- Details
- Hits: 883
ຫ້ອງການພົວພັນຕ່າງປະເທດ ມະຫາວິທະຍາໄລແຫ່ງຊາດ ຂໍແຈ້ງມາຍັງພະນັກງານ-ອາຈານພາຍໃນມະຫາວິທະຍາໄລແຫ່ງຊາດ ເພື່ອຊາບວ່າ: ກະຊວງວິທະຍາສາດ ແລະ ເຕັກໂນໂລຊີຂອງລັດຖະບານອິນເດຍ (Department of Science and Technology, Government of India) ຮ່ວມກັບ ສະຫະພັນສະພາການຄ້າ ແລະ ອຸດສາຫະກຳອິນເດຍ (Federation of Indian Chambers of Commerce and Industry) ກຳລັງເປີດຮັບສະໝັກຜູ້ທີ່ມີຄວາມສົນໃຈສະໝັກເອົາທຶນຄົ້ນຄວ້າ ASEAN-India Research Training Fellowship (AIRTF) ໃນສາຂາວິທະຍາສາດທໍາມະຊາດ ແລະ ວິສະວະກໍາສາດ ໄລຍະ 2 - 6 ເດືອນ ທີ່ ສະຖາບັນການສຶກສາ/ການຄົ້ນຄວ້າໃນປະເທດອິນເດຍ.
ຜູ້ທີ່ມີຄວາມສົນໃຈສະໝັກ ສາມາດເຂົ້າເບິ່ງລາຍລະອຽດເພີ່ມເຕີມ ແລະ ວິທີການສະໝັກໄດ້ທີ່: https://aistic.gov.in/ASEAN/aistdfFellowship, ກຳນົດປິດຮັບສະໝັກ/ສົ່ງ Proposal ວັນທີ 31 ທັນວາ 2019.
ເງື່ອນໄຂຜູ້ສະໝັກ:
- ຜູ້ສະໝັກຕ້ອງອາຍຸບໍ່ເກີນ 45 ປີ.
- ຈົບການສຶກສາໃນລະດັບ ປ. ໂທ ຫຼື ປ. ເອກ ໃນສາຂາທີ່ກ່ຽວຂ້ອງ (ວິທະຍາສາດທຳມະຊາດ ຫຼື ວິສະວະກຳສາດ).
- ມີຄວາມຮູ້ດ້ານພາສາອັງກິດໃນລະດັບດີ.
ໝາຍເຫດ: - ຜູ້ທີ່ຜ່ານການຄັດເລືອກຈະໄດ້ຮັບທຶນເປັນຄ່າປີ້ຍົນໄປ-ກັບ, ຄ່າໃຊ້ຈ່າຍໃນການເຮັດວິໄຈ/ຄົ້ນຄວ້າ, ເງິນແຮ ແລະ ເບ້ຍລ້ຽງຈຳນວນໜຶ່ງ.
- Details
- Hits: 952
ຫ້ອງການພົວພັນຕ່າງປະເທດ ມະຫາວິທະຍາໄລແຫ່ງຊາດ ຂໍແຈ້ງມາຍັງນັກສຶກສາພາຍໃນມະຫາວິທະຍາໄລແຫ່ງຊາດ ເພື່ອສະໝັກເຂົ້າຮ່ວມການແຂ່ງຂັນໃນໂຄງການ Mercer | Mettl Emerging Leaders Scholarship 2019 ຊຶ່ງມີຈຸດປະສົງເພື່ອສົ່ງເສີມໃຫ້ນັກສຶກສາມີຄວາມຮູ້-ຄວາມເຂົ້າໃຈດ້ານການເຮັດທຸລະກິດ, ຈັດໂດຍບໍລິສັດ Mercer | Mettl ປະເທດອິນເດຍ. ນັກສຶກສາຜູ້ທີ່ມີຄວາມສົນໃຈສະໝັກ ສາມາດເຂົ້າເບິ່ງລາຍລະອຽດເພີ່ມເຕີມ ແລະ ວິທີການສະໝັກໄດ້ທີ່: https://mettl.com/pages/scholarship-for-emerging-leaders/, ປິດຮັບສະໝັກວັນທີ 15 ທັນວາ 2019.
ໝາຍເຫດ: ນັກສຶກສາທີ່ໄດ້ຮັບລາງວັນຊະນະເລີດ ຈະໄດ້ຮັບທຶນການສຶກສາເປັນເງິນຈໍານວນ 2,000 ໂດລ້າສະຫະລັດ.
- Details
- Hits: 1591
ອະທິການບໍດີ ມະຫາວິທະຍາໄລແຫ່ງຊາດ ຂໍແຈ້ງມາຍັງນັກສຶກສາພາຍໃນມະຫາວິທະຍາໄລແຫ່ງຊາດ ເພື່ອຊາບວ່າ ມະຫາວິທະຍາໄລເຕັກໂນໂລຊີຣາຊະມຸງຄຸນຣັດຕະນະໂກສິນ (Rajamangala University of Technology Rattanakosin: RMUTR) ກໍາລັງຈະຈັດງານຕັ້ງຄ້າຍຊາວໜຸ່ມອາຊຽນ ASEAN Youth Camp 2020 ໃນລະຫວ່າງວັນທີ 11 - 19 ມັງກອນ 2020 ທີ່ ປະເທດໄທ. ຈຸດປະສົງຂອງງານແມ່ນເພື່ອແລກປ່ຽນທາງດ້ານວັດທະນະທໍາ-ສັງຄົມອາຊຽນ ແລະ ເພື່ອພັດທະນາທັກສະໃນການສື່ສານຂອງນັກສຶກສາ.
v ເງື່ອນໄຂຜູ້ສະໝັກ:
- ຕ້ອງເປັນນັກສຶກສາປີ 2 ຂຶ້ນໄປ ແລະ ມີຜົນການຮຽນດີ ລະດັບເກຼດສະເລ່ຍ 3.00 ຂຶ້ນໄປ.
- ຕ້ອງມີໜັງສືເດີນທາງ (Passport) ທີ່ບໍ່ທັນໝົດອາຍຸ.
- ສາມາດເວົ້າ ແລະ ຂຽນພາສາອັງກິດໄດ້ໃນລະດັບດີ.
- ມີພອນສະຫວັນດ້ານສິລະປະ-ວັດທະນະທໍາ ແລະ ກິລາ.
- ນັກສຶກສາຕ້ອງສາມາດຮັບຜິດຊອບຄ່າເດີນທາງໄປ-ກັບ ແລະ ຄ່າປະກັນໄພການເດີນທາງດ້ວຍຕົນເອງ.
ນັກສຶກສາຜູ້ທີ່ມີຄວາມສົນໃຈສະໝັກ ແມ່ນໃຫ້ລົງທະບຽນ ແລະ ປະກອບແບບຟອມເຂົ້າສໍາພາດຄັດເລືອກໄດ້ດັ່ງລຸ່ມນີ້:
- ລົງທະບຽນເຂົ້າສຳພາດໄດ້ທີ່: https://forms.gle/pSQVrmUDhKSwv4nD9
- ດາວໂຫຼດແບບຟອມເຂົ້າສຳພາດ: https://drive.google.com/file/d/171089sU42ynt2-rWBkL8mJTT-PJQIY3_/view?usp=sharing
- ປະກອບ ແລະ ສົ່ງແບບຟອມເຂົ້າສໍາພາດເຖິງ: This email address is being protected from spambots. You need JavaScript enabled to view it., ພາຍໃນວັນທີ 8 ທັນວາ 2019
ການສໍາພາດຄັດເລືອກຈະຈັດຂຶ້ນໃນ ເວລາ 14: 00 ໂມງ, ວັນຈັນ ທີ 9 ທັນວາ 2019 ທີ່ ຫ້ອງປະຊຸມຊັ້ນ 3, ສໍານັກງານອະທິການບໍດີ, ມຊ.
ຜູ້ທີ່ຜ່ານການສໍາພາດຄັດເລືອກ ທາງມະຫາວິທະຍາໄລແຫ່ງຊາດຈະສົ່ງລາຍຊື່ ໄປໃຫ້ທາງມະຫາວິທະຍາໄລເຕັກໂນໂລຊີຣາຊະມຸງຄຸນຣັດຕະນະໂກສິນ ເປັນຜູ້ຄັດເລືອກໃນຮອບຕໍ່ໄປ.
ໃນການໄປເຂົ້າຮ່ວມງານດັ່ງກ່າວນີ້, ສຳລັບຄ່າກິນຢູ່ພັກເຊົາ ແລະ ຄ່າເຂົ້າຮ່ວມກິດຈະກຳຕ່າງໆ ແມ່ນຝ່າຍເຈົ້າພາບຈະເປັນຜູ້ຮັບຜິດຊອບ.
ສອບຖາມຂໍ້ມູນເພີ່ມເຕີມ:
ອຈ. ວຽງສະຫວັນ ວົງກະເສີມ
ຫ້ອງການພົວພັນຕ່າງປະເທດ, ມຊ
ໂທ: 020 5448 3131
- Details
- Hits: 1294
ອະທິການບໍດີ ມະຫາວິທະຍາໄລແຫ່ງຊາດ ຂໍແຈ້ງມາຍັງພະນັກງານ-ອາຈານ ແລະ ນັກສຶກສາພາຍໃນມະຫາວິທະຍາໄລແຫ່ງຊາດ ເພື່ອຊາບວ່າ: ຫ້ອງການເລຂາ ຄະນະກຳມາທິການແຫ່ງຊາດ ເພື່ອອຸຍແນສໂກ ໄດ້ແຈ້ງການສະໝັກເຂົ້າຮ່ວມຊິງລາງວັນ ເຈົ້າຊາຍແຫ່ງສະຫະລັດອາຣັບເອມິເຣດ ທີ່ສະໜັບສະໜູນລາງວັນ UNESCO-Hamdan Bin Rashid Al-Maktoum Prize for Outstanding Practice and Performance in Enhancing the effectiveness of teachers ເພື່ຶອເສີມສ້າງຄວາມອາດສາມາດດ້ານຄຸນະພາບຂອງການຮຽນ-ການສອນ ເພື່ອບັນລຸເປົ້າໝາຍການສຶກສາເພື່ອທຸກຄົນ.
ຜູ້ທີ່ມີຄວາມສົນໃຈສະໝັກ ສາມາດເຂົ້າເບິ່ງລາຍລະອຽດເພີ່ມເຕີມ ແລະ ດາວໂຫຼດແບບຟອມສະໝັກໄດ້ທີ່: https://en.unesco.org/teachers/Hamdan-prize. ປະກອບ ແລະ ນຳສົ່ງເອກະສານສະໝັກໃຫ້ຫ້ອງການເລຂາ ຄະນະກຳມາທິການແຫ່ງຊາດລາວ ເພື່ອອຸຍແນສໂກ ກະຊວງສຶກສາທິການ ແລະ ກິລາ ດ້ວຍຕົນເອງ ຫຼື ຜ່ານທາງອິເມວ: This email address is being protected from spambots. You need JavaScript enabled to view it. / This email address is being protected from spambots. You need JavaScript enabled to view it. ກ່ອນວັນທີ 31 ຕຸລາ 2019.
More Articles ...
- Call for Application: Programme canadien de bourses de la Francophonie (PCBF) 2020, Canada
- Call for Application: Student Exchange Program 2019/2020 under Erasmus+ Programme, Uppsala University, Sweden
- Call for Application: AUN-KU Winter Seminar on Human Security Development and Energy Science 2020, Kyoto University, Japan
- Call for Papers: 2019 ASEAN-Korea Academic Essay Contest, ASEAN-Korea Centre, R. Korea
- Call for Application: Training Course, Grant Aid, Technical Cooperation (Expert) by the Government of Japan
- Call for Application: Business Today’s 45th International Conference, New York City, USA
- Call for Application: Futures Thinking & Scenario Planning Workshop for Youths, Lee Kuan Yew School of Public Policy, National University of Singapore
- Call for Application: International Student Seminar 2019, Ikh Zasag International University, Mongolia
- Call for Application: NUS Fellows Programme (Southeast Asia)
- Call for Application: Wenhui Award 2019, UNESCO