ອະທິການບໍດີ ມະຫາວິທະຍາໄລແຫ່ງຊາດ ຂໍແຈ້ງມາຍັງພະນັກງານ-ອາຈານ ແລະ ນັກສຶກສາປີສຸດທ້າຍພາຍໃນມະຫາວິທະຍາໄລແຫ່ງຊາດ ຊາບວ່າ: ສະຖານທູດປະເທດມາເລເຊຍ ປະຈໍາ ນະຄອນຫຼວງວຽງຈັນ, ສປປ ລາວ ກໍາລັງເປີດຮັບສະໝັກຜູ້ທີ່ສົນໃຈສຶກສາຕໍ່ລະດັບປະລິນຍາໂທ (Master Degree) ແລະ ປະລິນຍາເອກ (Doctoral Degree) ພາຍໃຕ້ທຶນການສຶກສາ Malaysian International Scholarship (MIS) ທີ່ ມະຫາວິທະຍາໄລ ພາຍໃນປະເທດມາເລເຊຍ. ພາຍໃຕ້ທຶນດັ່ງກ່າວນີ້ມີຫຼາຍສາຂາວິຊາເປີດໃຫ້ສະໝັກເຊັ່ນ: ວິທະຍາສາດ, ວິສະວະກໍາສາດ, ກະເສດສາດ, ການປະມົງ, ເສດຖະສາດ, ການເງິນອິດສະລາມ, ເຕັກໂນໂລຊີສື່ສານມວນຊົນ ແລະ ຂໍ້ມູນຂ່າວສານ, ເຕັກໂນໂລຊີຊີວະພາບ, ລະບົບຄວາມປອດໄພດ້ານຊີວະພາບ, ຄວາມປອດໄພດ້ານອາຫານ, ໂຄງສ້າງພື້ນຖານ, ວິທະຍາສາດສິ່ງແວດລ້ອມ ແລະ ວິທະຍາສາດສຸຂະພາບ. ຜູ້ທີ່ສົນໃຈສະໝັກເອົາທຶນດັ່ງກ່າວນີ້ແມ່ນສາມາດປະສານງານກັບຜູ້ປະສານງານທີ່ ສະຖານທູດປະເທດມາເລເຊຍ ທີ່ ນະຄອນຫຼວງວຽງຈັນ, ສປປ ລາວ, ທ່ານ Johan Rrief Jaafar, Second Secretary, ອິເມວ: This email address is being protected from spambots. You need JavaScript enabled to view it., ໂທ: 020 5558 3022, ແລະ ສະໝັກຜ່ານທາງອອນລາຍໄດ້ທີ່: https://biasiswa.mohe.gov.my/INTER/.
ໝາຍເຫດ: ກໍານົດປິດຮັບສະໝັກ ວັນສຸກ ທີ່ 31 ມີນາ 2017.