ອະທິການບໍດີ ມະຫາວິທະຍາໄລແຫ່ງຊາດ ຂໍແຈ້ງມາຍັງນັກສຶກສາ ພາຍໃນມະຫາວິທະຍາໄລແຫ່ງຊາດ ຊາບວ່າ: ມະຫາວິທະຍາໄລແຫ່ງຊາດເຊອຸນ ໄດ້ຈັດໂຄງການແລກປ່ຽນການສຶກສາໄລຍະ 1 ພາກຮຽນ ເລີ່ມແຕ່ເດືອນ ກັນຍາ - ທັນວາ 2017 ທີ່ ມະຫາວິທະຍາໄລແຫ່ງຊາດເຊອຸນ (Seoul National University), ປະເທດເກົາຫຼີ, ຊຶ່ງພາຍໃຕ້ທຶນການສຶກສາ Korean Government Scholarships.ນັກສຶກສາຜູ້ທີ່ສົນໃຈສະໝັກເອົາທຶນແລກປ່ຽນ ການສຶກສານີ້ແມ່ນໃຫ້ລົງທະບຽນ ແລະ ປະກອບແບບຟອມເຂົ້າສໍາພາດ ແລະ ສົ່ງຕາມທີ່ຢູ່ລຸ່ມນີ້:
ເງື່ອນໄຂຜູ້ສະໝັກ
- ຕ້ອງເປັນນັກສຶກສາ ປີ 2 ຂື້ນໄປ ແລະ ມີຜົນການຮຽນດີລະດັບເກຼດສະເລ່ຍ 3.00 ຂື້ນໄປ.
- ຕ້ອງມີໜັງສືເດີນທາງ (Passport) ທີ່ບໍ່ທັນໝົດອາຍຸ.
- ສາມາດເວົ້າ ແລະ ຂຽນພາສາອັງກິດ ຫຼື ພາສາເກົາຫຼີໄດ້ໃນລະດັບດີ.
- ມີຄວາມຮູ້ກ່ຽວກັບ ASEAN, Laos-Korea Relations and Cooperation.
- ມີພອນສະຫວັນດ້ານສິລະປະ - ວັດທະນະທໍາ ແລະ ກິລາ.
ຂັ້ນຕອນການສະໝັກ ແລະ ຄັດເລືອກ
- ລົງທະບຽນເຂົ້າສໍາພາດຄັດເລືອກ: https://goo.gl/forms/k3Z51uJ3oqpmbMhA3
- ດາວໂຫຼດແບບຟອມສະໝັກເຂົ້າສໍາພາດ: https://drive.google.com/file/d/0B5gNlOvKVU0CR04wMVF4OGNsS28/view?usp=sharing
- ສົ່ງແບບຟອມເຂົ້າສໍາພາດເຖິງ: This email address is being protected from spambots. You need JavaScript enabled to view it. ພາຍໃນເວລາ 23: 00 ໂມງ ຂອງວັນທີ 16 ມີນາ 2017.
- ສໍາພາດຄັດເລືອກ ເວລາ 09: 00 ໂມງ, ວັນສຸກ ທີ 17ມີນາ 2017 ທີ່ຫ້ອງປະຊຸມຊັ້ນ 3 ຕຶກສໍານັກງານອະທິການບໍດີ, ມຊ
- ຜູ້ທີ່ຜ່ານການສໍາພາດຄັດເລືອກທາງມະຫາວິທະຍາໄລແຫ່ງຊາດຈະສົ່ງລາຍຊື່ ແລະ ເອກະສານສະໝັກທີ່ກ່ຽວຂ້ອງໄປໃຫ້ທາງ ມະຫາວິທະຍາໄລແຫ່ງຊາດເຊອຸນເປັນຜູ້ຄັດໃນຮອບຕໍ່ໄປ.
ຂໍ້ມູນເພີ່ມເຕີມ:
ຜູ້ປະສານງານ: ອຈ. ສຸບິນ ສີສະຫວັດ
ຫ້ອງການພົວພັນຕ່າງປະເທດ, ມຊ
ໂທ: 021 770 720, 020 5571 3535
ເມວ: This email address is being protected from spambots. You need JavaScript enabled to view it. or This email address is being protected from spambots. You need JavaScript enabled to view it.