- Details
- Hits: 2561
ອະທິການບໍດີ ມະຫາວິທະຍາໄລແຫ່ງຊາດ ຂໍແຈ້ງມາຍັງນັກສຶກສາພາຍໃນມະຫາວິທະຍາໄລແຫ່ງຊາດ ຊາບວ່າ: ມະຫາວິທະຍາໄລເຕັກໂນໂລຊີນານຢາງ (Nanyang Technological University: NTU) ຮ່ວມກັບມຸນນິທິເທັມມະເສກ (Temasek Foundation) ຈະຈັດໂຄງການແລກປ່ຽນການສຶກສາ ໄລຍະ 1 ພາກຮຽນ ເລີ່ມແຕ່ເດືອນ ສິງຫາ - ທັນວາ 2018 ທີ່ ມະຫາວິທະຍາໄລເຕັກໂນໂລຊີນານຢາງ ພາຍໃຕ້ທຶນການສຶກສາ Temasek Foundation International Leadership Enrichment and Regional Networking (TF Intl LEaRN) Programme. ນັກສຶກສາຜູ້ທີ່ມີຄວາມສົນໃຈສະໝັກເອົາທຶນໄປຮຽນແລກປ່ຽນການສຶກສາດັ່ງກ່າວນີ້ແມ່ນໃຫ້ລົງທະບຽນ ແລະ ປະກອບແບບຟອມເຂົ້າສໍາພາດຄັດເລືອກ ແລະ ສົ່ງແບບຟອມເຂົ້າສໍາພາດຕາມທີ່ຢູ່ດັ່ງລຸ່ມນີ້:
ເງື່ອນໄຂຜູ້ສະໝັກ:
- ຕ້ອງເປັນນັກສຶກສາ ປີ 2 ຂື້ນໄປ ແລະ ມີຜົນການຮຽນດີລະດັບເກຼດສະເລ່ຍ ຂື້ນໄປ;
- ຕ້ອງມີໜັງສືເດີນທາງ (Passport) ທີ່ບໍ່ທັນໝົດອາຍຸ;
- ສາມາດເວົ້າ ແລະ ຂຽນພາສາອັງກິດໄດ້ໃນລະດັບດີ;
- ມີຄວາມຮູ້ດ້ານ ASEAN, AUN, AEC ແລະ Regional & Global Development; ແລະ
- ມີພອນສະຫວັນດ້ານສິລະປະ-ວັດທະນະທໍາ ແລະ ກິລາ.
ຂັ້ນຕອນການສະໝັກ:
- ລົງທະບຽນເຂົ້າສໍາພາດ:https://goo.gl/forms/olqYFm0SSyZ3pSY93
- ດາວໂຫຼດແບບຟອມເຂົ້າສຳພາດ:https://drive.google.com/file/d/1TfGkrhcV1jgC7hEFxwmjUHJEa0qJjoqb/view?usp=sharing
- ສົ່ງແບບຟອມເຂົ້າສໍາພາດເຖິງ: This email address is being protected from spambots. You need JavaScript enabled to view it., ພາຍໃນວັນທີ 15 ມີນາ 2018
- ເຂົ້າສໍາພາດ ເວລາ 09: 00 ໂມງ, ວັນສຸກ ທີ 16 ມີນາ 2018 ທີ່ ຫ້ອງປະຊຸມຊັ້ນ 3 ຕຶກສໍານັກງານອະທິການບໍດີ, ມຊ.
- ຜູ້ທີ່ຜ່ານການສໍາພາດຄັດເລືອກທາງມະຫາວິທະຍາໄລແຫ່ງຊາດຈະສົ່ງລາຍຊື່ ແລະ ເອກະສານສະໝັກທີ່ກ່ຽວຂ້ອງໄປໃຫ້ທາງມະຫາວິທະຍາໄລເຕັກໂນໂລຊີນານຢາງເປັນຜູ້ຄັດເລືອກໃນຮອບຕໍ່ໄປ.
ຂໍ້ມູນເພີ່ມເຕີມ:
- ລາຍລະອຽດກ່ຽວກັບມະຫາວິທະຍາໄລ:http://www.ntu.edu.sg/TF Intl learn
- ຜູ້ປະສານງານ: ອຈ. ວຽງສະຫວັນ ວົງກະເສີມ
ຫ້ອງການພົວພັນຕ່າງປະເທດ, ມຊ
ໂທ:021 770 720, 020 5448 3131
ເມວ: This email address is being protected from spambots. You need JavaScript enabled to view it.
- Details
- Hits: 2811
ຫ້ອງການພົວພັນຕ່າງປະເທດ ມະຫາວິທະຍາໄລແຫ່ງຊາດ ຂໍແຈ້ງມາຍັງພະນັກງານ-ອາຈານ ແລະ ນັກສຶກສາພາຍໃນມະຫາວິທະຍາໄລແຫ່ງຊາດ ເພື່ອເຂົ້າຮ່ວມກອງປະຊຸມ The 6th JSA-ASEAN (The Japanese Studies Association in Southeast Asia) International Conference 2018 ຊຶ່ງຈັດໂດຍ The Indonesia Association for Japanese Studies (ASJI) ຮ່ວມກັບ Universitas Indonesia ແລະ The Indonesian Institute of Sciences (LIPI) ພາຍໃຕ້ຫົວຂໍ້: “Global Dynamics Impacts to JAPAN-ASEAN Relations” ໃນລະຫວ່າງວັນທີ 5-7 ທັນວາ 2018 ທີ່ ນະຄອນຫຼວງຈາກາຕ້າ, ປະເທດອິນໂດເນເຊຍ. ຈຸດປະສົງຂອງງານແມ່ນເພື່ອຮັດແໜ້ນສາຍສຳພັນການຮ່ວມມືດ້ານການສຶກສາລະຫວ່າງຍີ່ປຸ່ນ ແລະ ປະເທດອາຊຽນ ພ້ອມທັງແບ່ງປັນແນວຄວາມຄິດດ້ານ Peace and Security, Social classes and subcultures, Gender, International Relations, Political economy, Migration, Disaster, Community activism and networking, Language and literature. ຜູ້ທີ່ມີຄວາມສົນໃຈເຂົ້າຮ່ວມ ສາມາດລົງທະບຽນ ແລະ ສົ່ງບົດຄວາມໃນຫົວຂໍ້ທີ່ກ່ຽວຂ້ອງຂອງຕົນໄປທີ່ This email address is being protected from spambots. You need JavaScript enabled to view it. ພາຍໃນວັນທີ 10 ພຶດສະພາ 2018. ສຳລັບລາຍລະອຽດເພີ່ມເຕີມກ່ຽວກັບງານ ແລະ ການລົງທະບຽນ: https://jsaasean.wordpress.com
- Details
- Hits: 1726
ອະທິການບໍດີ ມະຫາວິທະຍາໄລແຫ່ງຊາດ ຂໍແຈ້ງມາຍັງພະນັກງານ-ອາຈານ ແລະ ນັກສຶກສາພາຍໃນມະຫາວິທະຍາໄລແຫ່ງຊາດຊາບວ່າ: ສະຖານທູດສາທາລະນະລັດອິນໂດເນເຊຍ ປະຈໍາ ນະຄອນຫຼວງວຽງຈັນ, ສປປ ລາວ, ກໍາລັງເປິດຮັບສະໝັກຜູ້ທີ່ມີຄວາມສົນໃຈເຂົ້າຮຽນພາສາບາຮາຊາ ອິນໂດເນເຊຍ (Bahasa Indonesia Class Batch 9) ໃນລະຫວ່າງເດືອນ ມີນາ - ຕຸລາ 2018 ຊຶ່ງຫ້ອງຮຽນປະກອບມີ ລະດັບພື້້ນຖານ ແລະ ລະດັບກາງ. ຜູ້ທີ່ມີຄວາມສົນໃຈ ສາມາດລົງທະບຽນຮຽນໄດ້ທີ່ ສະຖານທູດສາທາລະນະລັດອິນໂດເນເຊຍ, ນະຄອນຫຼວງວຽງຈັນ, ໂທ: 020 7675 5866, ອິເມວ: This email address is being protected from spambots. You need JavaScript enabled to view it. ໂດຍບໍ່ເສຍຄ່າຮຽນ.
ໝາຍເຫດ: ປິດລົງທະບຽນ ວັນທີ 16 ມີນາ 2018 ແລະ ຜູ້ສະໝັກຈະຕ້ອງເອົາ ຮູບ 3x4 ຈຳນວນ 2ໃບ ໄປນໍາ ເພື່ອຕິດຟອມລົງທະບຽນ.
- Details
- Hits: 1956
ອະທິການບໍດີ ມະຫາວິທະຍາໄລແຫ່ງຊາດ ຂໍແຈ້ງມາຍັງພະນັກງານ-ອາຈານ ແລະ ນັກສຶກສາພາຍໃນມະຫາວິທະຍາໄລແຫ່ງຊາດ ເພື່ອຊາບວ່າ ສະຖານທູດຝຣັ່ງ ປະຈຳ ສປປ ລາວ ຈະຈັດງານກິດຈະກຳເຜີຍແຜ່ທຶນການສຶກສາຂອງບັນດາມະຫາວິທະຍາໄລຕ່າງໆໃນປະເທດຝຣັ່ງຊຶ່ງຈະຈັດຂຶ້ນໃນວັນທີ 21 ກຸມພາ 2018 ເວລາ 13:00 ໂມງ - 14:00 ໂມງ ທີ່ ສະໂມສອນໃຫຍ່ ຊັ້ນ 2, ມະຫາວິທະຍາໄລແຫ່ງຊາດ, ນະຄອນຫຼວງວຽງຈັນ.ຈຸດປະສົງຂອງງານແມ່ນເພື່ອເປີດໂອກາດໃຫ້ຜູ້ທີ່ເຂົ້າຮ່ວມ ຮັບຟັງ, ສອບຖາມ ແລະ ສຶກສາຂໍ້ມູນກ່ຽວກັບທຶນການສຶກສາ ຢູ່ທີ່ບັນດາມະຫາວິທະຍາໄລຕ່າງໆໃນປະເທດຝຣັ່ງ; ຜູ້ທີ່ມີຄວາມສົນໃຈເຂົ້າຮ່ວມງານ ແມ່ນສາມາດເຂົ້າຮ່ວມງານໄດ້ໂດຍບໍ່ເສຍຄ່າລົງທະບຽນໃດໆ.
ໝາຍເຫດ: ຜູ້ທີ່ບໍ່ມີຄວາມຮູ້ດ້ານພາສາຝຣັ່ງກໍສາມາດເຂົ້າຮ່ວມງານໄດ້.
More Articles ...
- Call for Application: Nagoya University Programme for Academic Exchange (NUPACE Programme), Japan, 2018-2019
- Call for Application: SWU Summer International Program (SSIP) 2018, Showa Women’s University, Japan
- Call for Application: the 2018 MPI Annual Peace Building Training (non-degree), Davao City, The Philippines
- Call for Application: Intensive English Language Program, The Ateneo de Manila University, The Philippines
- Call for Application: The two-week summer program at Okayama University, Japan
- Call for Application: Focus Group Discussion (FGD) for Regional Campaign Strategy of Renewable Energy, Bangkok, Thailand
- Call for Application: SEAMEO Internship Programme for Students, April 2018, Thailand
- Call for Application: Student Exchange Program (STRP/URSEP) for Fall 2018, University of the Ryukyus, Japan
- Call for Application: The 2018 – 2019 Japanese Language & Culture (JLC) Program, Senshu University
- Call for Application: BSRU Exchange Program, 22nd February – 4th March 2018, Bansomdejchaopraya Rajabhat University, Thailand