ອະທິການບໍດີ ມະຫາວິທະຍາໄລແຫ່ງຊາດ ຂໍແຈ້ງມາຍັງທ່ານເພື່ອແຈ້ງເຖິງພະນັກງານ ແລະ ອາຈານພາຍໃນພາກສວ່ນຂອງທ່ານ ເພື່ອສະໝັກຄັດເລືອກເອົາທຶນການສຶກສາລະດັບປະລີນຍາໂທ (Master) ແລະ ປະລິນຍາເອກ (Doctor)ທີ່ ປະເທດການາດາ ພາຍໃຕ້ທຶນການສຶກສາຂອງ Programme Canadien de Bourses de Francophonie, ສົກສຶກສາ 2016/2017. ຫຼັກສູດດັ່ງກ່າວນີ້ແມ່ນສອນເປັນສອງພາສາ - ພາສາຝຣັ່ງ ແລະ ພາສາອັງກິດ. ຂໍ້ມູນເພີ່ມເຕີມກ່ຽວກັບທຶນການສຶກສາ, ແບບຟອມ ແລະ ຂັ້ນຕອນການສະໝັກສາມາດເບິ່ງໄດ້ທີ່: http://www.boursesfrancophonie.ca/. ແລະ ແລະ ເຂົ້າເບິ່ງທີ່ Programme de Information. 

 

ເງື່ອນໄຂຜູ້ສະໝັກ:

  1. ເປັນພະນັກງານສົມບູນ ແລະ ມີປະສົບການເຮັດວຽກຢ່າງໜ້ອຍ 2 ປີ
  2. ໄດ້ຮັບການຄັດເລືອກເຫັນດີຈາກພາກສ່ວນທີ່ຕົນສັງກັດຢູ່
  3. ຈົບການສຶກສາລະດັບປະລິນຍາຕີ (ສໍາລັບຜູ້ສະໝັກປະລິນຍາໂທ) ແລະ ປະລິນຍາໂທ (ສໍາລັບຜູ້ສະໝັກປະລິນຍາເອກ)
  4. ມີຄວາມສາມາດທາງດ້ານພາສາຝຣັ່ງ (ລະດັບ B2)ແລະ ພາສາອັງກິດໃນລະດັບດີ
  5. ມີຄວາມສາມາດດ້ານຄອມພິວເຕີ ແລະ ການສຶ່ສານຜ່ານທາງອອນລາຍ
  6. ມີສຸຂະພາບແຂງແຮງສົມບູນດີ

ກໍານົດສົ່ງແບບຟອມ ແລະ ເອກະສານທີ່ກ່ຽວຂ້ອງ ເຖິງຫ້ອງການພົວພັນຕ່າງປະເທດ, ມຊ ບໍ່ໃຫ້ກາຍວັນທີ: 28 ຕຸລາ 2016

ຜູ້ປະສານງານ:

ອຈ. ສຸວັນນະພາ ວົງໄຊ (020 5542 7822)

ອຈ. ແກ້ວມະນີວອນ ກຸນວົງ (020 2301 1030)

ພາກວິຊາພາສາຝຣັ່ງ, ຄະນະອັກສອນສາດ, ມຊ

ສຳນັກງານໃຫ່ຍ

ບ້ານ ດົງໂດກ
ເມືອງໄຊທານີ, ນະຄອນຫຼວງວຽງຈັນ
ສ.ປ.ປ.ລາວ

ຕິດຕໍ່ພົວພັນ

ໂທ:+856 (21) 770070
ແຟັກ:+856 (21) 770070
ອີເມວ: nuolinfo@nuol.edu.la

ລິຂະສິດ

Copyright © 2021 National University of Laos. All Rights Reserved.