- Details
- Hits: 1468
ຫ້ອງການພົວພັນຕ່າງປະເທດ ມະຫາວິທະຍາໄລແຫ່ງຊາດ ຂໍແຈ້ງມາຍັງນັກສຶກສາພາຍໃນມະຫາວິທະຍາໄລແຫ່ງຊາດ ເພື່ອຊາບວ່າ: Academy of Asian Business (AAB), Sungkyunkwan University, Seoul, ສ.ເກົາຫຼີ ກໍາລັງຈັດການແຂ່ງຂັນຂຽນບົດຄວາມໃນຫົວຂໍ້: The World Asian Business Case Competition (WACC 2020) ໂດຍທີ່ຜູ້ສະໝັກຕ້ອງສະໝັກ ແລະ ສົ່ງຜົນງານຂອງຕົນຜ່ານທາງ Online ບໍ່ໃຫ້ກາຍວັນທີ 1 ເມສາ 2020.
ຜົນງານຂອງນັກສຶກສາທີ່ຊະນະເລີດ ຈະໄດ້ຮັບລາງວັນເປັນເງິນສົດຈຳນວນໜຶ່ງ. ຜູ້ທີ່ມີຄວາມສົນໃຈສາມາດເຂົ້າເບິ່ງວິທີການສະໝັກ ແລະ ລາຍລະອຽດເພີ່ມເຕີມໄດ້ທີ່: http://www.aabworld.org/activities/International_competition.php?ckattempt=1
- Details
- Hits: 2414
ອະທິການບໍດີ ມະຫາວິທະຍາໄລແຫ່ງຊາດ ຂໍແຈ້ງມາຍັງ ພະນັກງານ-ອາຈານພາຍໃນມະຫາວິທະຍາໄລແຫ່ງຊາດ ເພື່ອສະໝັກທຶນຝຶກອົບຮົມດ້ານພາສາອັງກິດ Intensive English Language Program (IELP – Non Degree), ຊຶ່ງຈະຈັດຂຶ້ນໃນລະຫວ່າງ ວັນທີ 29 ມິຖຸນາ - 14 ສິງຫາ 2020 ທີ່ The Ateneo de Manila University, ປະເທດຟິລິບປິນ. ຜູ້ທີ່ມີຄວາມສົນໃຈສະໝັກ ສາມາດເຂົ້າເບິ່ງລາຍລະອຽດເພີ່ມເຕີມ ແລະ ວິທີການສະໝັກໄດ້ທີ່ http://www.mc.edu.ph/
ໝາຍເຫດ: - ປິດຮັບສະໝັກພາຍໃນວັນທີ 15 ມີນາ 2020.
- ຜູ້ທີ່ຜ່ານການຄັດເລືອກແມ່ນຈະໄດ້ຮັບທຶນເປັນ ຄ່າກິນຢູ່ພັກເຊົາ ແລະ ຄ່າຮຽນ ຊຶ່ງເປັນການສະໜັບສະໜູນຈາກ ມະຫາວິທະຍາໄລຈີນແຫ່ງຮົງກົງ (The United Board, The Chinese University of Hong Kong).
- Details
- Hits: 1359
ອະທິການບໍດີ ມະຫາວິທະຍາໄລແຫ່ງຊາດ ຂໍແຈ້ງມານັກສຶກສາມະຫາວິທະຍາໄລແຫ່ງຊາດ ເພື່ອຊາບວ່າ: ສະຖານທູດອິນໂດເນເຊຍ ປະຈໍາ ນະຄອນຫຼວງວຽງຈັນ, ສປປ ລາວ, ກໍາລັງເປິດຮັບສະໝັກຜູ້ທີ່ມີຄວາມສົນໃຈເຂົ້າຮຽນໃນຫຼັກສູດ ອິນໂດເນເຊຍ ໃນລະຫວ່າງເດືອນ ມີນາ - ຕຸລາ 2020 ຊຶ່ງຫ້ອງຮຽນປະກອບມີ ລະດັບພື້້ນຖານ ແລະ ລະດັບກາງ. ຜູ້ທີ່ມີຄວາມສົນໃຈ ສາມາດລົງທະບຽນຮຽນໄດ້ທີ່ ສະຖານທູດອິນໂດເນເຊຍ, ນະຄອນຫຼວງວຽງຈັນ, ໂທ: 020 7675 5866 / 5484 5758, ອິເມວ: This email address is being protected from spambots. You need JavaScript enabled to view it.ໂດຍບໍ່ເສຍຄ່າຮຽນ.
ໝາຍເຫດ: ປິດລົງທະບຽນ ວັນທີ 13 ມີນາ 2020 ແລະ ຜູ້ສະໝັກຈະຕ້ອງເອົາ ຮູບ 3x4 ຈຳນວນ 2ໃບ ໄປນໍາ ເພື່ອຕິດຟອມລົງທະບຽນ.
- Details
- Hits: 1830
ອະທິການບໍດີ ມະຫາວິທະຍາໄລແຫ່ງຊາດ ຂໍແຈ້ງມາຍັງນັກສຶກສາພາຍໃນມະຫາວິທະຍາໄລແຫ່ງຊາດ ຊາບວ່າ: ມະຫາວິທະຍາໄລເຕັກໂນໂລຊີນັນຢາງ (Nanyang Technological University: NTU) ຮ່ວມກັບ ມູນິທິເທັມມະເສກ (Temasek Foundation) ກຳລັງຈະຈັດເວທີສົນທະນາ STEP Youth Regional Affairs Dialogue 2020 ໃນລະຫວ່າງວັນທີ 23 - 31 ກໍລະກົດ 2020 ທີ່ ປະເທດສິງກະໂປ; ຊຶ່ງຈຸດປະສົງຂອງງານແມ່ນກ່ຽວກັບການພັດທະນາດ້ານເສດຖະກິດ, ສັງຄົມ ແລະ ການເມືອງ. ນັກສຶກສາຜູ້ທີ່ມີຄວາມສົນໃຈສະໝັກແມ່ນໃຫ້ລົງທະບຽນ ແລະ ປະກອບແບບຟອມເຂົ້າສໍາພາດ ແລະ ສົ່ງຕາມທີ່ຢູ່ລຸ່ມນີ້:
vເງື່ອນໄຂຜູ້ສະໝັກ:
- ເປັນນັກສຶກສາທີ່ມີຜົນການຮຽນດີ ລະດັບເກຼດສະເລ່ຍ 3.00 ຂື້ນໄປ;
- ຕ້ອງມີໜັງສືເດີນທາງ (Passport) ທີ່ບໍ່ທັນໝົດອາຍຸ;
- ສາມາດເວົ້າ ແລະ ຂຽນພາສາອັງກິດໄດ້ໃນລະດັບດີ.
vຂັ້ນຕອນການສະໝັກ ແລະ ຄັດເລືອກ
- ລົງທະບຽນເຂົ້າສໍາພາດຄັດເລືອກ: https://forms.gle/iZuWLGCYib6hRnTYA
- ດາວໂຫຼດແບບຟອມສະໝັກເຂົ້າສໍາພາດ: https://drive.google.com/file/d/1jCI-tW42ESxFeGQaluycsWxOZB2uVfMx/view?usp=sharing
- ສົ່ງແບບຟອມເຂົ້າສໍາພາດເຖິງ: This email address is being protected from spambots. You need JavaScript enabled to view it. ພາຍໃນເວລາ 17:00 ໂມງ ຂອງ ວັນທີ25 ກຸມພາ 2020.
- ສໍາພາດຄັດເລືອກ: ເວລາ 14:00 ໂມງ, ວັນພຸດ ທີ 26 ກຸມພາ 2020 ທີ່ ຫ້ອງປະຊຸມຊັ້ນ 3 ຕຶກສໍານັກງານອະທິການບໍດີ, ມຊ
- ຜູ້ທີ່ຜ່ານການສໍາພາດຄັດເລືອກ ທາງມະຫາວິທະຍາໄລແຫ່ງຊາດ ຈະສົ່ງລາຍຊື່ ແລະ ເອກະສານສະໝັກທີ່ກ່ຽວຂ້ອງໄປໃຫ້ທາງ ມະຫາວິທະຍາໄລເຕັກໂນໂລຊີນັນຢາງເປັນຜູ້ຄັດເລືອກໃນຮອບຕໍ່ໄປ.
vພາກສ່ວນປະສານງານ: ຫ້ອງການພົວພັນຕ່າງປະເທດ, ມຊ; ໂທ: 020 5448 3131
More Articles ...
- Call for Application: Canada-ASEAN Scholarships and Educational Exchanges for Development (SEED) Program in AY 2020-2021, Canada
- Call for Participation: Information Session on the Australia Awards Scholarships (AAS) in AY 2021
- Call for Participation: Cultural Camp in Korea/ Japan/ Indonesia, AYFN Academy
- Call for Application: 2020 Indonesian Arts and Culture Scholarship, Indonesia
- Call for Application: Youth Ecosperity Dialogue (YED) 2020, Singapore Management University, Singapore
- Call for Application: Short Term Exchange Program in Science and Engineering 2020, Tokyo University of Agriculture and Technology, Japan
- Call for Application: SWU Summer International Program 2020, Showa Women’s University, Japan
- Call for Apllication: Brunei Darussalam Scholarship on Enhancing Professional Communication Skills for ASEAN 2020
- Call for Application: China-AUN Scholarship (Chinese Government Scholarship – AUN Program) 2020/2021
- Call for Application: The 4th Young ASEAN Leader Policy Initiative 2020 (YALPI), Chulalongkorn University, Thailand