ອະທິການບໍດີມະຫາວິທະຍາໄລແຫ່ງຊາດຂໍແຈ້ງການມາຍັງນັກສຶກສາມະຫາວິທະຍາໄລແຫ່ງຊາດຊາບວ່າ ມະຫາວິທະຍາໄລຊົນເຜົ່າກວງຊີ (Guangxi University for Nationalities) ກໍາລັງກະກຽມຈັດງານສະເຫຼີມສະຫຼອງຄົບຮອບ 25 ປີ ການຮ່ວມມືດ້ານການສຶກສາລະຫວ່າງ ສປ ຈີນ ແລະ ອາຊຽນໃນປີ 2016 ນີ້. ໃນງານດັ່ງກ່າວນີ້ມະຫາວິທະຍາໄລຊົນເຜົ່າກວງຊີ ກໍຈະໄດ້ຈັດງານແລກປ່ຽນຊາວໜຸ່ມນັກສຶກສາ ຂອງ ສປ ຈີນ ແລະ ອາຊຽນ (China-ASEAN Youth Leadership Submit) ຂື້ນໃນລະຫວ່າງວັນທີ 22-25 ມີຖຸນາ 2016, ທີ່ ມະຫາວິທະຍາຊົນເຜົ່າກວງຊີ, ສປ ຈີນ. ນັກສຶກສາຜູ້ທີ່ສົນໃຈສະໝັກເອົາທຶນແລ່ກປ່ຽນການສຶກສານີ້ແມ່ນໃຫ້ລົງທະບຽນແລະປະກອບແບບຟອມເຂົ້າສໍາພາດແລະສົ່ງຕາມທີ່ຢູ່ລຸ່ມນີ້: 

 

v  ເງື່ອນໄຂຜູ້ສະໝັກ

1. ເປັນນັກສຶກສາຮຽນປີ 2 ຂື້ນໄປ ແລະ ມີຜົນການຮຽນດີລະດັບເກຼດສະເລ່ຍ 3.00 ຂື້ນໄປ

2. ມີຄວາມຮູ້ກ່ຽວກັບ ASEAN, China-ASEAN Relation,

3. ຕ້ອງມີໜັງສືເດີນທາງ (Passport) ທີ່ບໍ່ທັນໝົດອາຍຸ,

4. ສາມາດເວົ້າ, ຂຽນ ແລະ ນໍາສະເໜີເປັນພາສາອັງກິດ ຫຼື ພາສາຈີນໄດ້ໃນລະດັບດີ,

5. ມີຄວາມສາມາດດ້ານສິລະປະ ແລະ ວັດທະນະທໍາ, ແລະ

6. ມີສຸຂະພາບດີທັງຮ່າງກາຍ ແລະ ຈິດໃຈ.

 

 

v  ຂັ້ນຕອນການສະໝັກ ແລະ ຄັດເລືອກ

1. ລົງທະບຽນເຂົ້າສໍາພາດຄັດເລືອກ:  http://goo.gl/forms/sG6iIZsZdpb0rAwj2

2. ດາວໂຫຼດແບບຟອມສະໝັກເຂົ້າສໍາພາດ:

https://drive.google.com/file/d/0B-qGicuxyQubY1U3N3duOFVWZXM/view?usp=sharing

3. ສົ່ງແບບຟອມເຂົ້າສໍາພາດເຖິງ: This email address is being protected from spambots. You need JavaScript enabled to view it. ພາຍໃນເວລາ: 23:00 ໂມງ ຂອງ ວັນທີ 18 ພຶດສະພາ 2016

4. ສໍາພາດຄັດເລືອກ: ເວລາ 09: 00 ໂມງ, ວັນພະຫັດທີ19 ພຶດສະພາ 2016ທີ່ຫ້ອງປະຊຸມຊັ້ນ 3 ຕຶກສໍານັກງານອະທິການບໍດີ

5. ຜູ້ທີ່ຜ່ານການສໍາພາດຄັດເລືອກທາງມະຫາວິທະຍາໄລແຫ່ງຊາດຈະສົ່ງລາຍຊື່ ແລະ ເອກະສານສະໝັກທີ່ກ່ຽວຂ້ອງໄປໃຫ້ທາງ ມະຫາວິທະຍາໄລຊົນເຜົ່າກວງຊີເປັນຜູ້ຄັດເລືອກໃນຮອບຕໍ່ໄປ.

 

v  ທຶນການສຶກສາທີ່ທາງໂຄງການຮັບຜິດຊອບ

   ນັກສຶກສາທີ່ຖືກຄັດເລືອກເຂົ້າຮ່ວມ ໂຄງການແລກປ່ຽນນີ້ຈະໄດ້ຮັບທຶນການສຶກສາຄື: ຄ່າທີ່ພັກ, ອາຫານ, ການເດີນທາງພາຍໃນ ສປ ຈີນ, ແລະ ທຶນການສຶກສາອີກ 2000 ຢວນ ເພື່ອຊ່ວຍການເດີນທາງຈາກ ລາວ-ຈີນ-ລາວ ແລະ ຄ່າວີຊາ. 

v  ຂໍ້ມູນເພີ່ມເຕີມ:

ຜູ້ປະສານງານ: ອຈ. ສຸບິນ ສີສະຫວັດ

              ຫ້ອງການພົວພັນຕ່າງປະເທດ, ມຊ

              ໂທ: 021 770 720, 020 5571 3535

              ເມວ: This email address is being protected from spambots. You need JavaScript enabled to view it.

ສຳນັກງານໃຫ່ຍ

ບ້ານ ດົງໂດກ
ເມືອງໄຊທານີ, ນະຄອນຫຼວງວຽງຈັນ
ສ.ປ.ປ.ລາວ

ຕິດຕໍ່ພົວພັນ

ໂທ:+856 (21) 770070
ແຟັກ:+856 (21) 770070
ອີເມວ: nuolinfo@nuol.edu.la

ລິຂະສິດ

Copyright © 2021 National University of Laos. All Rights Reserved.