- Details
- Hits: 1677
ຫ້ອງການພົວພັນຕ່າງປະເທດ ມະຫາວິທະຍາໄລແຫ່ງຊາດ ຂໍແຈ້ງມາຍັງນັກສຶກສາພາຍໃນມະຫາວິທະຍາໄລແຫ່ງຊາດ ເພື່ອສະໝັກເອົາທຶນເຂົ້າຮ່ວມໂຄງການແລກປ່ຽນການສຶກສາ-ການຄົ້ນຄວ້າ ໄລຍະ 1 ພາກຮຽນ ຫຼື 1 ສົກຮຽນ (Canada-ASEAN Scholarships and Educational Exchanges for Development (SEED) ທີ່ ສະຖາບັນການສຶກສາຕ່າງໆ ໃນປະເທດການາດາ ປະຈຳສົກສຶກສາ 2020-2021. ນັກສຶກສາຜູ້ທີ່ມີຄວາມສົນໃຈສະໝັກ ສາມາດເຂົ້າເບິ່ງລາຍລະອຽດເພີ່ມເຕີມ ແລະ ວິທີການສະໝັກໄດ້ທີ່: https://scholarships-bourses.gc.ca/scholarships-bourses/can/institutions/asean-anase.aspx?lang=eng
ໝາຍເຫດ: ປິດຮັບສະໝັກ ວັນທີ 5 ມີນາ 2020.
- Details
- Hits: 1446
ຫ້ອງການພົວພັນຕ່າງປະເທດ ມະຫາວິທະຍາໄລແຫ່ງຊາດ ຂໍແຈ້ງມາຍັງພະນັກງານ-ອາຈານ ແລະ ນັກສຶກສາພາຍໃນມະຫາວິທະຍາໄລແຫ່ງຊາດ ຊາບວ່າ: ສະຖາບັນລາວ-ອົດສະຕາຣີ ຈະຈັດການເຜີຍແຜ່ຂໍ້ມູນທຶນການສຶກສາ ຂອງ ລັດຖະບານອົດສະຕາຣີ (The Australia Awards Scholarships ) ໃນຮູບແບບ Facebook Live, ໂດຍຈະເປີດໂອກາດໃຫ້ຜູ້ທີ່ມີຄວາມສົນໃຈ ໄດ້ສຶກສາຂໍ້ມູນ ແລະ ສອບຖາມລາຍລະອຽດກ່ຽວກັບທຶນການສຶກສາດັ່ງກ່າວ ແບບ Real Time, ຊຶ່ງມີລາຍລະອຽດດັ່ງນີ້:
ວັນທີ 10 ກຸມພາ 2020 ເວລາ 19:30 – 20:30 ໂມງ ຜ່ານທາງ Australia in Laos Facebook Page.
ວັນທີ 20 ກຸມພາ 2020 ເວລາ 19:30 – 20:30 ໂມງ ຜ່ານທາງ Lao Youth Radio FM 90.0 Mhz Facebook Page.
ຜູ້ທີ່ມີຄວາມສົນໃຈໃນທຶນການສຶກສາດັ່ງກ່າວ ສາມາດຕິດຕາມ ຕາມວັນເວລາທີ່ໄດ້ກ່າວໄວ້ຂ້າງເທິງ.
- Details
- Hits: 1229
ຫ້ອງການພົວພັນຕ່າງປະເທດ ມະຫາວິທະຍາໄລແຫ່ງຊາດ ຂໍແຈ້ງມາຍັງນັກສຶກສາພາຍໃນມະຫາວິທະຍາໄລແຫ່ງຊາດ ເພື່ອຊາບວ່າ: AYFN Academy ກໍາລັງເປີດຮັບສະໝັກຜູ້ທີ່ມີຄວາມສົນໃຈເຂົ້າຮ່ວມໂຄງການແລກປ່ຽນການສຶກສາໄລຍະສັ້ນ ຊຶ່ງປະກອບມີ 3 ງານຄື:
- Bali International Youth Friendship Camp, 16 – 21 March 2020, Bali, Indonesia; Registration Deadline: 1 March 2020
- Spring Korea Cultural Camp, 5 – 10 April 2020, Seoul, South Korea; Registration Deadline: 15 February 2020
- Spring Japan Cultural Camp, 12 – 16 April 2020, Osaka, Japan; Registration Deadline: 15 February 2020
ຜູ້ທີ່ມີຄວາມສົນໃຈ ສາມາດເຂົ້າເບິ່ງວິທີການສະໝັກ ແລະ ລາຍລະອຽດເພີ່ມເຕີມໄດ້ທີ່: https://ayfnhq.org
- Details
- Hits: 946
ອະທິການບໍດີ ມະຫາວິທະຍາໄລແຫ່ງຊາດ ຂໍແຈ້ງມາຍັງນັກສຶກສາພາຍໃນມະຫາວິທະຍາໄລແຫ່ງຊາດ ເພື່ອສະໝັກເອົາທຶນແລກປ່ຽນການສຶກສາໄລຍະສັ້ນ 2020 Indonesian Arts and Culture Scholarship (IACS) ເຊິ່ງຈະຈັດຂຶ້ນໃນລະຫວ່າງວັນທີ 2 ພຶດສະພາ - 15 ສິງຫາ 2020 ທີ່ ປະເທດອິນໂດເນເຊຍ, ຊຶ່ງຈຸດປະສົງຂອງງານແມ່ນເພື່ອໃຫ້ຜູ້ທີ່ເຂົ້າຮ່ວມໄດ້ມີໂອກາດຮຽນຮູ້ສິລະປະ, ວັດທະນະທຳ, ສັງຄົມ ແລະ ພາສາອິນໂດເນເຊຍ. ຜູ້ທີ່ມີຄວາມສົນໃຈສະໝັກ ສາມາດສອບຖາມຂໍ້ມູນເພີ່ມເຕີມ ແລະ ວິທີການສະໝັກໄດ້ໂດຍກົງທີ່ອິເມວ: This email address is being protected from spambots. You need JavaScript enabled to view it..
ເງື່ອນໄຂຜູ້ສະໝັກ:
- ຕ້ອງມີອາຍຸລະຫວ່າງ 21 – 27 ປີ.
- ສາມາດສື່ສານເປັນພາສາອັງກິດໄດ້.
- ມີພອນສະຫວັນດ້ານສິລະປະ-ວັດທະນະທໍາ.
- ມີສຸຂະພາບແຂງແຮງດີ.
ໝາຍເຫດ: - ປິດຮັບສະໝັກ ພາຍໃນວັນທີ 14ກຸມພາ 2020.
- ຜູ້ທີ່ຖືກຄັດເລືອກຈະໄດ້ຮັບທຶນການສຶກສາເປັນ ຄ່າຮຽນ, ຄ່າປີ້ຍົນໄປ-ກັບ, ຄ່າກິນຢູ່-ພັກເຊົາ ແລະ ຈະໄດ້ຮັບເບ້ຍລ້ຽງຈຳນວນໜຶ່ງ.
More Articles ...
- Call for Application: Youth Ecosperity Dialogue (YED) 2020, Singapore Management University, Singapore
- Call for Application: Short Term Exchange Program in Science and Engineering 2020, Tokyo University of Agriculture and Technology, Japan
- Call for Application: SWU Summer International Program 2020, Showa Women’s University, Japan
- Call for Apllication: Brunei Darussalam Scholarship on Enhancing Professional Communication Skills for ASEAN 2020
- Call for Application: China-AUN Scholarship (Chinese Government Scholarship – AUN Program) 2020/2021
- Call for Application: The 4th Young ASEAN Leader Policy Initiative 2020 (YALPI), Chulalongkorn University, Thailand
- Call for Application: The 2020 Dr Goh Keng Swee (GKS) Scholarship, Singapore
- Call for Application: International Training Camp for Innovation and Entrepreneurship 2020, Hunan University, P.R China
- Call for Application: ASEAN-India Research Training Fellowship 2019, India
- Call for Application: Mercer | Mettl Emerging Leaders Scholarship 2019, India