- Details
- Hits: 2037
ຫ້ອງການພົວພັນຕ່າງປະເທດ ມະຫາວິທະຍາໄລແຫ່ງຊາດ ຂໍແຈ້ງມາຍັງພະນັກງານ-ອາຈານພາຍໃນມະຫາວິທະຍາໄລແຫ່ງຊາດ ເພື່ອສະໝັກເຂົ້າຮ່ວມຝຶກອົບຮົມ (The IIEP-UNESCO Training Programmes) ໃນສົກ 2019-2020 ຂອງສະຖາບັນສາກົນເພື່ອການວາງແຜນດ້ານການສຶກສາ, ອົງການອຸຍແນສໂກ (International Institute for Educational Planning – UNESCO) ທີ່ ນະຄອນຫຼວງປາຣີ, ປະເທດຝຣັ່ງ; ຊຶ່ງປະກອບມີ 3 ຫຼັກສູດຄື:
- 2019 Specialized Courses Programme (SCP)
- The 2019-2020 Education Sector Planning (ESP) Course
- The 2019-2020 Advanced Training Programme
ຜູ້ທີ່ມີຄວາມສົນໃຈສະໝັກ ສາມາດເຂົ້າເບິ່ງລາຍລະອຽດເພີ່ມເຕີມ ແລະ ວິທີການສະໝັກໄດ້ທີ່: http://www.iiep.unesco.org/en
ໝາຍເຫດ: ໃນການຝຶກອົບຮົມຄັ້ງນີ້, ຜູ້ເຂົ້າຮ່ວມຈະຕ້ອງຮັບຜິດຊອບຄ່າໃຊ້ຈ່າຍຕ່າງໆດ້ວຍຕົນເອງ.
- Details
- Hits: 1458
ຫ້ອງການພົວພັນຕ່າງປະເທດ ມະຫາວິທະຍາໄລແຫ່ງຊາດ ຂໍແຈ້ງມາຍັງນັກສຶກສາພາຍໃນມະຫາວິທະຍາໄລແຫ່ງຊາດ ຊາບວ່າ: AYLTLC Committee, ປະເທດສິງກະໂປ ກຳລັງຈະຈັດງານຕັ້ງຄ້າຍ Asian Youth Leaders Travel and Learning Camp (AYLTLC) 2019 ໃນລະຫວ່າງວັນທີ 14 - 18 ກຸມພາ 2019, ຊຶ່ງຈຸດປະສົງຂອງງານແມ່ນ ເພື່ອໃຫ້ນັກສຶກສາໄດ້ຮຽນຮູ້ທັກສະຄວາມເປັນຜູ້ນຳ ແລະ ການປະສົມປະສານດ້ານວັດທະນະທຳ-ສັງຄົມໃນຂົງເຂດອາຊີ. ນັກສຶກສາຜູ້ທີ່ມີຄວາມສົນໃຈເຂົ້າຮ່ວມງານຕັ້ງຄ້າຍດັ່ງກ່າວ ສາມາດເຂົ້າເບິ່ງລາຍລະອຽດເພີ່ມເຕີມ ແລະ ວິທີການສະໝັກໄດ້ທີ່ www.ayltlc.com
ໝາຍເຫດ: ຜູ້ທີ່ຈະເຂົ້າຮ່ວມງານຈະຕ້ອງຮັບຜິດຊອບຄ່າເດີນທາງໄປ-ກັບ, ຄ່າກິນຢູ່ພັກເຊົາ, ຄ່າລົງທະບຽນ (700 ໂດລາສະຫະລັດ).
- Details
- Hits: 1155
ຫ້ອງການພົວພັນຕ່າງປະເທດ ມະຫາວິທະຍາໄລແຫ່ງຊາດ ຂໍແຈ້ງມາຍັງນັກສຶກສາພາຍໃນມະຫາວິທະຍາໄລແຫ່ງຊາດ ເພື່ອຊາບວ່າ: ມະຫາວິທະຍາໄລບີນັດສ໌ (BINUS University) ກຳລັງຈັດການແຂ່ງຂັນເພື່ອເປັນການເສີມສ້າງທັກສະດ້ານການນຳໃຊ້ພາສາອັງກິດໃຫ້ແກ່ນັກສຶກສາອາຊຽນ ຊຶ່ງການແຂ່ງຂັນດັ່ງກ່າວໄດ້ຖືກແບ່ງອອກເປັນ 2 ຮູບແບບ ມີທັງໝົດ 8 ປະເພດການແຂ່ງຂັນ ຄື:
v ການແຂ່ງຂັນຜ່ານທາງອອນລາຍ
- Short Story Writing
- Radio Drama
v ການແຂ່ງຂັນທີ່ຈະຖືກຈັດຂຶ້ນທີ່ ມະຫາວິທະຍາໄລບີນັດສ໌, ນະຄອນຫຼວງຈາກາຕ້າ, ປະເທດອິນໂດເນເຊຍ ໃນລະຫວ່າງວັນທີ 11 – 15 ກຸມພາ 2019
- Debate
- Speech
- Newscasting
- Storytelling
- Scrabble
- Spelling Bee
ຜົນງານຂອງນັກສຶກສາ ຫຼື ທີມໃດທີ່ຊະນະເລີດ ຈະໄດ້ຮັບລາງວັນເປັນເງິນຈຳນວນໜຶ່ງ ແລະ ຈະຖືກຍົກເວັ້ນຄ່າທີ່ພັກໃນໄລຍະທີ່ເຂົ້າຮ່ວມງານ. ຜູ້ທີ່ມີຄວາມສົນໃຈສາມາດເຂົ້າເບິ່ງວິທີການສະໝັກ ແລະ ລາຍລະອຽດເພີ່ມເຕີມໄດ້ທີ່: https://aeo.mybnec.org
- Details
- Hits: 2524
ຫ້ອງການພົວພັນຕ່າງປະເທດ ມະຫາວິທະຍາໄລແຫ່ງຊາດ ຂໍແຈ້ງມາຍັງນັກຮຽນ ມະຫາວິທະຍາໄລແຫ່ງຊາດ (ໂຮງຮຽນມັດທະຍົມສົມບູນສາທິດ ແລະ ໂຮງຮຽນພອນສະຫວັນ ແລະ ຊົນເຜົ່າ ກຽມມະຫາວິທະຍາໄລ) ເພື່ອຊາບວ່າ: ມະຫາວິທະຍາໄລວິທະຍາສາດສັງຄົມແຫ່ງສິງກະໂປ (The Singapore University of Social Sciences: SUSS) ຮ່ວມກັບ ມູນິທິເທັມມະເສກ (Temasek Foundation International: TFI) ກຳລັງຈະຈັດເວທີສົນທະນາ The STEP Sociovation Forum 2019 ໃນລະຫວ່າງ ວັນທີ 11-15 ມີນາ 2019 ທີ່ ປະເທດສິງກະໂປ. ນັກຮຽນຜູ້ທີ່ມີຄວາມສົນໃຈສະໝັກ ສາມາດເບິ່ງເງື່ອນໄຂ ແລະ ວິທີການສະໝັກດັ່ງລຸ່ມນີ້:
v ເງື່ອນໄຂຜູ້ສະໝັກ:
- ຕ້ອງເປັນນັກຮຽນ ມ7 ແລະ ມີຜົນການຮຽນດີ.
- ມີຄວາມຮູ້ດ້ານພາສາອັງກິດໃນລະດັບດີ.
- ມີພອນສະຫວັນດ້ານສິລະປະ-ວັດທະນະທຳ.
- ມີສຸຂະພາບແຂງແຮງດີ
v ວິທີການສະໝັກ:
- ສະໝັກອອນລາຍດ້ວຍຕົນເອງຕາມລິ້ງ: https://www.suss.edu.sg/Registration/socioforum2019
- ກຳນົດການປິດຮັບສະໝັກ ວັນທີ 25 ທັນວາ 2018.
ໝາຍເຫດ: ຜູ້ທີ່ຜ່ານການຄັດເລືອກຈະໄດ້ຮັບທຶນເປັນຄ່າລົງທະບຽນ, ຄ່າເດີນທາງໄປ-ກັບ ແລະ ຄ່າກິນຢູ່ພັກເຊົາ.
More Articles ...
- Call for Application: 2019 Spring Exchange Program, Jeju National University, R. Korea
- Call for Application: The 7th ASEF Rectors’ Conference and Students’ Forum, Bucharest, Romania
- Call for Application: Student Exchange Program for Spring Semester 2019, Chungbuk National University, R. Korea
- Call for Application: 2019 TFI-SCALE, Ngee Ann Polytechnic, Singapore
- Call for Application: MMDU International Youth Leadership Camp (MMDU – IYLC), India
- Call for Application: The SHARE Scholarship Programme Batch 5
- Call for Application: Programmecanadien de bourses de la Francophonie 2019 (PCBF), Canada
- Call for Application: Short-Term Regular Exchange Program (STRP) for Spring 2019, University of the Ryukyus, Japan
- Call for Application: The 2nd AUN+3 Students Weeks 2018, Universitas Indonesia
- Call for Participation: The 2nd Port-City Universities Summit (PUS 2018), National Taiwan Ocean University, Taiwan