ອະທິການບໍດີມະຫາວິທະຍາໄລແຫ່ງຊາດຂໍແຈ້ງການມາຍັງນັກສຶກສາມະຫາວິທະຍາໄລແຫ່ງຊາດຊາບວ່າ: ສູນອາຊຽນ-ສ.ເກົາຫຼີ (ASEAN-Korea Centre)ຈະຈັດກອງປະຊຸມສໍາມະນາໃຫ້ແກ່ນັກສຶກສາໃນບັນດາປະເທດສະມາຊິກອາຊຽນ ແລະ ສ. ເກົາຫຼີ ໃນຫົວຂໍ້: Marine Conservation-Promoting the Sustainable Use of Coastal and Marine Resources”, ວັນທີ1-4 ສິງຫາ2016, ທີ່ ສ. ເກົາຫີຼ. ນັກສຶກສາຜູ້ທີ່ສົນໃຈສະໝັກເອົາທຶນແລ່ກປ່ຽນການສຶກສານີ້ແມ່ນໃຫ້ລົງທະບຽນແລະປະກອບແບບຟອມເຂົ້າສໍາພາດແລະສົ່ງຕາມທີ່ຢູ່ລຸ່ມນີ້:
ເງື່ອນໄຂຜູ້ສະໝັກ
1. ເປັນນັກສຶກສາຄະນະວິທະຍາສາດສິ່ງແວດລ້ອມ ແລະ ຄະນະຊັບພະຍາກອນນໍ້າ,
2. ນັກສຶກສາຮຽນປີ 2 ຂື້ນໄປ ແລະ ມີຜົນການຮຽນດີລະດັບເກຼດສະເລ່ຍ 3.00 ຂື້ນໄປ,
3. ຕ້ອງມີໜັງສືເດີນທາງ (Passport) ທີ່ບໍ່ທັນໝົດອາຍຸ ພາຍໃນ 6 ເດືອນ,
4. ມີຄວາມຮູ້ ແລະ ສົນໃຈກ່ຽວກັບອາຊຽນ, ການອະນຸລັກທາງທະເລ ແລະ ການພັດທະນາແບບຍືນຍົງ,
5. ສາມາດເວົ້າ, ຂຽນ ແລະ ປະກອບຄໍາເຫັນ ຫຼື ນໍາສະເໜີເປັນພາສາອັງກິດໄດ້ໃນລະດັບດີ.
ຂັ້ນຕອນການສະໝັກ ແລະ ຄັດເລືອກ
1. ລົງທະບຽນເຂົ້າສໍາພາດຄັດເລືອກ: http://goo.gl/forms/FO4ANTwBlxp2FOnt1
2. ດາວໂຫຼດແບບຟອມສະໝັກເຂົ້າສໍາພາດ:
https://drive.google.com/file/d/0B-qGicuxyQubODVxdnl4VWFBbUk/view?usp=sharing
3. ສົ່ງແບບຟອມເຂົ້າສໍາພາດເຖິງ: This email address is being protected from spambots. You need JavaScript enabled to view it. ພາຍໃນເວລາ: 23:00 ໂມງ ຂອງ ວັນທີ 5 ມິຖຸນາ 2016
4. ສໍາພາດຄັດເລືອກ: ເວລາ 09: 00 ໂມງ, ວັນຈັນ ທີ 6 ມີຖຸນາ 2016 ທີ່ຫ້ອງປະຊຸມຊັ້ນ 3 ຕຶກສໍານັກງານອະທິການບໍດີ
5. ຜູ້ທີ່ຜ່ານການສໍາພາດຄັດເລືອກທາງມະຫາວິທະຍາໄລແຫ່ງຊາດຈະສົ່ງລາຍຊື່ ແລະ ເອກະສານສະໝັກທີ່ກ່ຽວຂ້ອງໄປໃຫ້ທາງ ຄະນະກໍາມະການຈັດກອງປະຊຸມສໍາມະນາເປັນຜູ້ຄັດໃນຮອບຕໍ່ໄປ.
ທຶນການສຶກສາທີ່ທາງໂຄງການຮັບຜິດຊອບ
1. ນັກສຶກສາທີ່ຖືກຄັດເລືອກເຂົ້າຮ່ວມກອງປະຊຸມດັ່ງກ່າວນີ້ຈະໄດ້ຮັບທຶນການສຶກສາຄື: ຄ່າເດີນທາງໄປ-ກັບ (ລາວ-ເກົາຫຼີ-ລາວ) ຄ່າທີ່ພັກ, ອາຫານ, ແລະ ການເດີນທາງພາຍໃນ ປະເທດເກົາຫຼີ.
ຂໍ້ມູນເພີ່ມເຕີມ:
ຜູ້ປະສານງານ: ອຈ. ສຸບິນ ສີສະຫວັດ
ຫ້ອງການພົວພັນຕ່າງປະເທດ, ມຊ
ໂທ: 021 770 720, 020 5571 3535
ເມວ: This email address is being protected from spambots. You need JavaScript enabled to view it.