ອະທິການບໍດີ ມະຫາວິທະຍາໄລແຫ່ງຊາດ ຂໍແຈ້ງມາຍັງນັກສຶກສາມະຫາວິທະຍາໄລແຫ່ງຊາດຊາບວ່າ: ສະຖາບັນພັດທະນາການບໍລິຫານແຫ່ງຊາດ ກໍາລັງເປິດຮັບສະໝັກນັກສຶກສາເຂົ້າຮ່ວມໂຄງການຕັ້ງຄ້າຍ 6th NIDA Summer Campທີ່ ປະເທດໄທ ພາຍໃຕ້ຫົວຂໍ້ “Sustainable Community Development”ໃນລະຫວ່າງວັນທີ 12th-21st ມິຖຸນາ 2017. ນັກສຶກສາຜູ້ທີ່ສົນໃຈສະໝັກເອົາທຶນແລກປ່ຽນການສຶກສານີ້ແມ່ນໃຫ້ລົງທະບຽນ ແລະ ປະກອບແບບຟອມເຂົ້າສໍາພາດ ແລະ ສົ່ງຕາມທີ່ຢູ່ລຸ່ມນີ້:
v ເງື່ອນໄຂຜູ້ສະໝັກ:
- ຕ້ອງເປັນນັກສຶກສາ ມຊ ຮຽນ ປີ 2 ຂື້ນໄປ ແລະ ມີຜົນການຮຽນດີລະດັບເກຼດສະເລ່ຍ 3.00 ຂື້ນໄປ;
- ຕ້ອງມີໜັງສືເດີນທາງ (Passport) ທີ່ບໍ່ທັນໝົດອາຍຸ;
- ສາມາດເວົ້າ ແລະ ຂຽນພາສາອັງກິດໄດ້ໃນລະດັບດີ;
- ມີຄວາມຮູ້ທົ່ວໄປກ່ຽວກັບ ASEAN Communityແລະ Sustainable Development;
- ມີພອນສະຫວັນດ້ານສິລະປະ-ວັດທະນະທໍາ; ແລະ
- ມີຄວາມສາມາດຮັບຜິດຊອບຄ່າໃຊ້ຈ່າຍໃນການທາງໄປ-ກັບດວ້ຍຕົນເອງໄດ້.
v ຂັ້ນຕອນການສະໝັກ ແລະ ຄັດເລືອກ
- ລົງທະບຽນເຂົ້າສໍາພາດຄັດເລືອກ: https://goo.gl/forms/tdmX8stLZEwtw0RH2
- ດາວໂຫຼດແບບຟອມສະໝັກເຂົ້າສໍາພາດ: https://drive.google.com/file/d/0B5gNlOvKVU0CN0R6aW95MkZhYUE/view?usp=sharing
- ສົ່ງແບບຟອມເຂົ້າສໍາພາດເຖິງ:This email address is being protected from spambots. You need JavaScript enabled to view it.ພາຍໃນເວລາ:23:00 ໂມງ ຂອງວັນທີ 9 ກຸມພາ 2017
- ສໍາພາດຄັດເລືອກ: ເວລາ 09: 00 ໂມງ, ວັນສຸກ ທີ 10ກຸມພາ 2017ທີ່ ຫ້ອງປະຊຸມຊັ້ນ 3 ຕຶກສໍານັກງານອະທິການບໍດີ
- ຜູ້ທີ່ຜ່ານການສໍາພາດຄັດເລືອກທາງມະຫາວິທະຍາໄລແຫ່ງຊາດຈະສົ່ງລາຍຊື່ ແລະ ເອກະສານສະໝັກທີ່ກ່ຽວຂ້ອງໄປໃຫ້ທາງຄະນະກໍາມະການຈັດງານຕັ້ງຄ້າຍທີ່ NIDA ເປັນຜູ້ຄັດໃນຮອບຕໍ່ໄປ.
v ຂໍ້ມູນເພີ່ມເຕີມ:
- ຜູ້ທີ່ຜ່ານການຄັດເລືອກຈະໄດ້ຮັບການຍົກເວັ້ນຄ່າໃຊ້ຈ່າຍສໍາລັບຄ່າເຂົ້າຮ່ວມໂຄງການ, ທີ່ພັກ, ອາຫານ, ການເດີນທາງພາຍໃນປະເທດໄທ, ການລົງທະບຽນຕ່າງໆ ແລະ ອຸປະກອນທີ່ໃຊ້ເຂົ້າໃນການເຮັດກິດຈະກຳ.
- ນັກສຶກສາສາມາດເຂົ້າເບິ່ງຂໍ້ມູນກ່ຽວສະຖາບັນພັດທະນາການບໍລິຫານແຫ່ງຊາດ: www.nida.ac.th
ຜູ້ປະສານງານ: ອຈ. ສຸບິນ ສີສະຫວັດ
ຫ້ອງການພົວພັນຕ່າງປະເທດ, ມຊ
ໂທ: 021 770 720, 020 5571 3535
ເມວ: This email address is being protected from spambots. You need JavaScript enabled to view it.