ອະທິການບໍດີມະຫາວິທະຍາໄລແຫ່ງຊາດຂໍແຈ້ງການມາຍັງນັກສຶກສາມະຫາວິທະຍາໄລແຫ່ງຊາດຊາບວ່າ:ໂຄງການແລກປ່ຽນການສຶກສາສໍາລັບນັກສຶກສາໃນປະເທດສະມາຊີກອາຊຽນ(The SHARE Scholarship Programme) ກໍາລັງເປີດຮັບສະໝັກນັກສຶກລະລັບປະລິນຍາຕີ ເພື່ອໄປຮຽນແລກປ່ຽນທີ່ມະຫາວິທະຍາໄລຕ່າງໆໃນບັນດາປະເທດສະມາຊີກອາຊຽນ ເຊິ່ງເລີ່ມແຕ່ເດືອນມັງກອນ-ມີຖຸນາ 2017, ພາຍໃຕ້ທຶນການສຶກສາ SHARE Project: Become Part ASEAN’s Future.ນັກສຶກສາຜູ້ທີ່ສົນໃຈສະໝັກເອົາທຶນແລ່ກປ່ຽນການສຶກສານີ້ແມ່ນໃຫ້ລົງທະບຽນ ແລະ ປະກອບແບບຟອມເຂົ້າສໍາພາດແລະສົ່ງຕາມທີ່ຢູ່ລຸ່ມນີ້:

ເງື່ອນໄຂຜູ້ສະໝັກ:

 

1.ເປັນນັກສຶກສາປີ2 ຂື້ນໄປ ແລະ ມີຜົນການຮຽນດີລະດັບເກຼດສະເລ່ຍ ຂື້ນໄປ,

2. ມີຄວາມຮູ້ ແລະ ສົນໃຈກ່ຽວອາຊຽນ ແລະ ການແລກປ່ຽນການສຶກສາຢູ່ຕ່າງປະເທດ,

3. ຕ້ອງມີໜັງສືເດີນທາງ (ທີ່ບໍ່ທັນໝົດອາຍຸພາຍໃນ 6 ເດືອນ,

4. ສາມາດເວົ້າ ແລະ ຂຽນພາສາອັງກິດໄດ້ໃນລະດັບດີ,

5. ມີຄວາມສາມາດດ້ານສິລະປະ-ວັດທະນະທໍາ ແລະ ສືສານກັບຄົນອື່ນໄດ້ເປັນຢ່າງດີ, ແລະ

6. ມີສຸຂະພາບດີທັງຮ່າງກາຍ ແລະ ຈິດໃຈ.

 

 ຂັ້ນຕອນການສະໝັກ ແລະ ຄັດເລືອກ

1.ນັກສຶກສາສາມາດເລືອກມະຫາວິທະຍາໄລທີ່ຕົນເອງຕ້ອງການຢາກຈະໄປແລກປ່ຽນໄດ້ດັ່ງລຸ່ມນີ້:

 

ປະເທດ

ມະຫາວິທະຍາໄລ

ກໍາປູເຈຍ

  1. Royal University of Phnom Penh -
  2. National University of Management - http://num.edu.kh/web/web/num/home
  3. Pnom Penh International University - http://www.ppiu.edu.kh/
  4. The University of Cambodia - http://www.uc.edu.kh/

ອິນໂດເນເຊຍ

  1. Bina Nusantara University (BINUS) - http://binus.ac.id/
  2. Bogor Agriculture University - http://ipb.ac.id/
  3. University of Indonesia - http://www.ui.ac.id/en/
  4. University of Diponegoro – http://www.undip.ac.id/?lang=id

ມາເລເຊຍ

  1. Universiti Kebansaan Malaysia  -
  2. Taylors University - http://university.taylors.edu.my/
  3. University of Technology Malaysia - http://www.utm.my/
  4. University of Malaysia Sabah - http://www.ums.edu.my/v5/

ມຽນມາ

  1. Mandalay University - http://www.mu.edu.mm/
  2. University of Yangon – www.uy.edu.mm/ 
  3. Myanmar Maritime University  - http://myanmarmaritimeuni.org/
  4. Yangon University of Economics - http://yueco.edu.mm/

ຟີລິບປິນ

1. Ateneo De Manila University - http://www.ateneo.edu/

2. University of the Philippines - http://www.up.edu.ph/

3. University of Santo Tomas - http://www.ust.edu.ph/

4. De La Salle University - http://www.dlsu.edu.ph/

ໄທ

1. Chulalongkorn University - www.chula.ac.th/en/

2. Payap University - http://ic.payap.ac.th/

3. King Mongkut’s University of Technology Thonburi - http://global.kmutt.ac.th/

4. Thammasat University - http://www.tu.ac.th/en/

ຫວຽດນາມ

1. Hanoi University of Science and Technology - http://en.hust.edu.vn/home  

2. Ho Chi Min University of Technology and Education - http://en.hcmute.edu.vn/

3. Hue University - http://hueuni.edu.vn/portal/en/

4. Vietnam National University, Hanoi –  www.vnu.edu.vn/eng/

 

2. ລົງທະບຽນເຂົ້າສໍາພາດຄັດເລືອກ: https://goo.gl/forms/43LC82RwtFExFFCw1

3. ເລືອກສາຂາວິຊາຮຽນ ແລະດາວໂຫຼດແບບຟອມສະໝັກເຂົ້າສໍາພາດ:

https://drive.google.com/file/d/0B-qGicuxyQubZENrNmdFZHFpRGs/view?usp=sharing

4. ສົ່ງແບບຟອມເຂົ້າສໍາພາດເຖິງ:This email address is being protected from spambots. You need JavaScript enabled to view it., ພາຍໃນວັນທີ18 ກັນຍາ2016.

5. ສໍາພາດຄັດເລືອກ: ເວລາ 09: 00 ໂມງວັນອັງຄານ ທີ 20 ກັນຍາ 2016 ທີ່ຫ້ອງປະຊຸມຊັ້ນ 3 ຕຶກສໍານັກງານອະທິການບໍດີ

6. ຜູ້ທີ່ຜ່ານການສໍາພາດຄັດເລືອກຈະໄດ້ປະກອບເອກະສານສະໝັກເພີ່ມເຕີມ ແລະ ທາງມະຫາວິທະຍາໄລແຫ່ງຊາດຈະສົ່ງລາຍຊື່ ແລະ ເອກະສານສະໝັກທີ່ກ່ຽວຂ້ອງນັ້ນໄປໃຫ້ມະຫາວິທະຍາໄລນັກສຶກສາສະໝັກຕ່າງໆໃນອາຊຽນເປັນຜູ້ຄັດເລືອກໃນຮອບຕໍ່ໄປ.

 

ທຶນການສຶກສາທີ່ທາງໂຄງການຮັບຜິດຊອບ

1. ນັກສຶກສາທີ່ຖືກຄັດເລືອກເຂົ້າຮ່ວມ ໂຄງການແລກປ່ຽນນີ້ຈະໄດ້ຮັບທຶນການສຶກສາຄື: ຄ່າຮຽນ, ເງິນເດືອນ, ປີ້ຍົນໄປ-ກັບ, ປະກັນສຸຂະພາບ, ຄ່າຊື້ອຸປະກອນການຮຽນ, ແລະ ຄ່າວີຊາ.  

 

ຂໍ້ມູນເພີ່ມເຕີມ:

1. ລາຍລະອຽດກ່ຽວກັບທຶນການສຶກສາ:www.share-asean.eu/scholarship

2. ສອບຖາມຂໍ້ມູນເພີ່ມເຕີມປະສານ:

ອຈ. ສຸບິນ ສີສະຫວັດ

              ຫ້ອງການພົວພັນຕ່າງປະເທດ, ມຊ

              ໂທ:021 770 720, 020 5571 3535

              ເມວ:This email address is being protected from spambots. You need JavaScript enabled to view it.

ສຳນັກງານໃຫ່ຍ

ບ້ານ ດົງໂດກ
ເມືອງໄຊທານີ, ນະຄອນຫຼວງວຽງຈັນ
ສ.ປ.ປ.ລາວ

ຕິດຕໍ່ພົວພັນ

ໂທ:+856 (21) 770070
ແຟັກ:+856 (21) 770070
ອີເມວ: nuolinfo@nuol.edu.la

ລິຂະສິດ

Copyright © 2021 National University of Laos. All Rights Reserved.