບ້ານ ດົງໂດກ
ເມືອງໄຊທານີ, ນະຄອນຫຼວງວຽງຈັນ
ສ.ປ.ປ.ລາວ

ຕິດຕໍ່ພົວພັນ

ໂທ:+856 (21) 770070
ແຟັກ:+856 (21) 770070
ອີເມວ: nuolinfo@nuol.edu.la

ລິຂະສິດ

Copyright © 2021 National University of Laos. All Rights Reserved.