- Details
- Hits: 1867
ອະທິການບໍດີ ມະຫາວິທະຍາໄລແຫ່ງຊາດ ຂໍແຈ້ງມາຍັງພະນັກງານ-ອາຈານ ແລະ ນັກສຶກສາພາຍໃນມະຫາວິທະຍາໄລແຫ່ງຊາດ ເພື່ອຊາບວ່າ ສະຖານທູດອັງກິດ ປະຈຳ ສປປ ລາວ ຮ່ວມກັບ ມະຫາວິທະຍາໄລແຫ່ງຊາດ ກຳລັງຈະຈັດງານການສຶກສາ Study UK & English Language Roadshow 2018 ຊຶ່ງຈະຈັດຂຶ້ນໃນວັນທີ 22 ມັງກອນ 2018 ເວລາ 10:00 ໂມງ - 18:30 ໂມງ ທີ່ ຫ້ອງປະຊຸມໃຫຍ່, ຄະນະເສດຖະສາດ ແລະ ບໍລິຫານທຸລະກິດ, ມະຫາວິທະຍາໄລແຫ່ງຊາດ, ນະຄອນຫຼວງວຽງຈັນ. ຈຸດປະສົງຂອງງານແມ່ນ ເພື່ອເປີດໂອກາດໃຫ້ຜູ້ທີ່ເຂົ້າຮ່ວມຮັບຟັງ, ສອບຖາມ ແລະ ສຶກສາຂໍ້ມູນກ່ຽວກັບການສຶກສາ ແລະ ທຶນການສຶກສາ ຢູ່ທີ່ບັນດາມະຫາວິທະຍາໄລຕ່າງໆ ໃນປະເທດອັງກິດ. ຜູ້ທີ່ມີຄວາມສົນໃຈເຂົ້າຮ່ວມງານ ແມ່ນສາມາດເຂົ້າຮ່ວມງານໄດ້ໂດຍບໍ່ເສຍຄ່າລົງທະບຽນໃດໆ.
- Details
- Hits: 2201
ອະທິການບໍດີ ມະຫາວິທະຍາໄລແຫ່ງຊາດ ຂໍແຈ້ງມາຍັງນັກສຶກສາພາຍໃນມະຫາວິທະຍາໄລແຫ່ງຊາດ ເພື່ອຊາບວ່າ ກະຊວງສຶກສາທິການ ແລະ ວັດທະນະທຳ ຮ່ວມກັບ ກະຊວງການຕ່າງປະເທດ ແຫ່ງສາທາລະນະລັດອິນໂດເນເຊຍ ກຳລັງຈະຈັດໂຄງການແລກປ່ຽນການສຶກສາ ໃນລະຫວ່າງເດືອນ ກັນຍາ 2018 - ສິງຫາ 2019 ທີ່ ສະຖາບັນການສຶກສາຕ່າງໆ ໃນປະເທດອິນໂດເນເຊຍ ພາຍໃຕ້ທຶນການສຶກສາ Darmasiswa Scholarship, ຊຶ່ງຈຸດປະສົງຂອງງານແມ່ນ ເພື່ອໃຫ້ຜູ້ເຂົ້າຮ່ວມໄດ້ມີໂອກາດຮຽນຮູ້ພາສາ, ສິລະປະ ແລະ ວັດທະນະທຳອິນໂດເນເຊຍ. ນັກສຶກສາຜູ້ທີ່ມີຄວາມສົນໃຈ ສາມາດເຂົ້າເບິ່ງລາຍລະອຽດການສະໝັກໄດ້ທີ່: http://darmasiswa.kemdikbud.go.id ຫຼື ສອບຖາມຂໍ້ມູນເພີ່ມເຕີມໄດ້ກັບ ສະຖານທູດອິນໂດເນເຊຍ ປະຈຳ ສປປ ລາວ, ໂທ: 020 7675 5866.
ໝາຍເຫດ: - ປະກອບເອກະສານສະໝັກທີ່ກ່ຽວຂ້ອງ ສົ່ງເຖິງສະຖານທູດອິນໂດເນເຊຍ ປະຈຳ ສປປ ລາວ ບໍ່ໃຫ້ກາຍວັນທີ 18 ກຸມພາ 2018.
- ນັກສຶກສາທີ່ຖືກຄັດເລືອກໃຫ້ໄດ້ຮັບທຶນການສຶກສາ ຈະໄດ້ຮັບເບ້ຍລ້ຽງຈຳນວນໜຶ່ງ ເພື່ອໃຊ້ເປັນຄ່າກິນຢູ່ພັກເຊົາ, ແຕ່ນັກສຶກສາຈະຕ້ອງຮັບຜິດຊອບຄ່າເດີນທາງໄປ-ກັບດ້ວຍຕົນເອງ.
- Details
- Hits: 2148
ອະທິການບໍດີ ມະຫາວິທະຍາໄລແຫ່ງຊາດ ຂໍແຈ້ງມາຍັງນັກສຶກສາພາຍໃນມະຫາວິທະຍາໄລແຫ່ງຊາດ ເພື່ອເຂົ້າຮ່ວມສໍາພາດຄັດເລືອກໄປຮ່ວມໂຄງການແລກປ່ຽນການສຶກສາ (Short Term Exchange Program in Science and Engineering) ພາຍໃຕ້ທຶນການສຶກສາ JASSO Scholarship ໃນລະຫວ່າງເດືອນ ຕຸລາ 2018 - ກັນຍາ 2019 ທີ່ ມະຫາວິທະຍາໄລກະເສດສາດ ແລະ ເຕັກໂນໂລຊີໂຕກຽວ (Tokyo University of Agriculture and Technology: TUAT) ປະເທດຍີ່ປຸ່ນ. ຈຸດປະສົງຂອງໂຄງການແມ່ນ ເພື່ອການຮຽນຮູ້ດ້ານວິທະຍາສາດ-ເຕັກໂນໂລຊີ ແລະ ວັດທະນະທຳ-ສັງຄົມຍີ່ປຸ່ນ. ຜູ້ທີ່ສົນໃຈສະໝັກໄປຮ່ວມໂຄງການດັ່ງກ່າວນີ້ແມ່ນໃຫ້ລົງທະບຽນ ແລະ ປະກອບແບບຟອມເຂົ້າສໍາພາດ ແລະ ສົ່ງຕາມທີ່ຢູ່ລຸ່ມນີ້:
ເງື່ອນໄຂຜູ້ສະໝັກ:
- ຕ້ອງເປັນນັກສຶກສາ ປີ 2 ຫຼື ປີ 3 ແລະ ມີຜົນການຮຽນດີລະດັບເກຼດສະເລ່ຍ 3.00 ຂື້ນໄປ;
- ຕ້ອງມີໜັງສືເດີນທາງທີ່ບໍ່ທັນໝົດອາຍຸ;
- ສາມາດເວົ້າ ແລະ ຂຽນພາສາອັງກິດໄດ້ໃນລະດັບດີ;
- ມີຄວາມສົນໃຈໃນດ້ານວິທະຍາສາດ, ເຕັກໂນໂລຢີ, ນະວັດຕະກຳໃໝ່ໆ ແລະ ວັດທະນະທຳ-ສັງຄົມຍີ່ປຸ່ນ; ແລະ
- ຕ້ອງມີພອນສະຫວັນດ້ານສິລະປະ - ວັດທະນະທຳ ແລະ ກິລາ.
ຂັ້ນຕອນການສະໝັກ ແລະ ຄັດເລືອກ
- ລົງທະບຽນເຂົ້າສໍາພາດຄັດເລືອກ:https://goo.gl/forms/7fMbWZyadqKqEUrd2
- ດາວໂຫຼດແບບຟອມສະໝັກເຂົ້າສໍາພາດ:https://drive.google.com/file/d/17Hl8ERMuJR_u1KOpVE7jigFEDYnRzwDT/view?usp=sharing
- ສົ່ງແບບຟອມເຂົ້າສໍາພາດເຖິງ: This email address is being protected from spambots. You need JavaScript enabled to view it. ພາຍໃນເວລາ 17: 00 ໂມງ ຂອງ ວັນທີ 24 ມັງກອນ 2018
- ສໍາພາດຄັດເລືອກ: ເວລາ 09: 00 ໂມງ, ວັນພະຫັດ ທີ 25 ມັງກອນ 2018 ທີ່ ຫ້ອງປະຊຸມຊັ້ນ3ຕຶກສໍານັກງານອະທິການບໍດີ
- ຜູ້ທີ່ຜ່ານການສໍາພາດຄັດເລືອກທາງມະຫາວິທະຍາໄລແຫ່ງຊາດຈະສົ່ງລາຍຊື່ ແລະ ເອກະສານສະໝັກທີ່ກ່ຽວຂ້ອງໄປໃຫ້ທາງ ມະຫາວິທະຍາໄລກະເສດສາດ ແລະ ເຕັກໂນໂລຊີເປັນຜູ້ຄັດໃນຮອບຕໍ່ໄປ.
ຂໍ້ມູນເພີ່ມເຕີມ:
- ຜູ້ທີ່ຜ່ານການຄັດເລືອກໃຫ້ໄດ້ຮັບທຶນການສຶກສາ ຈະໄດ້ຮັບການຍົກເວັ້ນຄ່າຮຽນ ແລະ ຈະໄດ້ຮັບເບ້ຍລ້ຽງຈຳນວນ 80,000 ເຢັນຕໍ່ເດືອນ.
- ນັກສຶກສາສາມາດເຂົ້າເບິ່ງຂໍ້ມູນກ່ຽວກັບມະຫາວິທະຍາໄລກະເສດສາດ ແລະ ເຕັກໂນໂລຊີໂຕກຽວໄດ້ທີ່: http://www.tuat.ac.jp/~steptuat/
- ຜູ້ປະສານງານ: ອຈ. ວຽງສະຫວັນ ວົງກະເສີມ
ຫ້ອງການພົວພັນຕ່າງປະເທດ, ມຊ
ໂທ: 020 5448 3131, ເມວ: This email address is being protected from spambots. You need JavaScript enabled to view it.
- Details
- Hits: 2703
ອະທິການບໍດີ ມະຫາວິທະຍາໄລແຫ່ງຊາດ ຂໍແຈ້ງມາຍັງນັກສຶກສາພາຍໃນມະຫາວິທະຍາໄລແຫ່ງຊາດ ເພື່ອຊາບວ່າ ສະຖາບັນເຕັກໂນໂລຊີກຽວໂຕ (Kyoto Institute of Technology: KIT) ກຳລັງເປີດຮັບນັກສຶກສາເພື່ອເຂົ້າຮ່ວມໂຄງການແລກປ່ຽນການສຶກສາໄລຍະສັ້ນ (KIT Bio Tech & IT Spring School 2018) ໃນລະຫວ່າງວັນທີ 27 ກຸມພາ - 8 ມີນາ 2018 ທີ່ ສະຖາບັນເຕັກໂນໂລຊີກຽວໂຕ, ປະເທດຍີ່ປຸ່ນ. ຈຸດປະສົງຂອງໂຄງການດັ່ງກ່າວ ແມ່ນເພື່ອໃຫ້ນັກສຶກສາມີໂອກາດໄດ້ຮຽນຮູ້ກ່ຽວກັບ ເຕັກໂນໂລຊີຊີວະພາບ ແລະ ໄອທີ ແລະ ຝຶກທັກສະດ້ານພາສາອັງກິດອີກດ້ວຍ. ນັກສຶກສາຜູ້ທີ່ມີຄວາມສົນໃຈສະໝັກ ແມ່ນໃຫ້ໄປສະເໜີຊື່ກັບຄະນະວິຊາຂອງຕົນ ເພື່ອໃຫ້ທາງຄະນະນຳສົ່ງລາຍຊື່ມາທີ່ຫ້ອງການພົວພັນຕ່າງປະເທດ ພາຍໃນວັນທີ 30 ພະຈິກ 2017.
ໝາຍເຫດ:
- ການສໍາພາດຄັດເລືອກຈະຈັດຂື້ນ ເວລາ 09: 00 ໂມງ ຂອງ ວັນທີ 1 ທັນວາ 2017 ທີ່ ຫ້ອງປະຊຸມຊັ້ນ3 ຕຶກສໍານັກງານອະທິການບໍດີ, ມຊ. ຜູ້ທີ່ຜ່ານການສໍາພາດຄັດເລືອກ ມະຫາວິທະຍາໄລແຫ່ງຊາດຈະສົ່ງລາຍຊື່ຂອງຜູ້ທີ່ຜ່ານການຄັດເລືອກໄປໃຫ້ທາງ ສະຖາບັນເຕັກໂນໂລຊີກຽວໂຕເປັນຜູ້ຄັດເລືອກໃນຮອບຕໍ່ໄປ.
- ຜູ້ທີ່ຖືກຄັດເລືອກໃຫ້ໄດ້ຮັບທຶນການສຶກສາ ແມ່ນຈະຖືກຍົກເວັ້ນຄ່າເດີນທາງໄປ-ກັບ, ຄ່າລົງທະບຽນຮຽນ, ຄ່າທີ່ພັກ ແລະ ຈະໄດ້ຮັບເບ້ຍລ້ຽງຈຳນວນໜຶ່ງ.
v ເງື່ອນໄຂຜູ້ສະໝັກ:
1. ຕ້ອງເປັນນັກສຶກສາທີ່ສຶກສາຢູ່ ຄະນະວິທະຍາສາດທຳມະຊາດ ຫຼື ຄະນະກະເສດສາດ;
2. ຕ້ອງເປັນນັກສຶກສາ ປີ 2 ຂຶ້ນໄປ ແລະ ມີຜົນການຮຽນດີລະດັບເກຼດສະເລ່ຍ 3.00 ຂຶ້ນໄປ;
3. ຕ້ອງມີໜັງສືເດີນທາງ (Passport) ທີ່ບໍ່ທັນໝົດອາຍຸ;
4. ຕ້ອງມີຄວາມຮູ້ກ່ຽວກັບ ຊີວະສາດ, ເຕັກໂນໂລຊີຊີວະພາບ, ໄອທີ ຫຼື ສາຂາວິຊາອື່ນໆທີ່ກ່ຽວຂ້ອງ.
5. ສາມາດເວົ້າ ແລະ ຂຽນພາສາອັງກິດໄດ້ໃນລະດັບດີ;
6. ນັກສຶກສາຕ້ອງມີສຸຂະພາບແຂງແຮງດີ.
ຂໍ້ມູນເພີ່ມເຕີມ: ປະສານ ຫ້ອງການພົວພັນຕ່າງປະເທດ, ມຊ, ໂທ: 020 5448 3131
More Articles ...
- Call for Application: 2018 Indonesian Arts and Culture Scholarship (IACS), Jakarta, Indonesia
- Call for Application: The 2018 Dr Goh Keng Swee (GKS) Scholarship, Singapore
- Call for Participation: The Feeling Korea Program 2018, Chonbuk National University, R. Korea
- Call for Participation: Lao PDR - European Higher Education Exhibition and Information Event, Crowne Plaza Hotel, Vientiane
- Call for Application: 2018 Fulbright U.S – ASEAN Visiting Scholar Initiative Program, The United States
- Call for Application: 2018 kit Spring Semester Graduate School Program, Master & Doctoral Degree, Kumoh National Institute of Technology, R. Korea
- Call for Application: Short-Term Regular Exchange Program (STRP) for Spring 2018, University of the Ryukyus, Japan
- Call for Application: UMOVE (ME) Project, Erasmus+, University of Minho, Portugal
- Call for Application: Student Exchange Program, Chungbuk National University, R. Korea
- Call for Application: Academic Mobility Exchange for Undergraduate at Airlangga (AMERTA) and AMERTA for Master Program, Universitas Airlangga, Indonesia