ອະທິການບໍດີ ມະຫາວິທະຍາໄລແຫ່ງຊາດ ຂໍແຈ້ງມາຍັງພະນັກງານ-ອາຈານ ແລະ ນັກສຶກສາປີສຸດທ້າຍ ຊາບວ່າ ສະຖາບັນເຕັກໂນໂລຊີແຫ່ງຊາດຄຸໂມະ ກໍາລັງເປິດຮັບສະໝັກຜູ້ສົນໃຈສຶກສາຕໍ່ລະດັບປະລິນຍາໂທ (Master Degree) ແລະ ປະລິນຍາເອກ (Doctoral Degree) ພາຍໃຕ້ທຶນການສຶກສາ 2017 Korean Government Scholarship Program (KGSP) for Graduate Program ທີ່ ສະຖາບັນເຕັກໂນໂລຊີແຫ່ງຊາດຄຸໂມ(Kumoh National Institute of Technology), ປະເທດເກົາຫຼີ. ຜູ້ທີ່ສົນໃຈສະໝັກເອົາທຶນດັ່ງກ່າວນີ້ແມ່ນສາມາດເຂົ້າເບິ່ງລາຍລະອຽດກ່ຽວກັບສະຖາບັນໄດ້ທີ່: http://eng.kumoh.ac.kr/e_new/ ແລະ ລາຍລະອຽດທຶນການສຶກສາ ແລະ ແບບຟອມສະໝັກໄດ້ທີ່: https://drive.google.com/drive/folders/0B5gNlOvKVU0CTjFlUy1RZDlONmc?usp=sharing .

  • ຂັ້ນຕອນການສະໝັກ: ຜູ້ທີ່ສົນໃຈສາມາດສະໝັກເອົາທຶນດັ່ງກ່າວນີ້ໄດ້ 2 ວິທີຄື:
  1. ສະໝັກໂດຍກົງກັບສະຖາບັນເຕັກໂນໂລຊີແຫ່ງຊາດຄຸໂມະ ທີ່ ປະເທດເກົາຫຼີ, ເຊິ່ງຜູ້ສະໝັກຕ້ອງສົ່ງແບບຟອມສະໝັກເຖິງສະຖາບັນບໍ່ໃຫ້ກາຍວັນທີ: 26 ມີນາ 2017.
  2. ສະໝັກຜ່ານສະຖານທູດປະເທດເກົາຫຼີ ທີ່ ນະຄອນຫຼວງວຽງຈັນ, ສປປ ລາວ, ເຊິ່ງຜູ້ສະໝັກສາມາດປະສານໂດຍກົງກັບສະຖານທູດກ່ຽວກກັບລາຍລະອຽດຂັ້ນຕອນການສະໝັກ ແລະ ວັນປິດຮັບສະໝັກ.

ສຳນັກງານໃຫ່ຍ

ບ້ານ ດົງໂດກ
ເມືອງໄຊທານີ, ນະຄອນຫຼວງວຽງຈັນ
ສ.ປ.ປ.ລາວ

ຕິດຕໍ່ພົວພັນ

ໂທ:+856 (21) 770070
ແຟັກ:+856 (21) 770070
ອີເມວ: nuolinfo@nuol.edu.la

ລິຂະສິດ

Copyright © 2021 National University of Laos. All Rights Reserved.