ອະທິການບໍດີ ມະຫາວິທະຍາໄລແຫ່ງຊາດ ຂໍແຈ້ງມາຍັງນັກສຶກສາມະຫາວິທະຍາໄລແຫ່ງຊາດຊາບວ່າ:ມະຫາວິທະຍາໄລສຸກຸບະ, ປະເທດຍີ່ປຸ່ນ ໄດ້ຈັດໂຄງການແລກປ່ຽນການສຶກສາ ແລະ ກໍາລັງເປິດຮັບສະໝັກນັກສຶກສາເພື່ອໄປຮຽນໄລຍະ 1 ພາກຮຽນ ເລີ່ມແຕ່ ເດືອນມີນາ-ສິງຫາ 2017 ທີ່ ມະຫາວິທະຍາໄລສຸກຸບະ(University of the Tsukuba), ປະເທດຍີ່ປຸ່ນ, ພາຍໃຕ້ທຶນການສຶກສາ JASSO Scholarships.ນັກສຶກສາຜູ້ທີ່ສົນໃຈສະໝັກເອົາທຶນແລ່ກປ່ຽນການສຶກສານີ້ແມ່ນໃຫ້ລົງທະບຽນ ແລະ ປະກອບແບບຟອມເຂົ້າສໍາພາດ ແລະ ສົ່ງຕາມທີ່ຢູ່ລຸ່ມນີ້:
v ເງື່ອນໄຂຜູ້ສະໝັກ
- ຕ້ອງເປັນນັກສຶກສາ ປີ 2 ຂື້ນໄປ ແລະ ມີຜົນການຮຽນດີລະດັບເກຼດສະເລ່ຍ 3.00 ຂື້ນໄປ,
- ຕ້ອງມີໜັງສືເດີນທາງ (Passport) ທີ່ບໍ່ທັນໝົດອາຍຸ,
- ສາມາດເວົ້າ ແລະ ຂຽນພາສາອັງກິດໄດ້ໃນລະດັບດີ,
- ມີຄວາມຮູ້ກ່ຽວກັບ ASEAN, Sustainable Development, Laos-Japan Cooperation, ແລະ
- ມີຄວາມສາມາດດ້ານສິລະປະ ແລະ ວັດທະນະທໍາ.
v ຂັ້ນຕອນການສະໝັກ ແລະ ຄັດເລືອກ
1. ລົງທະບຽນເຂົ້າສໍາພາດຄັດເລືອກ: https://goo.gl/forms/TTp6yr2H6176yIAt2
2. ດາວໂຫຼດແບບຟອມສະໝັກເຂົ້າສໍາພາດ:
https://drive.google.com/file/d/0B-qGicuxyQubNlFxTDhOOTg1aXc/view?usp=sharing
3. ສົ່ງແບບຟອມເຂົ້າສໍາພາດເຖິງ: This email address is being protected from spambots. You need JavaScript enabled to view it. ພາຍໃນເວລາ:23:00 ໂມງ ຂອງ ວັນທີ 10 ພະຈິກ 2016
4. ສໍາພາດຄັດເລືອກ: ເວລາ 09: 00 ໂມງ, ວັນສຸກ ທີ 11 ພະຈິກ 2016ທີ່ຫ້ອງປະຊຸມຊັ້ນ 3 ຕຶກສໍານັກງານອະທິການບໍດີ
5. ຜູ້ທີ່ຜ່ານການສໍາພາດຄັດເລືອກທາງມະຫາວິທະຍາໄລແຫ່ງຊາດຈະສົ່ງລາຍຊື່ ແລະ ເອກະສານສະໝັກທີ່ກ່ຽວຂ້ອງໄປໃຫ້ທາງ ຄະນະກໍາມະການຈັດກອງປະຊຸມສໍາມະນາເປັນຜູ້ຄັດໃນຮອບຕໍ່ໄປ.
v ຂໍ້ມູນເພີ່ມເຕີມ:
ຜູ້ປະສານງານ: ອຈ. ສຸບິນ ສີສະຫວັດ
ຫ້ອງການພົວພັນຕ່າງປະເທດ, ມຊ
ໂທ: 021 770 720, 020 5571 3535
ເມວ: This email address is being protected from spambots. You need JavaScript enabled to view it.