ອະທິການບໍດີ ມະຫາວິທະຍາໄລແຫ່ງຊາດ ຂໍແຈ້ງມາຍັງພະນັກງານ-ອາຈານ ແລະ ນັກສຶກສາພາຍໃນມະຫາວິທະຍາໄລແຫ່ງຊາດ ຊາບວ່າ: ສະຖານທູດປະເທດອິນໂດເນເຊຍ ປະຈໍາ ນະຄອນຫຼວງວຽງຈັນ, ສປປ ລາວ, ກໍາລັງເປິດຮັບສະໝັກຜູ້ທີ່ສົນໃຈເຂົ້າຮຽນພາສາບາຮາຊາ ອິນໂດເນເຊຍ (Bahasa Indonesia Class Batch 8) ໃນລະຫວ່າງເດືອນ ມີນາ - ຕຸລາ 2017 ທີ່ ສະຖານທູດປະເທດອິນໂດເນເຊຍ ທີ່ ນະຄອນຫຼວງວຽງຈັນ, ສປປ ລາວ. ການເຂົ້າຮຽນນີ້ແມ່ນບໍ່ໄດ້ເສຍຄ່າໃດໆ, ເຊິ່ງຜູ້ສົນໃຈສາມາດລົງທະບຽນຮຽນໄດ້ທີ່ ສະຖານທູດປະເທດອິນໂດເນເຊຍ ທີ່ ນະຄອນຫຼວງວຽງຈັນ, ສປປ ລາວ.

ໝາຍເຫດ: ກຳນົດປິດຮັບສະໝັກ ວັນທີ 28 ກຸມພາ 2017 ແລະ ຜູ້ສະໝັກແມ່ນໃຫ້ນໍາ ຮູບ 3x4 ຂອງຕົນ ຈຳນວນ 2ໃບ ໄປນໍາເພື່ອປະກອບການສະໝັກ.

ສຳນັກງານໃຫ່ຍ

ບ້ານ ດົງໂດກ
ເມືອງໄຊທານີ, ນະຄອນຫຼວງວຽງຈັນ
ສ.ປ.ປ.ລາວ

ຕິດຕໍ່ພົວພັນ

ໂທ:+856 (21) 770070
ແຟັກ:+856 (21) 770070
ອີເມວ: nuolinfo@nuol.edu.la

ລິຂະສິດ

Copyright © 2021 National University of Laos. All Rights Reserved.