ອະທິການບໍດີ ມະຫາວິທະຍາໄລແຫ່ງຊາດ ຂໍແຈ້ງການມາຍັງພະນັກງານ-ອາຈານ ແລະ ນັກສຶກສາປີສຸດທ້າຍ ພາຍໃນມະຫາວິທະຍາໄລແຫ່ງຊາດ ຊາບວ່າ: ມະຫາວິທະຍາໄລກຸມະໂມໂຕ (Kumamoto University), ປະເທດຍີ່ປຸ່ນ ກໍາລັງເປີດຮັບສະໝັກຜູ້ທີ່ມີຄວາມສົນໃຈຢາກສຶກສາຕໍ່ລະດັບປະລິນຍາໂທ (Master) ແລະ ປະລິນຍາເອກ (Doctor) ທີ່ ມະຫາວິທະຍາໄລກຸມະໂມໂຕ ສໍາລັບສົກສຶກສາ 2017/2018 ພາຍໃຕ້ທຶນການສຶກສາຂອງລັດຖະບານຍີ່ປຸ່ນ (Monbukagakusho, MEXT). ຜູ້ທີ່ສົນໃຈສະໝັກເອົາທຶນດັ່ງກ່າວນີ້ສາມາດເຂົ້າເບິ່ງລາຍລະອຽດ ແລະ ແບບຟອມສະໝັກໄດ້ທີ່: https://www.fast.kumamoto-u.ac.jp/gsst-en/admissions/.

ໝາຍເຫດ: ກໍານົດສົ່ງແບບຟອມ ແລະ ເອກກະສານສະໝັກພາຍໃນວັນທີ 19 ມັງກອນ 2017

ສຳນັກງານໃຫ່ຍ

ບ້ານ ດົງໂດກ
ເມືອງໄຊທານີ, ນະຄອນຫຼວງວຽງຈັນ
ສ.ປ.ປ.ລາວ

ຕິດຕໍ່ພົວພັນ

ໂທ:+856 (21) 770070
ແຟັກ:+856 (21) 770070
ອີເມວ: nuolinfo@nuol.edu.la

ລິຂະສິດ

Copyright © 2021 National University of Laos. All Rights Reserved.