- Details
- Hits: 3042
ອະທິການບໍດີ ມະຫາວິທະຍາໄລແຫ່ງຊາດ ຂໍແຈ້ງມາຍັງນັກສຶກສາພາຍໃນມະຫາວິທະຍາໄລແຫ່ງຊາດ ເພື່ອສະໝັກເອົາທຶນແລກປ່ຽນການສຶກສາ 2018 Indonesian Arts and Culture Scholarship (IACS) ພາຍໃຕ້ຫົວຂໍ້: “The Colours of Beautiful Indonesia” ເຊິ່ງຈະເລີ່ມໃນລະຫວ່າງວັນທີ 17 ມີນາ - 24 ມິຖຸນາ 2018 ທີ່ ນະຄອນຫຼວງຈາກາຕ້າ, ປະເທດອິນໂດເນເຊຍ, ຊຶ່ງຈຸດປະສົງຂອງງານແມ່ນເພື່ອໃຫ້ຜູ້ທີ່ເຂົ້າຮ່ວມໄດ້ມີໂອກາດຮຽນຮູ້ສິລະປະ-ວັດທະນະທຳອິນໂດເນເຊຍ. ຜູ້ທີ່ມີຄວາມສົນໃຈ ສາມາດສອບຖາມຂໍ້ມູນເພີ່ມເຕີມ ແລະ ວິທີການສະໝັກໄດ້ທີ່ ອິເມວ: iacs@kemlu.go.id.
ໝາຍເຫດ: - ປິດຮັບສະໝັກ ພາຍໃນວັນທີ 29ທັນວາ 2017.
- ຜູ້ທີ່ຖືກຄັດເລືອກໃຫ້ໄດ້ຮັບທຶນການສຶກສາຈະຖືກຍົກເວັ້ນຄ່າຮຽນ, ຄ່າປີ້ຍົນໄປ-ກັບ, ຄ່າກິນຢູ່ພັກເຊົາ ແລະ ຈະໄດ້ຮັບເບ້ຍລ້ຽງຈຳນວນໜຶ່ງ.
- Details
- Hits: 2980
ອະທິການບໍດີ ມະຫາວິທະຍາໄລແຫ່ງຊາດ ຂໍແຈ້ງມາຍັງ ນັກສຶກສາພາຍໃນມະຫາວິທະຍາໄລແຫ່ງຊາດ ເພື່ອຊາບວ່າ ສະມາຄົມທະນາຄານສິງກະໂປ (The Association of Banks in Singapore: ABS) ກຳລັງເປີດຮັບນັກສຶກສາສະໝັກທຶນການສຶກສາລະດັບປະລິນຍາຕີ ທີ່ ມະຫາວິທະຍາໄລຕ່າງໆໃນປະເທດສິງກະໂປ, ພາຍໃຕ້ທຶນການສຶກສາ The 2018 Dr Goh Keng Swee (GKS) Scholarship. ນັກສຶກສາຜູ້ທີ່ມີຄວາມສົນໃຈ ສາມາດເຂົ້າເບິ່ງເງື່ອນໄຂ ແລະ ວິທີການສະໝັກໄດ້ທີ່: https://abs.org.sg/dr-goh-keng-swee-scolarship ຫຼື ສອບຖາມຜ່ານອິເມວ: This email address is being protected from spambots. You need JavaScript enabled to view it..
ໝາຍເຫດ: - ປິດຮັບສະໝັກພາຍໃນວັນທີ 15ມີນາ 2018.
- ຜູ້ທີ່ຜ່ານການຄັດເລືອກໃຫ້ໄດ້ຮັບທຶນການສຶກສາຈະຖືກຍົກເວັ້ນຄ່າຮຽນ, ຄ່າປີ້ຍົນໄປ-ກັບ, ຄ່າທີ່ພັກ ແລະ ຈະໄດ້ຮັບເງິນເບ້ຍລ້ຽງຈຳນວນໜຶ່ງ.
- Details
- Hits: 2346
ຫ້ອງການພົວພັນຕ່າງປະເທດ ມະຫາວິທະຍາໄລແຫ່ງຊາດ ຂໍແຈ້ງມາຍັງ ນັກສຶກສາພາຍໃນມະຫາວິທະຍາໄລແຫ່ງຊາດ ເພື່ອສະໝັກເຂົ້າຮ່ວມໂຄງການແລກປ່ຽນການສຶກສາ The Feeling Korea Program 2018 ທີ່ ມະຫາວິທະຍາໄລແຫ່ງຊາດຊົນບຸກ (Chonbuk National University), ປະເທດ ສ.ເກົາຫຼີ; ຊຶ່ງຈຸດປະສົງຫຼັກຂອງງານແມ່ນ ເນັ້ນໃສ່ການຮຽນພາສາ ແລະ ວັດທະນະທຳເກົາຫຼີ. ໄລຍະເວລາຂອງໂຄງການ ແບ່ງອອກເປັນ 2 ໄລຍະຄື: ໄລຍະ 2 ອາທິດ (Short-Term) ເລີ່ມແຕ່ວັນທີ 22 ມັງກອນ - 2 ກຸມພາ 2018 ແລະ ໄລຍະ 3 ອາທິດ (Long-Term) ເລີ່ມແຕ່ວັນທີ 22 ມັງກອນ - 9 ກຸມພາ 2018. ນັກສຶກສາຜູ້ທີ່ມີຄວາມສົນໃຈ ສາມາດສອບຖາມລາຍລະອຽດເພີ່ມເຕີມ ແລະ ວິທີການສະໝັກໄດ້ທີ່: This email address is being protected from spambots. You need JavaScript enabled to view it.
ໝາຍເຫດ: - ໃນການເຂົ້າຮ່ວມໂຄງການແລກປ່ຽນການສຶກສາດັ່ງກ່າວນີ້ ນັກສຶກສາຈະຕ້ອງຈ່າຍຄ່າລົງທະບຽນ ຈຳນວນ 800 ໂດລາສະຫະລັດ (ໄລຍະ 2 ອາທິດ)/ 1,500ໂດລາສະຫະລັດ (ໄລຍະ 3 ອາທິດ) ຊຶ່ງຈະເປັນຄ່າໃຊ້ຈ່າຍສຳລັບ ຄ່າຮຽນ, ຄ່າທັດສະນະສຶກສາ, ຄ່າກິນຢູ່-ພັກເຊົາ; ສ່ວນຄ່າປີ້ຍົນ ແລະ ຄ່າປະກັນໄພສຸຂະພາບ ແມ່ນນັກສຶກສາຈະຕ້ອງເປັນຜູ້ຈັດການດ້ວຍຕົນເອງ.
- ນັກສຶກສາຜູ້ທີ່ມີຄວາມສົນໃຈ ແມ່ນໃຫ້ມາສະເໜີຊື່ ທີ່ ຫ້ອງການພົວພັນຕ່າງປະເທດ ມຊ ຫ້ອງ 103 ກ່ອນວັນທີ 6ທັນວາ 2017.
- Details
- Hits: 2458
ອະທິການບໍດີ ມະຫາວິທະຍາໄລແຫ່ງຊາດ ຂໍແຈ້ງມາຍັງພະນັກງານ-ອາຈານ ແລະ ນັກສຶກສາພາຍໃນມະຫາວິທະຍາໄລແຫ່ງຊາດ ເພື່ອຊາບວ່າ ສະຫະພາບເອີຣົບ ປະຈຳ ສປປ ລາວ ຮ່ວມກັບ ກະຊວງສຶກສາທິການ ແລະ ກິລາ ກຳລັງຈະຈັດງານການສຶກສາຊັ້ນສູງ ເອີຣົບ - ລາວ ປະຈຳປີ 2017 (Lao PDR - European Higher Education Exhibition and Information Event) ຊຶ່ງຈະຈັດຂຶ້ນໃນລະຫວ່າງ ວັນທີ 31 ຕຸລາ - 1 ພະຈິກ 2017 ເວລາ 10:00 ໂມງ - 18:00 ໂມງ ທີ່ ໂຮງແຮມຄຣາວພາຊ່າ (Crowne Plaza Hotel), ນະຄອນຫຼວງວຽງຈັນ. ສະເພາະໃນວັນທີ 1 ພະຈິກ 2017 ເວລາ 13:30 ໂມງ – 18:00 ໂມງ ແມ່ນຈະມີກອງປະຊຸມ ໂດຍການເປັນປະທານຂອງ ທ່ານລັດຖະມົນຕີ ກະຊວງສຶກສາທິການ ແລະ ກິລາ ແລະ ທ່ານເອກອັກຄະລາຊະທູດ ສະຫະພາບເອີຣົບ ປະຈຳ ສປປ ລາວ. ຈຸດປະສົງຂອງງານ ແມ່ນເພື່ອເປີດໂອກາດໃຫ້ຜູ້ທີ່ເຂົ້າຮ່ວມຮັບຟັງ, ສອບຖາມ ແລະສຶກສາຂໍ້ມູນກ່ຽວກັບ ທຶນການສຶກສາ ຢູ່ທີ່ບັນດາປະເທດສະມາຊິກເອີຣົບ ໂດຍສະເພາະ ແມ່ນທຶນການສຶກສາ Erasmus Plus Scholarships ແລະ ທຶນການສຶກສາອື່ນໆ. ຜູ້ທີ່ມີຄວາມສົນໃຈເຂົ້າຮ່ວມງານ ແມ່ນສາມາດເຂົ້າຮ່ວມງານໄດ້ໂດຍບໍ່ເສຍຄ່າລົງທະບຽນໃດໆ.
More Articles ...
- Call for Application: 2018 Fulbright U.S – ASEAN Visiting Scholar Initiative Program, The United States
- Call for Application: 2018 kit Spring Semester Graduate School Program, Master & Doctoral Degree, Kumoh National Institute of Technology, R. Korea
- Call for Application: Short-Term Regular Exchange Program (STRP) for Spring 2018, University of the Ryukyus, Japan
- Call for Application: UMOVE (ME) Project, Erasmus+, University of Minho, Portugal
- Call for Application: Student Exchange Program, Chungbuk National University, R. Korea
- Call for Application: Academic Mobility Exchange for Undergraduate at Airlangga (AMERTA) and AMERTA for Master Program, Universitas Airlangga, Indonesia
- Call for Participation: The International Dean’s Course for Southeast Asia 2018/19, Germany
- Call for Application: ASEAN in Today’s World (AsTW) Program, University of Malaya, Malaysia
- Call for Application: The Toyo Top Global Scholarships, Toyo University, Japan
- Call for Participation: the Community and Technological Camp (Comm TECH) Camp Insight 2018, Indonesia